spot_img
Homeຂ່າວທ້ອງຖິ່ນຄືບຫນ້າໄປແລ້ວ 86% ການກໍ່ສ້າງສະຫນາມບິນສາກົນ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ

ຄືບຫນ້າໄປແລ້ວ 86% ການກໍ່ສ້າງສະຫນາມບິນສາກົນ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ

Published on

ການກໍ່ສ້າງສະຫນາມບິນສາກົນ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ມາຮອດປັດຈຸບັນ ມີຄວາມຄືບຫນ້າໄປແລ້ວ 86% ຄາດການວ່າຈະກໍ່ສ້າງໃຫ້ສໍາເລັດສົມບູນໃຫ້ໄດ້ ພາຍໃນປີ 2023 ທີ່ຈະມາຮອດນີ້.

ສະຫນາມບິນສາກົນບໍ່ ແກ້ວມີມູນຄ່າການກໍ່ສ້າງທັງຫມົດ 175 ລ້ານໂດລາ ສະຫະລັດ ໃນເນື້ອທີ່ 300 ເຮັກຕາ ສາມາດຮອງຮັບຜູ້ໂດຍສານໄດ້ສູງສຸດປະມານ 1.500.000 ຄົນ ຫາ 2.000.000 ຄົນຕໍ່ປີ.

ເມື່ອໂຄງການນີ້ກໍ່ສ້າງສໍາເລັດສົມບູນ ຈະຊ່ວຍຊຸກຍູ້ໃຫ້ວຽກງານດ້ານການ ຂົນສົງ ຄົມມະນາຄົມທາງອາກາດ ພາຍໃນແຂວງບໍ່ແກ້ວ ກໍຄືລາວກັບບັນດາປະເທດໃກ້ຄຽງ ມີຄວາມເຂັ້ມ ແຂງ ທັງສາມາດເຊື່ອມໂຍງກັບສາກົນໄດ້ເປັນຢ່າງດີ ແລະ ຍັງສາມາດສ້າງ ເງື່ອນໄຂອໍານວຍຄວາມສະດວກ ດ້ານການລົງທຶນ ການທ່ອງທ່ຽວທັງ ພາຍໃນ ແລະ ຕ່າງປະເທດ ໃນຕໍ່ຫນ້າ.

ປລ: ຮູບຕອນຄືບໜ້າ 74%

ທີ່ມາ: ວຽງຈັນທາຍ

ບົດຄວາມຫຼ້າສຸດ

ການຈັດການຂີ້ເຫຍື້ອທີ່ດີ ຄືຄວາມປອດໄພຕໍ່ສະພາບແວດລ້ອມ ແລະ ສັງຄົມ

ການຈັດການຂີ້ເຫຍື້ອ ຍັງເປັນສິ່ງທີ່ທ້າທ້າຍໃນແຕ່ລະຂົງເຂດ ຕັ້ງແຕ່ເຮືອນຊານ, ຫ້າງຮ້ານ, ບໍລິສັດ ຈົນໄປເຖິງບັນດາໂຮງງານຜະລິດຕ່າງໆ. ເນື່ອງຈາກເປັນໄປບໍ່ໄດ້ທີ່ຈະຫຼີກລ່ຽງບໍ່ໃຫ້ມີການສ້າງຂີ້ເຫຍື້ອເລີຍ. ເຊິ່ງບາງຄັ້ງຍັງພົບເຫັນການທຳລາຍ ແລະ ຈັດການຂີ້ເຫຍື້ອຢ່າງບໍ່ຖືກວິທີ ທີ່ສົ່ງຜົນເສຍຕໍ່ສິ່ງແວດລ້ອມ ແລະ ສ້າງຄວາມເປີເປື້ອນໃຫ້ສັງຄົມ ເຊັ່ນ:...

ຮູ້ຫຼືບໍ່? ທີ່ໄປທີ່ມາຂອງຊື່ພາຍຸແຕ່ລະລູກ ໃຜເປັນຄົນຕັ້ງ ແລະ ໃຜເປັນຄົນຄິດຊື່

ພາຍຸແຕ່ລະລູກ ໃຜເປັນຄົນຕັ້ງ ແລະ ໃຜເປັນຄົນຄິດຊື່ ມາຮູ້ຄຳຕອບມື້ນີ້ ພາຍຸວິພາ, ພາຍຸຄາຈິກິ ໄດ້ມາຈາກໃສ ໃນໄລຍະນີ້ເຫັນວ່າມີພາຍຸກໍ່ໂຕຂຶ້ນມາຕະຫຼອດ ແລະມີຫຼາຍຄົນອາດຈະສົງໃສວ່າ ໃນການຕັ້ງຊື່ພາຍຸແຕ່ລະລູກ ແມ່ນໃຜເປັນຄົນຕັ້ງ ແລະຄໍາຕອບກໍຄື ຊື່ຂອງພາຍຸແມ່ນໄດ້ຖືກຕັ້ງຂຶ້ນຈາກປະເທດຕ່າງໆໃນທົ່ວໂລກ. ສຳລັບພາຍຸທີ່ສາມາດຕັ້ງຊື່ໄດ້ນັ້ນ ຕ້ອງແມ່ນພາຍຸລະດັບໂຊນຮ້ອນຂຶ້ນໄປ...

ແຈ້ງເຕືອນພາຍຸລູກໃໝ່ ທີ່ອາດຈະສົ່ງຜົນກະທົບຕໍ່ປະເທດລາວ ໃນວັນທີ 30/08/2025 – 02/09/2025

ກຽມຮັບມືພາຍຸລູກໃໝ່ ຫວຽດນາມອອກແຈ້ງເຕືອນພາຍຸລູກໃໝ່ ອາດສົ່ງຜົນກະທົບຕໍ່ປະເທດລາວ, ປະເທດໄທ ແລະ ປະເທດຫວຽດນາມ ຫວຽດນາມອອກແຈ້ງເຕືອນພາຍຸລູກໃໝ່ ທີ່ຄາດວ່າຈະໃຊ້ຊື່ວ່າພາຍຸໜອງຟ້າ ຫຼື ຟ້າໃສ ທີ່ຕັ້ງຊື່ໂດຍປະເທດລາວ ຄາດອິດທິພົນຂອງພາຍຸລູກນີ້ຈະສົ່ງຜົນກະທົບຕໍ່ປະເທດລາວ, ປະເທດໄທ ແລະ ປະເທດຫວຽດນາມ...

ຜົນສໍາເລັດ ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ III ຂອງ ອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ

ເອກະສັນຮັບເລືອກ ສະຫາຍ ປອ. ສັນຕິສຸກ ສິມມາລາວົງ ເປັນເລຂາຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຊຸດໃໝ່) ກະຊວງເຕັກໂນໂລຊີ ແລະ ການສື່ສານລາຍງານຜົນ ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ...