Homeຂ່າວພາຍ​ໃນລາຄາເຂົ້າສານຍັງຢູ່ໃນເກນປົກກະຕິ

ລາຄາເຂົ້າສານຍັງຢູ່ໃນເກນປົກກະຕິ

Published on

rice

 

ລະດູຝົນຜ່ານມາ ໄດ້ສົ່ງຜົນກະທົບບໍ່ໜ້ອຍຕໍ່ເນື້ອທີ່ການປູກເຂົ້າຂອງກະສິກອນບາງສ່ວນໃນທົ່ວປະເທດ ແລະ

ຫລາຍຄົນມີຄວາມຄິດວ່າ ເມື່ອເປັນເຊັ່ນນັ້ນ ອາດເຮັດໃຫ້ລາຄາເຂົ້າມີລາຄາແພງ, ແຕ່ຕົວຈິງແລ້ວມາຮອດປັດ

ຈຸບັນກໍຍັງເຫັນວ່າ ລາຄາ​ເຂົ້າທົ່ວໄປຢູ່ໃນເກນປົກກະຕິດີຄື ຢູ່ຕະຫລາດໃຫຍ່ 3 ແຫ່ງໃນນະຄອນ ຫລວງວຽງຈັນ

ເຊັ່ນ: ໜອງດ້ວງ, ທົ່ງຂັນຄຳ ແລະ ຕະຫລາດໜອງຈັນ​ ມີລາຄາປົກກະຕິ ແລະ ຄົງທີ່ດັ່ງປີຜ່ານມາ, ເຂົ້າຈ້າວ

ຫອມມະລິ ກິໂລລະ 9 ພັນກີບ, ສ່ວນເຂົ້າບ້ານໂດນ, ເຂົ້າໄກ່ນ້ອຍ ແລະ ເຂົ້ານາແຊງລາຄາ 7-8 ພັນກີບຕໍ່ກິໂລ,

ຕົກເປັນໜື່ນລະ 80-85 ພັນກີບ.

 

ຜູ້ເກັບຊື້ ແລະ ໃຫ້ບໍລິການເຄື່ອງກົນຈັກກະສິກຳ​ໃຫ້​ຮູ້ວ່າ:​ ປັດຈຸບັນເຖິງວ່າການປູກເຂົ້າຂອງຊາວນານັບມື້ຫລຸດ

ໜ້ອຍລົງ, ເນື້ອທີ່ນາໄດ້ຖືກຫັນປ່ຽນໄປເຮັດຢ່າງອື່ນ, ຊາວນາປະລະການເຮັດນາຍ້ອນຂາດແຫລ່ງທຶນ, ຂາດການ

ນຳໃຊ້ເຄື່ອງກົນຈັກ, ຂາດການໃຫ້ຄຳປຶກສາດ້ານການຜະລິດ, ເຮັດໃຫ້ຜົນຜະລິດຕົກຕ່ຳ ແລະ ມີຕົ້ນທຶນສູງ ແຕ່

ລາຄາເຂົ້າຍັງຢູ່ເກົ່າ ຈຶ່ງຫັນໄປປະກອບອາຊີບອື່ນແທນ ແລະ ບາງຄົນຍັງຄິດວ່າການເຮັດນາ ແມ່ນມີຄວາມສ່ຽງ

ຈາກໄພທຳມະຊາດສູງ​. ດັ່ງ​ນັ້ນຕໍ່​ສະພາບ​ຄື​ແນວ​ນີ້ພາກສ່ວນກ່ຽວຂ້ອງ, ຕ້ອງ​ໄດ້​ຊອກທາງແກ້ໄຂຢ່າງເອົາຈິງເອົາ

ຈັງ ຈຶ່ງ​ຈະ​ເຮັດ​ໃຫ້​ປະ​ເທດ​ເຮົາ​ສາມ​າດຄ້ຳປະກັນ​ສະບຽງ​ອາຫານ​ໄດ້.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...