spot_img
Homeຂ່າວພາຍ​ໃນທອງ​ລຸນ ສີ​ສຸ​ລິດ ​ສົ່ງ​ໂທ​ລະ​ເລກ​ຊົມ​ເຊີຍ​ເຖິງ​ ສີ ​ຈິ້ນ​ຜິງ ດໍາລົງຕໍາແໜ່ງເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ

ທອງ​ລຸນ ສີ​ສຸ​ລິດ ​ສົ່ງ​ໂທ​ລະ​ເລກ​ຊົມ​ເຊີຍ​ເຖິງ​ ສີ ​ຈິ້ນ​ຜິງ ດໍາລົງຕໍາແໜ່ງເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ

Published on

ວັນ​ທີ 23 ຕຸ​ລາ 2022, ສະ​ຫາຍ​ ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນກ​າງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ໄດ້​ສົ່ງ​ໂທ​ລະ​ເລກ​ຊົມ​ເຊີຍ​ເຖິງ​ສະ​ຫາຍ ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ.

ເນື່ອງໃນໂອກາດທີ່ ສະຫາຍ ໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກກອມມູນິດຈີນ ອີກວາລະໜຶ່ງ, ໃນນາມຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ສົ່ງຄວາມຊົມເຊີຍຢ່າງຈິງໃຈ, ອາລົມຈິດແຫ່ງຄວາມສາມັກຄີຮັກແພງຖານສະຫາຍອ້າຍນ້ອງ ແລະ ພອນໄຊອັນປະເສີດ ມາຍັງ ສະຫາຍ ແລະ ຜ່ານສະຫາຍ ໄປຍັງ ຄະນະກໍາມະການສູນກາງພັກກອມມູນິດຈີນ ສະໄໝທີ XX.

ການທີ່ສະຫາຍ ໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ເລຂາທິການໃຫຍ່ ອີກວາລະໜຶ່ງ ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງ ພັກກອມມູນິດຈີນ ເປັນການສະແດງໃຫ້ເຫັນຢ່າງຊັດເຈນ ເຖິງຄວາມໄວ້ເນື້ອເຊື່ອໃຈຢ່າງເຕັມປ່ຽມ ຂອງຜູ້ແທນກອງປະຊຸມໃຫຍ່ ກໍຄື ທົ່ວພັກ, ທົ່ວລັດ ແລະ ປະຊາຊົນຈີນ ທີ່ມີຕໍ່ສະຫາຍ ໃນຖານະເປັນຜູ້ນໍາທີ່ປີຊາສາມາດ, ເປັນແກນກາງຂອງພັກ, ຊຶ່ງປ່ຽມລົ້ນໄປດ້ວຍປະສົບການ ແລະ ມີຜົນງານອັນໂດດເດັ່ນ ໃນການຊີ້ນໍານໍາພາ ພາລະກິດສ້າງສາສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ໃນຍຸກສະໄໝໃໝ່.

ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XVIII ຂອງພັກ ເປັນຕົ້ນມາ, ສູນກາງພັກກອມມູນິດຈີນ ທີ່ຖື ສະຫາຍ ເປັນແກນກາງ ໄດ້ນໍາພາປະຊາຊົນຈີນ ສ້າງສາພັດທະນາ ສປ ຈີນ ດ້ວຍທັດສະນະໃໝ່, ແນວຄິດ ແລະ ຍຸດທະສາດໃໝ່ ທີ່ສອດຄ່ອງກັບສະພາບລວມພາຍໃນປະເທດ ແລະ ທ່າອ່ຽງລວມ ຂອງຍຸກສະໄໝ, ໂດຍສະເພາະແມ່ນ ການສະເໜີອອກ ແນວຄິດສີຈິ້ນຜິງ ວ່າດ້ວຍສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ໃນຍຸກສະໄໝໃໝ່ ເພື່ອປົກຄອງລັດ-ບໍລິຫານປະເທດ ໃຫ້ມີຄວາມເຂັ້ມແຂງ, ເຮັດໃຫ້ ສາທາລະນະລັດ ປະຊາຊົນຈີນ ມີການພັດທະນາຢ່າງໃຫຍ່ຫຼວງ, ຮອບດ້ານ, ກ້າວກະໂດດ ແລະ ມະຫັດສະຈັນ, ການເມືອງມີສະຖຽນລະພາບຢ່າງໜັກແໜ້ນ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ມີຄວາມເຂັ້ມແຂງທັນສະໄໝ, ສັງຄົມມີຄວາມສະຫງົບ ກົມກຽວປອງດອງ, ບັນລຸຜົນສຳເລັດອັນໃຫຍ່ຫຼວງເປັນປະຫວັດການ ບັນດາເປົ້າໝາຍຍຸດທະສາດ 100 ປີ ເຫດການທີໜຶ່ງ, ບັນດາຂໍ້ລິເລີ່ມຕ່າງໆ ທີ່ສະຫາຍ ສະເໜີອອກ ພວມໄດ້ຮັບການເຂົ້າຮ່ວມ ແລະ ສະໜັບສະໜູນຢ່າງຕັ້ງໜ້າ ຈາກວົງຄະນະຍາດສາກົນ, ບົດບາດ ແລະ ອິດທິພົນຂອງ ສປ ຈີນ ນັບມື້ນັບພົ້ນເດັ່ນ ແລະ ນຳໜ້າ ໃນເວທີພາກພື້ນ ແລະ ສາກົນ, ປະກອບສ່ວນສຳຄັນຍິ່ງເຂົ້າໃນພາລະກິດເສີມສ້າງສັນຕິພາບ ແລະ ການພັດທະນາໃນໂລກ.

ຂ້າພະເຈົ້າ ມີຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ ພາຍໃຕ້ການນໍາພາອັນເຂັ້ມແຂງ ຂອງ ສູນກາງພັກກອມມູນິດຈີນ ທີ່ມີ ສະຫາຍ ສືບຕໍ່ເປັນແກນກາງນັ້ນ, ປະຊາຊົນຈີນອ້າຍນ້ອງ ຈະສາມາດຍາດໄດ້ຜົນສໍາເລັດຮອບດ້ານອັນໃໝ່ ໃຫຍ່ຫຼວງກວ່າເກົ່າ ໃນການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງພັກ ກໍຄືການສ້າງສັງຄົມນິຍົມທີ່ເຂັ້ມແຂງທັນສະໄໝ ຮອບດ້ານ, ບັນລຸເປົ້າ ໝາຍ 100 ປີເຫດການທີສອງ ແລະ ການຟື້ນຟູຄວາມຮຸ່ງເຮືອງສີວິໄລຂອງຊາດຈີນ ໃຫ້ປະກົດຜົນເປັນຈິງຢ່າງມີໄຊ.

ຂ້າພະເຈົ້າມີຄວາມເອກອ້າງທະນົງໃຈ ແລະ ປິຕິຍິນດີເປັນຢ່າງຍິ່ງ ທີ່ເຫັນວ່າສາຍພົວພັນມິດຕະພາບອັນເປັນມູນເຊື້ອ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ທີ່ມີມາແຕ່ດົນນານນັ້ນ ນັບມື້ນັບໄດ້ຮັບການເສີມຂະຫຍາຍດ້ວຍທ່ວງທ່າທີ່ໜັກແໜ້ນ ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ, ໂດຍສະເພາະແມ່ນພາຍຫຼັງທີ່ສອງພັກ ໄດ້ລົງນາມ ແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊະຕາກໍາ ລາວ-ຈີນ, ການພົວພັນຮ່ວມມືສອງຝ່າຍໃນທຸກຂະແໜງການ ໄດ້ຮັບການເສີມຂະຫຍາຍທັງທາງກວ້າງ ແລະ ເຂົ້າສູ່ລວງເລິກ ຢ່າງເປັນຮູບປະທໍາ, ຍິນດີສືບຕໍ່ຮ່ວມກັບສະຫາຍ ໃນການປຶກສາຫາລື ແລະ ກໍານົດທິດນໍາ ຂອງການພົວພັນຮ່ວມມືສອງຝ່າຍ ໄລຍະໃໝ່ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຈີນ, ປະກອບສ່ວນຊຸກຍູ້ພາລະກິດກໍ່ສ້າງສັງຄົມນິຍົມຢູ່ ສອງປະເທດ ໄປສູ່ຈຸດໝາຍທີ່ວາງໄວ້.

ຂໍອວຍພອນໃຫ້ສະຫາຍ ຈົ່ງມີສຸຂະພະລານາໄມສົມບູນ, ມີຄວາມຜາສຸກ ແລະ ມີຜົນສໍາເລັດອັນໃຫຍ່ຫຼວງກວ່າເກົ່າ ໃນພາລະກິດອັນສູງສົ່ງ ແລະ ມີກຽດສະຫງ່າຂອງສະຫາຍ.

ຂໍອວຍພອນໃຫ້ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊະຕາກໍາ ລາວ-ຈີນ ຈົ່ງໝັ້ນຄົງຂະໜົງແກ່ນ ແລະ ສືບຕໍ່ໄດ້ຮັບການເສີມຂະຫຍາຍໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ ຊົ່ວກາລະນານ (CRI-FM93).

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...