Homeຂ່າວພາຍ​ໃນກະຊວງອຸດສາຫະກຳ ແລະ ການຄ້າ ລາຍງານສະພາບການຂຶ້ນລາຄາສິນຄ້າໃນຕະຫຼາດນະຄອນຫຼວງວຽງຈັນ

ກະຊວງອຸດສາຫະກຳ ແລະ ການຄ້າ ລາຍງານສະພາບການຂຶ້ນລາຄາສິນຄ້າໃນຕະຫຼາດນະຄອນຫຼວງວຽງຈັນ

Published on

ຄຽງຄູ່ກັບການປັບລາຄານ້ຳມັນເຊື້ອໄຟເມື່ອບໍ່ດົນມານີ້, ກະຊວງ ອຸດສາຫະກໍາ ແລະ ການຄ້າ ຍັງໄດ້ມີການປັບຂຶ້ນລາຄາສິນຄ້າໃນຕະຫຼາດ 4 ຕົວເມືອງຂອງນະຄອນຫຼວງວຽງຈັນ ເຊິ່ງປະກອບມີເຂົ້າສານຫນຽວ ປະເພດ1, ເຂົ້າສານຈ້າວປະເພດ1, ຊີ້ນງົວປະເພດ1ຊີ້ນກ້ອນ,ຊີ້ນຫມູ ປະເພດ1ຊີ້ນກ້ອນ, ໄກ່ລາດປອກ (ໄກ່ທີ່ຄົວແລ້ວ), ປານິນ, ໄຂ່ໄກ່ເບີ 0 ແລະ ແກ໊ສຫຸງຕົ້ມ.

ການປັບລາຄາຄັ້ງນີ້ຈະກໍານົດສະເພາະ 4 ເມືອງໃນນະຄອນຫຼວງວຽງຈັນ ໄດ້ແກ່: ເມືອງ ໄຊເສດຖາ, ເມືອງ ສີສັດຕະນາກ, ເມືອງ ສີໂຄຕະບອງ ແລະ ເມືອງ ຈັນທະບູລີ ໂດຍຈະປັບລາຄາເຂົ້າສານຫນຽວເປັນ 13.000 ກີບຕໍ່ກິໂລ ໃນເມືອງ ໄຊເສດຖາ, ເມືອງ ສີສັດຕະນາກ ແລະ ເມືອງ ຈັນທະບູລີ, ສ່ວນໃນເມືອງ ສີໂຄດຕະບອງຈະປັບຂຶ້ນເປັນ 14.000 ກີບຕໍ່ກິໂລ.

ສໍາລັບເຂົ້າສານຈ້າວ ໃນຕະຫຼາດເມືອງສີສັດຕະນາກ ແລະ ສີໂຄດ ຕະບອງ ແມ່ນຂາຍໃນລາຄາ 14.000 ກີບຕໍ່ກິໂລ, ເມືອງໄຊເສດຖາ 14.166 ກີບຕໍ່ກິໂລ ແລະ ເມືອງຈັນທະບູລີ ແມ່ນຂາຍໃນລາຄາ 13.000 ກີບຕໍ່ກິໂລ.

ໃນສ່ວນຂອງຊີ້ນງົວປະເພດ 1 ຊີ້ນກ້ອນແມ່ນໃນຕະຫຼາດ ເມືອງ ໄຊເສດຖາ ແມ່ນຂາຍໃນລາຄາ 90.000 ກີບຕໍ່ກິໂລ. ໃນຕະຫຼາດ ເມືອງສີໂຄດຕະບອງ ແມ່ນ 100.000 ກີບຕໍ່ກິໂລ, ສ່ວນເມືອງ ສີສັດຕະນາກ ແລະ ເມືອງຈັນທະບູລີ ແມ່ນຂາຍຢູ່ທີ່  95.000 ກີບຕໍ່ກິໂລ.

ຕະຫຼາດໃນເມືອງສີສັດຕະນາກ ແລະ ໄຊເສດຖາ ແມ່ນຂາຍຫມູຊີ້ນຫມູ ປະເພດ 1 ຊີ້ນກ້ອນ ຂາຍໃນລາຄາ 60,000 ກີບຕໍ່ກິໂລ, ໃນຂະນະທີ່ ຕະຫຼາດໃນເມືອງ ສີໂຄດຕະບອງ ແລະ ຈັນທະບູລີ ໄລ່ລາຄາ 65,000 ກີບຕໍ່ກິໂລ.

ໄກ່ລາດປອກ (ໄກ່ທີ່ຄົວແລ້ວ) ຕະຫຼາດໃນເມືອງສີສັດຕະນາກ ແລະ ສີໂຄດຕະບອງ ຈະຂາຍໃນລາຄາ 60.000 ກີບຕໍ່ກິໂລ, ເມືອງໄຊເສດຖາ ແມ່ນ 65.000 ກີບ ແລະ ເມືອງຈັນທະບູລີ 50.000 ກີບຕໍ່ກິໂລ.

ສໍາລັບ ປານິນ ໃນເມືອງສີສັດຕະນາກ ແລະ ເມືອງຈັນທະບູລີ ຈະຂາຍຢູ່ ທີ່ 33.000 ກີບ/ກິໂລ. ຢູ່ເມືອງໄຊເສດຖາ ແລະ ສີໂຄດຕະບອງ ແມ່ນຢູ່ ທີ່ 32.000 ກີບຕໍ່ກິໂລ.ສ່ວນໄຂ່ທີ່ວາງຂາຍຢູ່ເມືອງສີສັດຕະນາກ ຂາຍ ແມ່ນ 2.500 ກີບຕໍ່ຫນ່ວຍ, ໃນຂະນະທີໄຂ່ທີ່ວາງຂາຍຢູ່ເມືອງອື່ນໆແມ່ນ 2.000 ກີບຕໍ່ຫນ່ວຍ.

ສ່ວນແກ໊ສຫຸງຕົ້ມ ແມ່ນຢູ່ໃນລະດັບ 270.000 ກີບຕໍ່ຖັງ ໃນເມືອງ ສີໂຄດຕະບອງ, 275.000 ກີບຕໍ່ຖັງ ໃນເມືອງ ສີສັດຕະນາກ, 280.000ກີບ ໃນ ເມືອງໄຊເສດຖາ ແລະ 310.000 ກີບຕໍ່ຖັງ ໃນເມືອງ ຈັນທະບູລີ.

ຢ່າງໃດກໍຕາມ ລາຄາສິນຄ້າຕ່າງຍັງຈະສືບຕໍ່ເພີ່ມສູງຂຶ້ນໃນຕະຫຼອດປີນີ້ ເນື່ອງຈາກ ລາຄານ້ໍາມັນ ແລະ ລາຄາປຸຍ ທີ່ເພີ່ມຂຶ້ນສູງໃນຕະຫຼາດໂລກ

ຕັ້ງແຕ່ຕົ້ນລະດູຝົນທີ່ຜ່ານມາ ເຊິ່ງສົ່ງຜົນໃຫ້ຊາວກະສິກອນປູກເຂົ້າຈໍ ່ ນວນຫນຶ່ງປະຖິ້ມການປູກພືດ.

ແຫຼ່ງຂ່າວຈາກ Lao Youth Radio FM 90.0 Mhz ແລະ ວຽງຈັນທາຍ

ຮູບພາບຈາກ ຕະຫຼາດທົ່ງຂັນຄຳ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...