Homeຂ່າວເຫດການການນຳນະຄອນຫຼວງ ລົງຢ້ຽມຢາມໂຮງງານຜະລິດເກືອກາລີ

ການນຳນະຄອນຫຼວງ ລົງຢ້ຽມຢາມໂຮງງານຜະລິດເກືອກາລີ

Published on

20141117131153

 

ວັນ​ທີ 15 ພະຈິກ 2014 ຜ່ານມາ ທ່ານ ​ດຣ. ສິນ​ລະ​ວົງ ຄຸດ​ໄພທູນ ເຈົ້າ​ຄອງ​ນະຄອນຫຼວງ​ວຽງຈັນ ທ່ານ ຈັນທະ​ລາ

ອິນ​ທະລັງ​ສີ ເຈົ້າເມືອງ​ໄຊ​ທານີ ພ້ອມ​ດ້ວຍ​ຄະນະ​ ລົງ​ຢ້ຽມຢາມ ບໍລິສັດ ​ຊິ​ໂນ​ໄຮໂດຣ​ມາຍ​ນິງ​ລາວ ຈຳກັດ ຕັ້ງ​ຢູ່

ເຂດ​ບ້ານ​ຫ້ວຍ​ເຕີຍ ເມືອງ​ໄຊ​ທານີ ນະຄອນຫຼວງ​ວຽງ​ຈັນ ໃນ​ເນື້ອທີ່​ຂອງ​ໂຮງງານ 35 ເຮັກຕາ ເນື້ອທີ່​ຂຸດ​ຄົ້ນ

3.986 ເຮັກຕາ.

 

ໃນ​ໂອກາດ​ດັ່ງກ່າວ ທ່ານ​ເຈົ້າຄອງ​ນະຄອນຫຼວງ ໄດ້​ຮັບ​ຟັງການ​ລາຍ​ງານ​ສະພາບ​ການ​ຈັດຕັ້ງ​ປະຕິບັດ​ວຽກ​ງານ

​ຈາກ​ທ່ານຮອງ​ອຳນວຍ​ການ ​ບໍລິສັດ ​ຊິ​ໂນ​ໄຮ​ໂດຣ​ມາຍ​ນິງ​ລາວ ຈຳກັດ ເຊິ່ງເຫັນ​ວ່າ​ບໍລິສັດ​ດັ່ງກ່າວ​ ໄດ້​ເລີ່ມການ

​ຜະລິດແຕ່​ປີ 2006 ເປັນຕົ້ນ​ມາ ໃນ​ການ​ດຳເນີນ​ກິດ​ຈະການ​ຜະລິດ​ເກືອ​ກາລີ ແລະ ເກືອທຳ​ມະ​ດາ ເພື່ອ​ສົ່ງ​ອອກ

​ໄປ​ຍັງປະເທດ​ຫວຽດນາມ ໄທ ແລະ ປະເທດ​ສິງ​ກາ​ໂປ ສາມາດ​ຜະລິດ​ໄດ້ 120.000 ໂຕນ​ຕໍ່​ປີ ໄປພ້ອມ​ກັນ​ນັ້ນ ທາງ

​ບໍລິສັດ​ຍັງ​ຈະໄດ້​ມີ​ການ​ປັບປຸງ ແລະ ຂະຫຍາຍການ​ຜະລິດ ເພື່ອ​ໃຫ້​ບັນລຸ​ເປົ້າໝາຍ​ການ​ຜະລິດ ແລະ ໂອກາດດັ່ງ

ກ່າວ​ນີ້ ທາງ​ບໍລິສັດ​ຍັງ​ໄດ້ສະເໜີ​ເລື່ອງ​ອາກອນ ແລະ ບັນຫາ​ລາຄາ​ທີ່​ດິນ​ເຊົ່າ​ຂອງ​ປະຊາຊົນ​ສູງ​ເກີນ​ໄປ ເຮັດ​ໃຫ້​

ກະທົບ​ຕໍ່ກິດຈະການ.

 

ຈາກ​ນັ້ນ ທ່ານ​ເຈົ້າ​ຄອງ​ນະຄອນ​ຫຼວງ ​ກໍ່​ໄດ້​ສະແດງ​ຄວາມຊົມເຊີຍ​ມາ​ຍັງ​ບໍລິສັດ ​ທີ່​ໄດ້​ເອົາໃຈ​ໃສ່​ໃນ​ການ​ຜະລິດ​

ເກືອ​ກາລີ ເພື່ອ​ສົ່ງ​ອອກ ແລະ ເຮັດ​ໃຫ້​ກິດຈະ​ການ​ສາມາດ​ດຳເນີນ​ມາຮອດ​ປັດຈຸບັນ ​ທີ່​ມີ​ຄວາມ​ຄືບ​ໜ້າໄປ​ໄດ້​ດີ

ສ່ວນ​ການ​ສະເໜີ​ນັ້ນ ແມ່ນ​ໃຫ້​ບໍລິສັດ​ເຮັດ​ໜັງສື​ຄັກແນ່​ສະເໜີ​ຂຶ້ນ​ໄປ ເພື່ອ​ຈະ​ໄດ້​ມີ​ການປຶກສາ​ຫາລື​ກັນ ຊອກ​

ຫາ​ວິທີການ​ແກ້​ໄຂ ແລະ ຕ້ອງ​ໄດ້​ລວມຕົວ​ກັນ​ຜະລິດ​ເປັນ​ກຸ່ມ ແລ້ວ​ປຸງແຕ່ງ​ເປັນ​ຜະລິດ​ຕະ​ພັນ​ສົ່ງ​ອອກ.

 

ແຫລ່ງຂ່າວ: ວຽງຈັນໃໝ່

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...