Homeຂ່າວທ້ອງຖິ່ນ8 ເດືອນຕົ້ນປີ ດ່ານພາສີສາກົນບໍ່ເຕັນ ຈັດເກັບລາຍຮັບພາສີໄດ້ເກີນຄາດ

8 ເດືອນຕົ້ນປີ ດ່ານພາສີສາກົນບໍ່ເຕັນ ຈັດເກັບລາຍຮັບພາສີໄດ້ເກີນຄາດ

Published on

ດ່ານພາສີສາກົນບໍ່ເຕັນ ສາຍຕັ້ງຂຶ້ນກັບພາສີ ປະຈຳແຂວງຫຼວງນໍ້າທາ, ກົມພາສີ ກະຊວງການເງິນ, ຊຶ່ງເປັນ ເສນາທິການໃຫ້ກົມພາສີ ໃນການໂຄສະນາເຜີຍແຜ່ດ້ານລະບຽບຫຼັກການ, ປະຕິບັດຕາມກົດໝາຍ, ຈັດຕັ້ງປະຕິບັດ ແຜນຈັດເກັບລາຍຮັບພາສີ ແລະ ພັນທະອື່ນໆຕາມລະບຽບການໃຫ້ຖືກຕ້ອງ, ສອດຄ່ອງ, ຄົບຖ້ວນ ແລະ ທັນກັບ ເວລາ.

ອີງຕາມການໃຫ້ສຳພາດຂອງທ່ານ ວິລະກອນ ເກດຕະວົງ ຫົວໜ້າດ່ານພາສີສາກົນບໍ່ເຕັນ ໃຫ້ຮູ້ວ່າ: ປີ 2022 ໄດ້ຮັບຕົວເລກແຜນການທັງໝົດ 515,5 ຕື້ກີບ, ເພີ່ມຂຶ້ນຈາກປີຜ່ານມາ 77,79% ຫຼື ປະມານ 225 ຕື້ກວ່າກີບ, ແນວໃດກໍຕາມຜ່ານການຊີ້ນຳ–ນຳພາ, ການເຄື່ອນໄຫວ, ການຈັດຕັ້ງປະຕິບັດວຽກງານວິຊາສະເພາະໃນໄລຍະ 8 ເດືອນຕົ້ນປີເຫັນວ່າການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດມີລັກສະນະຕັ້ງໜ້າ ແລະ ພົ້ນເດັ່ນຫຼາຍດ້ານ, ຊຶ່ງຄາດຄະເນລາຍຮັບໝົດປີຂອງດ່ານພາສີສາກົນບໍ່ເຕັນ ແຂວງຫຼວງນໍ້າທາ, ຈະໃຫ້ລື່ນແຜນການ ຫຼື ເທົ່າກັບ102,81% ຂອງແຜນການປີ ຫຼື ປະມານ 530 ຕື້ກີບ (ຄິດເປັນເງິນລື່ນແຜນປະມານ 14,5 ຕື້ກວ່າກີບ).

ສະນັ້ນ, ຈຶ່ງເຮັດໃຫ້ການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດມີລັກສະນະຕັ້ງໜ້າ ແລະ ພົ້ນເດັ່ນຫຼາຍດ້ານ, ຕາມແຜນການປີໄດ້ຮັບຕົວເລກທັງໝົດຈໍານວນ 515,5 ຕື້ກີບ, ເພີ່ມຂຶ້ນຈາກປີຜ່ານມາເທົ່າກັບ 77,79% ຫຼື ປະມານ 225 ຕື້ກວ່າກີບ, ສ່ວນແຜນການ 6 ເດືອນຕົ້ນປີ 2022 ເທົ່າກັບ 257,7 ຕື້ກວ່າກີບ, ສາມາດປະຕິບັດໄດ້ 290,8 ຕື້ກວ່າກີບເທົ່າກັບ 112,83% ລື່ນແຜນການ 33 ຕື້ກວ່າກີບເທົ່າກັບ 12,83% ແລະ ເທົ່າກັບ 56,42% ຂອງແຜນການປີ; ສົມທຽບໄລຍະດຽວກັນຂອງ 06 ເດືອນຕົ້ນປີ 2021 ແມ່ນເພີ່ມຂຶ້ນ 47,53% ຫຼືເທົ່າກັບ 93,6 ຕື້ກີບ.ສຳລັບການປະຕິບັດແຜນງົບປະມານແຫ່ງລັດ, ຊຶ່ງນັບແຕ່ຕົ້ນປີຮອດທ້າຍຮອດທ້າຍເດືອນກັນຍາປີ 2022 ປະຕິບັດໄດ້ 455,5 ຕື້ກວ່າກີບເທົ່າກັບ 88,36% ຂອງແຜນການປີ ແລະ ຄາດຄະເນໝົດປີ 2022 ຈະໃຫ້ໄດ້ຕາມແຜນການ ແລະ ຕັ້ງແຜນສູ້ຊົນໃຫ້ໄດ້ລື່ນແຜນການປີເທົ່າກັບ 102,81% ຂອງແຜນການປີ ຫຼື ເທົ່າກັບ 530 ຕື້ກີບ (ລື່ນແຜນການ 2,81% ເທົ່າກັບ 14,5 ຕື້ກວ່າກີບ).
ທ່ານ ວິລະກອນ ເກດຕະວົງ ຫົວໜ້າດ່ານພາສີສາກົນບໍ່ເຕັນ ໃຫ້ຮູ້ຕື່ມອີກວ່າ: ສາເຫດທີ່ພາໃຫ້ການຈັດເກັບລາຍຮັບໄດ້ລື່ນແຜນການ, ຍ້ອນການຊີ້ນຳ–ນໍາພາຈາກການນໍາທຸກຂັ້ນ (ທັງສູນກາງ ແລະ ທ້ອງຖິ່ນ) ນອກນັ້ນ, ໄດ້ຮັບການຮ່ວມມືຈາກຂະແໜງການກ່ຽວຂ້ອງ ໃນການອໍານວຍຄວາມສະດວກໃນການປະຕິບັດໜ້າທີ່ວິຊາສະ ເພາະ, ມີບັນດານິຕິກຳ, ລະບຽບກົດໝາຍ, ມີແບບແຜນວີທີເຮັດວຽກ, ແບ່ງຄວາມຮັບຜິດຊອບ, ມີເຄື່ອງມືທີ່ທັນສະໄໝເປັນການອຳນວຍຄວາມສະດວກເຂົ້າຮັບໃຊ້ວຽກງານ.
ແຫຼ່ງຂ່າວ: ກະຊວງການເງິນ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...