spot_img
Homeຂ່າວພາຍ​ໃນທູດຫວຽດນາມ ປະຈຳລາວ ເຄື່ອນໄຫວ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອຸດົມໄຊ

ທູດຫວຽດນາມ ປະຈຳລາວ ເຄື່ອນໄຫວ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອຸດົມໄຊ

Published on

ແຂວງອຸດົມໄຊ ໃຫ້ຮູ້ວ່າ: ວັນທີ 17 ຕຸລາ ຜ່ານມາ, ຢູ່ຫ້ອງວ່າການແຂວງອຸດົມໄຊ ທ່ານ ຄໍາພຽງ ຢາຈົງວາ ຮອງເລຂາພັກແຂວງ, ພ້ອມດ້ວຍ ພະແນກການທີ່ກ່ຽວຂ້ອງ ໄດ້ຕ້ອນຮັບການມາຢ້ຽມຢາມ ແລະ ເຮັດວຽກຂອງທ່ານ ຫງວຽນ ບ໋າຮຸງ ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳລາວ ພ້ອມດ້ວນຄະນະ.

ໂອກາດນີ້, ທ່ານ ຄຳພຽງ ຢາຈົງວາ ກໍໄດ້ລາຍງານສະພາບໂດຍຫຍໍ້ກ່ຽວກັບແຂວງອຸດົມໄຊ ດ້ານທີ່ຕັ້ງພູມສັນຖານ, ທ່າແຮງທາງດ້ານການພັດທະນາເສດ ຖະກິດ-ສັງຄົມ, ການທ່ອງທ່ຽວ, ການພົວພັນແບບພິເສດກັບ ສສ ຫວຽດນາມ ແລະ ຕີລາຄາສູງການພົວພັນຮ່ວມມື ລະຫວ່າງສອງປະເທດໃນດ້ານຕ່າງໆໄລຍະຜ່ານມາ ກໍຄື ແຂວງອຸດົມໄຊ ກັບບັນດາແຂວງພາກເໜືອຂອງ ສສ ຫວຽດນາມ ທີ່ນັບມື້ນັບແໜ້ນແຟ້ນ.

ພ້ອມກັນນີ້, ທ່ານ ຫງວຽນ ບ໋າຮຸງ ກໍໄດ້ຕີລາຄາສູງຕໍ່ກັບສາຍພົວພັນລະຫວ່າງສອງປະເທດ ໂດຍສະເພາະ ລະຫວ່າງແຂວງອຸດົມໄຊ ກັບບັນດາແຂວງພາກເໜືອຂອງແຂວງ ສສ ຫວຽດນາມ. ການມາຢ້ຽມຢາມ ແລະ ເຮັດວຽກຂອງຄະນະທູດຄັ້ງນີ້ ກໍເພື່ອເປັນການຊຸກຍູ້ສາຍພົວພັນ ລະຫວ່າງແຂວງພາກເໜືອຂອງລາວ ແລະ ຫວຽດນາມ ໃຫ້ນັບມື້ນັບມີການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ. ພ້ອມນີ້, ທ່ານຍັງໄດ້ ສະເໜີໃຫ້ແຂວງອຸດົມໄຊ ເກັບກຳບັນດາລາຍຊື່ໂຄງການ ທີ່ຢາກໃຫ້ຕ່າງປະເທດມາລົງທຶນໃນດ້ານຕ່າງໆເຊັ່ນ: ດ້ານການປູກຝັງ, ລ້ຽງສັດ, ອຸດສາຫະກຳ ແລະ ດ້ານອື່ນໆ ເພື່ອໃຫ້ສະຖານທູດໄດ້ນຳໄປສະເໜີຕໍ່ນັກລົງທຶນ ສສ ຫວຽດນາມ ທີ່ມາລົງທຶນຢູ່ແຂວງອຸດົມໄຊ ເພື່ອຊອກຫາຊ່ອງທາງໃນການລົງທຶນ ຕື່ມອີກ.

ແຫຼ່ງຂ່າວ ປະເທດລາວ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...