Homeຂ່າວຕ່າງປະເທດອີຣານຕົກລົງຂາຍຈະຫຼວດໃຫ້ກັບຣັດເຊຍ

ອີຣານຕົກລົງຂາຍຈະຫຼວດໃຫ້ກັບຣັດເຊຍ

Published on

ອີຣານຕົກລົງຂາຍອາວຸດ ທັ້ງຈະຫຼວດ ແລະ ໂດຣນກາມິກາເຊ່ ໃຫ້ແກ່ຣັດເຊຍເພີ່ມ ໃນທ່າມກາງການຂູ່ຂວ້ຳບາດຂອງບັນດາຊາດຕາເວັນຕົກ.

ສຳນັກຂ່າວ ຣອຍເຕີ ໄດ້ລາຍງານວ່າ ອ້າງຈາກການເປີດເຜີຍຂອງເຈົ້າໜ້າທີ່ອາວຸໂສອີຣານ 2 ຄົນ ກັບ ນັກການທູດອີຣານອີກ 2 ຄົນ ວ່າ ລັດຖະບານອີຣານສັນຍາຈະຈັດຫາລູກສອນໄຟ ຊະນິດຍິງໄດ້ຈາກພາກພື້ນສູ່ພື້ນ ລວມເຖິງໂດຣນ ເພີ່ມເຕີມໃຫ້ແກ່ຣັດເຊຍ ໂດຍບໍ່ສົນໃຈຄຳເຕືອນຂອງ ອາເມຣິກາ ແລະ ບັນດາຊາດຕະເວັນຕົກ ທີ່ຂູ່ຈະຂວ້ຳບາດ ຖ້າວ່າສົ່ງອາວຸດໃຫ້ມົດສະກູ (ຣັດເຊຍ).

ຂໍ້ຕົກລົງດັ່ງກ່າວໄດ້ເຫັນດີ ໃນວັນ ທີ 6 ຕຸລາ ລະຫວ່າງ ທ່ານ ໂມຮຳມັດ ມອກເບີ ຮອງປາທະນາທິບໍດີ ກັບເຈົ້າໜ້າທີ່ລະດັບສູງ 2 ຄົນຈາກກອງກຳລັງພິທັກການປະຕິວັດອິຣານ ແລະ ເຈົ້າໜ້າທີ່ຈາກສະພາຄວາມໝັ້ນຄົງແຫ່ງຊາດສູງສຸດອີກ 1 ຄົນ ເດີນທາງຢ້ຽມກຸງມົດສະກູ ເພື່ອເຈລະຈາກັບຣັດເຊຍເລື່ອງການສົ່ງມອບອາວຸດ.

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...