Homeຂ່າວຕ່າງປະເທດສະມາຊິກວົງ BTS ກຽມເຂົ້າເກນທະຫານ

ສະມາຊິກວົງ BTS ກຽມເຂົ້າເກນທະຫານ

Published on

ວັນທີ 17 ຕຸລາ 2022 ທາງຕົ້ນສັງກັດຂອງວົງ BTS ໄດ້ອອກມາແຈ້ງເຖິງການເຂົ້າກົມທະຫານຮັບໃຊ້ຊາດຂອງ “ຈິນ” ສະມາຊິກທີ່ເປັນອ້າຍສຸດໃນວົງ.

HYBE  ຕົ້ນສັງກັດຂອງວົງ BTS ຈະເລີ່ມເກນທະຫານຕາມລະບຽບກົດໝາຍ ໂດຍຈະເລີ່ມຈາກ ຈິນ (JIN) ອາຍຸ 29 ປີ ເຊິ່ງເປັນສະມາຊິກທີ່ມີອາຍຸຫຼາຍສຸດໃນວົງ ຈະໄດ້ເຂົ້າກົມທະຫານເປັນຄົນທຳອິດຂອງວົງ.

ທີ່ຜ່ານມາ ວົງ BTS ໄດ້ຮັບການຜ່ອນຜັນເກນທະຫານ ຈາກກົດໝາຍທີ່ອະນຸຍາດໃຫ້ສິລະປິນທີ່ຜ່ານການຮັບຮອງຈາກລັດຖະມົນຕີກະຊວງວັດທະນະທຳ ກິລາ ແລະ ການທ່ອງທ່ຽວ ສາມາດຜ່ອນຜັນການເກນທະຫານໄດ້.

ນັບຕັ້ງແຕ່ວົງ BTS ໄດ້ເດບິ້ວອອກມາໃນປີ 2013 ກໍໄດ້ກາຍເປັນທີ່ນິຍົມໄປທົ່ວໂລກດ້ວຍເພງທີ່ມ່ວນ ແລະ ມີແຄມເປນຕໍ່ສັງຄົມ ຈຶ່ງເຮັດໃຫ້ມີຜູ້ຄົນຈຳນວນຫຼາຍໃນທົ່ວໂລກມັກ-ຮັກໃນວົງນີ້.

ໂດຍທາງຕົ້ນສັງກັດໄດ້ກ່າວວ່າ ຈິນຈະຍົກເລີກການຜ່ອນຜັນເກນທະຫານໃນຊ່ວງທ້າຍເດືອນຕຸລາ 2022 ແລະ ຈະປະຕິບັດຕາມຂັ້ນຕອນທີ່ກ່ຽວຂ້ອງ ສ່ວນສະມາຊິກຄົນອື່ນກໍຈະໄດ້ຮັບການເກນທະຫານຕາມແຜນຂອງແຕ່ລະຄົນເຊັ່ນກັນ.

ເຊິ່ງ Bighit Music ທີ່ເປັນເຈົ້າຂອງ HYBE ຖະແຫຼງການວ່າ ທັ້ງບໍລິສັດ ແລະ ສະມາຊິກວົງ BTS ຈະຖ້າການກັບມາຮວມໂຕກັນອີກຄັ້ງໃນປິ 2025 ພາຍຫຼັງທີ່ພວກເຂົາໄດ້ຮັບໃຊ້ຊາດຮຽບຮ້ອຍ.

ຕາມກົດໝາຍໃນເກົາຫຼີ ຜູ້ຊາຍທີ່ມີອາຍຸລະຫວ່າງ 18-28 ປີ ຕ້ອງໄດ້ຮັບລາດຊະການທະຫານເປັນເວລາ 18-21 ເດືອນ ເຊິ່ງເປັນສ່ວນໜຶ່ງຂອງຄວາມພະຍາຍາມໃນການປ້ອງກັນເຂດແດນຈາກເກົາຫຼີເໜືອ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...