Homeຂ່າວຕ່າງປະເທດເກີດເຫດດບໍ່ຖ່ານຫີນລະເບີດໃນປະເທດຕວັກກີ

ເກີດເຫດດບໍ່ຖ່ານຫີນລະເບີດໃນປະເທດຕວັກກີ

Published on

ເກີດເຫດບໍ່ຖ່ານຫີນລະເບີດໃນປະເທດຕວັກກີເຮັດໃຫ້ຄົນງານ 40 ຄົນເສຍຊີວິດ, ຄົນງານຫຼາຍສິບຄົນຕິດຢູ່ໃຕ້ດິນ.

ວັນທີ 15 ຕຸລາ 2022 ເກີດເຫດສະຫຼົດໃຈ ບໍ່ຖ່ານຫີນແຫ່ງນຶ່ງໃນເມືອງ ອາມັດສາຍາ (Amasya) ທາງພາກເໜືອ ຂອງຕວັກກີປະສົບ​ກັບ​ການ​ລະ​ເບີດ​ທີ່​ຮຸນ​ແຮງ ​ໃນ​ວັນ​ສຸກ​ທີ 14 ຕຸລາ​ຜ່ານ​ມາ​, ໄດ້​ເຮັດ​ໃຫ້​ຄົນ​ງານ​ບໍ່​ແຮ່ ຢ່າງ​ໜ້ອຍ 40 ຄົນ​ໄດ້​ເສຍ​ຊີວິດ, ​ເຮັດ​ໃຫ້​ມັນ​ເປັນ​ອຸປະຕິ​ເຫດ​ທີ່ເກີດກັບບໍ່ຖ່ານຫີນ​ທີ່​ຮ້າຍ​ແຮງ​ທີ່​ສຸດ​ໃນຮອບ​ຫຼາຍ​ປີ​.

ສຳນັກຂ່າວ BBC ລາຍງານວ່າ: ໃນຂະນະເກີດເຫດບໍ່ຖ່ານຫີນລະເບີດ ມີຄົນງານກຳລັງເຮັດວຽກຢູ່ໃນບໍ່ດັ່ງກ່າວ ປະມານໜຶ່ງຮ້ອຍຄົນ, ໂດຍທ່ານ Fahrettin Koca ັລດຖະມົນຕີກະຊວງ ສາທາລະນະສຸກ ຕວັກກີ ກ່າວເຖິງການຊ່ວຍເຫຼືອຄົນງານເຫຼົ່ານີ້ວ່າ: ທີມກູ້ໄພກຳລັງພະຍາຍາມເລັ່ງຊ່ວຍເຫຼືອຄົນງານ ສາມາດຊ່ວຍຄົນງານອອກຈາກບໍ່ຫີນແຫ່ງນີ້ໄດ້ແລ້ວ 58 ຄົນ ແລະຄົນງານທີ່ໄດ້ຮັບບາດເຈັບໄດ້ຖືກສົ່ງໂຮງໝໍຢ່າງຮີບດ່ວນທີ່ສຸດ.

ແຫຼ່ງຂ່າວ: BBC

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...