Homeຂ່າວພາຍ​ໃນເພາະກາຍຊີງແຊ໋ມປະເທດລາວ ຈະເປີດສາກທ້າຍເດືອນນີ້

ເພາະກາຍຊີງແຊ໋ມປະເທດລາວ ຈະເປີດສາກທ້າຍເດືອນນີ້

Published on

ສະຫະພັນກິລາເພາະກາຍແຫ່ງຊາດລາວ ຮ່ວມມືກັບ ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ຈະຈັດການແຂ່ງຂັນກິລາເພາະກາຍຊີງແຊ໋ມປະເທດລາວ ຊີງຂັນທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ປະຈໍາປິີ 2022 ໃນທ້າຍເດືອນຕຸລານີ້ ເພື່ອຄັດເລືອກເອົານັກກິລາທີ່ມີຄວາມສາມາດ ແລະ ພອນສະຫວັນດີເດັ່ນ ກຽມເປັນຕົວແທນທີມຊາດລາວ ເຂົ້າຮ່ວມແຂ່ງຂັນກິລາເພາະກາຍຊີງແຊ໋ມໂລກ 2022 ແລະ ງານມະຫະກຳກິລາຊີເກມ ຄັ້ງທີ 32 ທີ່ປະເທດກຳປູເຈຍ ເປັນເຈົ້າພາບ ໃນປີ 2023.

ພິທີຖະແຫຼງຂ່າວກຽມຈັດການແຂ່ງຂັນລາຍການດັ່ງກ່າວ ແລະ ພິທີມອບ-ຮັບການສະໜັບສະໜູນຈາກຫຼາຍພາກສ່ວນ ໄດ້ມີຂຶ້ນເມື່ອວັນທີ 4 ຕຸລາ ຜ່ານມາ ທີ່ຫ້ອງປະຊຸມ ຄະນະກໍາມະການໂອແລມປິກແຫ່ງຊາດລາວ ຫຼື ຄອລ ເປັນການກ່າວມອບໂດຍ ທ່ານ ສະຖາພອນ ພິຈິດ ປະທານບໍລິສັດ ວຽງຈັນ ຟິດເນັດ ຈໍາກັດ, ທ່ານ ອະພິຊາດ ສະຫວັດມົງຄົນ ຜູ້ຊ່ວຍອຳນວຍການສູນການຄ້າ ວຽງຈັນ ເຊັນເຕີ ແລະ ບັນດາສູນອອກກຳລັງກາຍ ຕະຫຼອດຮອດຕາງໜ້າຫົວໜ່ວຍທຸລະກິດ ແລະ ກ່າວຮັບແມ່ນ ທ່ານ ປອ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ປະທານສະຫະພັນກິລາເພາະກາຍແຫ່ງຊາດ, ມີ ທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະບໍລິຫານງານສະຫະພັນ, ຄູຝຶກ ແລະ ນັກກິລາ ເຂົ້າຮ່ວມເປັນສັກຂີພິຍານ.

ໂອກາດນີ້, ທ່ານ ຄໍາພະໄພວັນ ວົງໄຊ ກ່າວວ່າ: ເພື່ອເປັນການສ້າງ ແລະ ພັດທະນານັກກິລາຢ່າງຕໍ່ເນື່ອງ ແນໃສ່ສ້າງຊື່ສຽງໃຫ້ແກ່ປະເທດຊາດ ໂດຍສະເພາະການຮັກສາມູນເຊື້ອອັນດີງາມທີ່ພວກເຮົາສ້າງຜົນງານຍາດໄດ້ຫຼຽນທອງໃນຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ ສະນັ້ນ ສະຫະພັນຊຸດໃໝ່ນີ້ ຈຶ່ງໄດ້ສືບຕໍ່ວາງແຜນຍຸດທະສາດເພື່ອພັດທະນາກິລາເພາະກາຍໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຢ່າງກວ້າງຂວາງ ໂດຍສະເພາະຈະຕ້ອງມີການຈັດການແຂ່ງຂັນໃຫ້ຕໍ່ເນື່ອງ ເພື່ອເປັນການຄັດເລືອກນັກກິລາດີເດັ່ນກຽມສົ່ງເຂົ້າຮ່ວມແຂ່ງຂັນກິລາເພາະກາຍຊີງແຊ໋ມໂລກ ທີ່ປະເທດໄທ ລະຫວ່າງວັນທີ 6-12 ທັນວາ 2022 ແລະ ເຂົ້າຮ່ວມໃນງານມະຫະກຳກິລາຊີເກມ ຄັ້ງທີ 32 ທີ່ປະເທດກໍາປູເຈຍ ໃນປີ 2023 ຊຶ່ງລາຍການທຳອິດ ແມ່ນຈະຈັດການແຂ່ງຂັນກິລາເພາະກາຍຊີງແຊ໋ມປະເທດລາວ ຊີງຂັນທ່ານລັດຖະມົນຕີ ສສກ ພາຍໃຕ້ຫົວຂໍ້: “ຊາຍ ແລະ ຍິງ ຫຸ່ນງາມລາວ 2022 ຫຼື Mr and Ms Fitness Lao 2022”.

ການແຂ່ງຂັນລາຍການນີ້ ຈະແບ່ງອອກເປັນ 2 ໝວດ ຄື: ໝວດອອກກໍາລັງກາຍ ຈະແຂ່ງຂັນວັນທີ 22 ຕຸລາ 2022 ແລະ ໝວດແຂ່ງຂັນເພາະກາຍຊີງແຊ໋ມປະເທດລາວ ຈະແຂ່ງຂັນວັນທີ 23 ຕຸລາ 2022 ທີ່ສູນການຄ້າ ວຽງຈັນ ເຊັນເຕີ ໂດຍຈະມີການຖ່າຍທອດສົດຜ່ານເພດ ສະຫະພັນກິລາເພາະກາຍແຫ່ງຊາດລາວ ທັງ 2 ວັນເລີ່ມແຕ່ເວລາ 10:00 ໂມງເປັນຕົ້ນໄປທັງ 2 ມື້ ຊີງເງິນລາງວັນລວມມູນຄ່າ 70 ລ້ານກີບ.

ພ້ອມນັ້ນ, ບໍລິສັດ ວຽງຈັນ ຟິດເນັດ ຈໍາກັດ ຍັງໄດ້ມອບເງິນສະໜັບສະໜູນເຂົ້າໃນການຈັດການແຂ່ງຂັນລວມມູນຄ່າ 636.000.000 ກີບ (ແບ່ງເປັນເງິນສົດ 100 ລ້ານກີບ ແລະ ມູນຄ່າສື່ໂຄສະນາ+ຜະລິດຕະພັນລວມມູນຄ່າ 536.000.000 ກີບ) ສ່ວນ ສູນການຄ້າ ວຽງຈັນ ເຊັນເຕີ ສະໜັບສະໜູນສະຖານທີ່ລວມມູນຄ່າ 406.800.000 ກີບ. ນອກນັ້ນ, ຍັງມີບັນດາບໍລິສັດຫ້າງຮ້ານອື່ນໆອີກຈຳນວນໜຶ່ງ.
ໂດຍ: ສົງການ ພັນແພງດີ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...