Homeຂ່າວຕ່າງປະເທດBTS ຂໍໃຫ້ເກົາຫຼີໃຕ້ເປັນເຈົ້າພາບ Asian Cup

BTS ຂໍໃຫ້ເກົາຫຼີໃຕ້ເປັນເຈົ້າພາບ Asian Cup

Published on

ເກົາຫຼີໃຕ້ໃຊ້ soft power ເພື່ອໃຫ້  BTS ວົງບອຍແບນຊື່ດັງຂອງເກົາຫຼີໃຕ້ທີ່ດັງໄປທົ່ວໂລກມາຂໍສຽງສະໜັບສະໜູນໃຫ້ໄດ້ຮັບຄັດເລືອກເປັນເຈົ້າພາບງານກິລາບານເຕະ AFC Asian Cup.

ສຳນັກຂ່າວ Korea Times ໄດ້ລາຍງານວ່າ: ທາງເກົາຫຼີໃຕ້ໄດ້ເຜີຍແຜ່ວິດີໂອ ວົງ K-pop ລະດັບໂລກຄື BTS ອອກມາສະເໜີເກົາຫຼີໃຕ້ ໃນການແຂ່ງເປັນເຈົ້າພາບຈັດການແຂ່ງຂັນ Asian Football Confederation (AFC) Asian Cup ປີ 2023.

ໃນວັນພຸດທີ່ຜ່ານມາ ຈີມິນ ສະມາຊິກວົງ BTS ໄດ້ກ່າວໃນວິດີໂອທີ່ໂພສເທິງເວັບໄຊ້ຂອງກະຊວງວັດທະນະທຳ ກິລາ ແລະ ການທ່ອງທ່ຽວວ່າ ການທີ່ມີປະຊາຊົນຈຳນວນຫຼາຍລ້ານຄົນອອກມາເຊຍເທິງຫົນທາງ ເຮັດໃຫ້ທົ່ວໂລກຕ່າງປະຫຼາດໃຈມາແລ້ວໃນຊ່ວງກິລາບານເຕະໂລກ ປີ 2002 ທີ່ເກົາຫຼີໃຕ້.

ວິດີໂອດັ່ງກ່າວໄດ້ຖືກໂພສໃນ YouTube ຢ່າງເປັນທາງການ ແລະ Instagram ຂອງສະມາຄົມບານເຕະເກົາຫຼີໃຕ້  (KFA).

ໂດຍທາງສະມາຊິກຂອງ BTS ຕ່າງຄາດຫວັງຢາກເຫັນເກົາຫຼີໃຕ້ໄດ້ຮັບການຄັດເລືອກເປັນເຈົ້າພາບການແຂ່ງຂັນ ໂດຍພວກເຂົາກ່າວວ່າ ສາມາດສ້າງຄວາມສຸກໃໝ່ໆໃຫ້ກັບຊາວອາຊີຈຳນວນຫຼາຍໄດ້.

ຂະນະນີ້ ເກົາຫຼີໃຕ້ ກຳລັງແຂ່ງຂັນກັບ ກາຕາ ແລະ ອິນໂດເນເຊຍ ເພື່ອຂໍເປັນເຈົ້າພາບງານດັ່ງກ່າວ ແລະ ຈະມີການປະກາດຜົນການຂັດເລືອກໃນວັນຈັນທີ່ຈະມາຮອດນີ້.

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...