ພຽງ​ມີ “ກິ໊​ບດຳ” ກໍ​ງາມ​ໄດ້

2

   ເຊື່ອ​ວ່າ​ສາວໆ ຫລາຍ​ຄົນ​ຕ້ອງ​ມີ “ກິ໊​ບ​ດຳ” ຕິດ​ເຮືອນ​ກັນ​ແນ່ນອນ ແຕ່​ສາວໆ ຄົງ​ບໍ່​ຄິດວ່າ​ກິ໊​ບ​ດຳ​ທຳມະດາ​​ຈະ​ສາມາດ​ເຮັດໃຫ້​ຜົມ​ຂອງ​ເຮົາ​ເບິ່ງ​ງາມ​ໄດ້ ສາມາດ​ເຮັດໃຫ້​ຜົມ​ຂອງ​ເຮົາ​ງາມ​ເລີດ​ກວ່າ​ໃຜ​ໆໄດ້ ມື້​ນີ້​ເຮົາ​ມີ​ເທັກ​ນິກ​ການ​ຕິດ​ກິ໊​ບດຳ​ທຳມະດາ ໃຫ້​ກາຍ​ເປັນ​ເຄື່ອງ​ປະ​ດັບ​ສຸດ​ງາມ ເພີ່ມ​ລູກ​ຫລິ້ນ​ໃຫ້​ກັບ​ຊົງ​ຜົມ​ທຳມະດາ​ຂອງ​ເຮົາ ໄປ​ເບິ່ງ​ກັນ​ເລີຍ​ວ່າ​ຈະ​ເຮັດ​ໄດ້​ຢ່າງໃດ

-ລອງ​ໜີບ​ເປັນ​ຮູບ​ຊົງ​ເລ​ຂາຄະນິກ ຮູບ ເລ​ຂາກ​ນິດ​ງ່າຍ ໆ ນີ້​ແຫລະ​ຄ່ະ ທີ່​ສາມາດ​ເຮັດໃຫ້​ຊົງ​ຜົມ​ທຳມະດາ ເບິ່ງ​ກິ໊​ບ​ເກ໋​ກວ່າ​ທີ່​ເຄີຍລອງ​ໝີບ​ກິ໊​ບ​ເປັນ​ຮູບ​ສາມ​ຫລ່ຽມ​ເບິ່ງ ຫລື​ ຈະ​ໜີບ​ເປັນ​ຮູບ​ສີ່​ຫລ່ຽມ ຫ້າ​ຫລ່ຽມ ກໍ​ໄດ້​ຕາມ​ແຕ່​ຈະ​ຈິ​ນຕະ​ນາ​ການ

1

-ເປັນ​ຮູບ​ຄວຍຕີນກາ ນີ້ຄື​ການ​ໜີບ​ກິ໊​ບ​ແບບ​ພື້ນ​ຖານ​ເຊື່ອ​ວ່າ​ໃຜ​ໆກໍ​ຕ້ອງ​ເຄີຍ​ໜີບ ແຕ່​ອາດຈະ​ຄິດ​ບໍ່​ເຖິງ​ວ່າ​ມັນ​ຈະ​ເບິ່ງ​ງາມ​ເກ໋​ໄດ້ລອງ​ໜີບ​ກິ໊​ບ​ດຳ​ເປັນ​ຮູບ​ຄວຍຕີນກາກັນ​ຫລາຍໆອັນກໍ​ເບິ່ງ​ເບີ່ງເປັນສາວ​ລັອກ​ຢູ່​ຄືກັນ​

 

3

Chevron Bobby ຜົມມວ້ນຜົມ​ຕ່ຳ, ເປຍຜົມ ຫລື ​ຜົມ​ບ່ຽງ​ຂ້າງ​ເບິ່ງ​ຈະ​ທຳມະດາ​ ລອງ​ໜີບ​ກິ໊​ບ​ແບບ Chevron Bobby ເບິ່ງ​ງ່າຍໆ ພຽງ​ແຕ່ໜີບກິ໊​ບເປັນ​ຮູບ​ຕົວ​ວີ​ບໍລິເວນ​ກາງ​ຫົວ​ເບິ່ງ ຊົງ​ຜົມ​ທຳມະດາ​ກໍ​ຈະ​ກາຍ​ເປັນ​ຜົມ​ເກ໋​ໆ ຂຶ້ນ​ໄດ້​ໃນ​ພິບ​ຕາ

4

ລອງ​ນຳ​ຮູບ​ແບບ​ທີ່​ເຮົາ​ນຳ​ສະເໜີ​ໄປ​ໃຊ້ ຫລື ​ລອງ​ດັດ​ແປງ ແລະ ​ສ້າງສັນ​ສະ​ໄຕໃໝ່​ໆ ຂຶ້ນ ແລ້ວ​ສາວໆກໍ​ຈະ​ໄດ້​ຊົງ​ຜົມ​ສຸດ​ເກ໋​ຂຶ້ນ​ມາ​ໄດ້ ໂດຍ​ບໍ່​ຕ້ອງ​ເສຍ​ເງີນ​ແພງໆເລີຍ