spot_img
Homeຂ່າວຢາເສບຕິດແຂວງສະຫວັນນະເຂດ ທໍາລາຍຢາເສບຕິດຈຳນວນຫຼວງຫຼາຍ.

ແຂວງສະຫວັນນະເຂດ ທໍາລາຍຢາເສບຕິດຈຳນວນຫຼວງຫຼາຍ.

Published on

ໃນຕອນເຊົ້າຂອງວັນທີ 12 ຕຸລາ 2022 ນີ້ ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ຈັດພິທີທໍາລາຍຢາເສບຕິດ ເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 21 ປີ, ໃນວັນທີ 12 ຕຸລາ 2001 ຫາ 12 ຕຸລາ 2022 ໂດຍການເປັນທານຂອງທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ, ທັງເປັນປະທານກະກຽມສະເຫລີມສະຫລອງວັນແຫ່ງຊາດຕ້ານຢາເສບຕິດ, ທ່ານ ພັອ ສົມໝາຍ ພົມມະຈັນ ຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະພັກ, ຄະນະບັນຊາ, ພະນັກງານຫລັກແຫລ່ງ, ພະແນກການອ້ອມຂ້າງແຂວງເຂົ້າຮ່ວມ.

ໃນພິທີ ທ່ານນາງ ຫຼິງທອງ ແສງຕາວັນ ໃຫ້ຮູວ່າ: ຄະນະພັກ, ອໍານາດການປົກຄອງແຂວງສະຫວັນນະເຂດ, ຮ່ວມກັບຄະນະກໍາມະການກວດກາ-ຄວບຄຸມຢາເສບຕິດ ແລະ ຂະແໜງການທີ່ກ່ຽວຂ້ອງພາຍໃນແຂວງ ໄດ້ຈັດພິທີສະເຫລີມສະຫລອງວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 21 ປີ ແລະ ພິທີທໍາລາຍຢາເສບຕິດທີ່ສານຕັດສິນຢ່າງເດັດຂາດ, ທັງນີ້ກໍເພື່ອສະແດງເຖິງເຈດຈໍານົງ ແລະ ການຮ່ວມມືຂອງສັງຄົມທີ່ພ້ອມຈິດພ້ອມໃຈໃນການຕໍ່ຕ້ານກັບບັນຫາຢາເສບຕິດ ເຊິ່ງເປັນໄພຮຸກຮານເຖິງການພັດທະນາເສດຖະກິດ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ແລ ຄວາມໝັ້ນຄົງຂອງຊາດ. ຍ້ອນແນວນັ້ນໃນໄລຍະຜ່ານມາກໍ່ຄືປະຈຸບັນ ພັກ ແລະ ລັດຖະບານຈຶ່ງໄດ້ຖຶເອົາການຄວບຄຸມ, ສະກັດກັ້ນ, ຕ້ານ ແລະ ແກ້ໄຂບັນຫາຢາເສບຕິດເປັນໜ້າທີ່ສໍາຄັນ ແລະ ໄດ້ຊີ້ນໍາ-ນໍາພາການຈັດຕັ້ງທີ່ກ່ຽວຂ້ອງປະຕິບັດວຽກງານຢ່າງຕັ້ງໜ້າ ແລະ ຈິງຈັງຕະຫລອດມາ. ຕໍ່ກັບບັນຫາດັ່ງກ່າວພວກເຮົາໄດ້ເອົາໃຈໃສ່ສຶກສາອົບຮົມທຸກຊັ້ນຄົນໃນສັງຄົມເປັນຕົ້ນແມ່ນ ຊາວໜຸ່ມ, ເຍົາວະຊົນ ຜູ້ທີ່ເປັນໜໍ່ແໜງຂອງຊາດ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງຖືກຕ້ອງກ່ຽວກັບພຶດໄພ ແລະ ຜົນຮ້າຍຂອງຢາເສບຕິດ.

ທ່ານຍັງໃຫ້ຮູ້ຕື່ມອີກວ່າ ໃນໄລຍະໜຶ່ງປີຜ່ານມາສູນບໍາບັດປິ່ນປົ່ວ ແລະ ພື້ນຟູສຸຂະພາບຜູ້ຕິດຢາເສບຕິດ ຫລັກ 26 ແຂວງສະຫວັນນະເຂດເຊິ່ງໃນໄລຍະ 1 ປີຜ່ານມາ ສູນບຳບັດປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ຫຼັກ 26 ແຂວງສະຫວັນນະເຂດ ໄດ້ຮັບຜູ້ຕິດຢາເສຍເຂົ້າປິ່ນປົວ ລວມທັງໝົດ ຈຳນວນ 883 ຄົນ, ຍິງ 24 ຄົນປິ່ນປົວຫາຍດີ ແລະ ກັບຄືນສູ່ຄອບຄົວແລ້ວ ຈໍານວນ 434 ຄົນ, ຍິງ 12 ຄົນ, ສາມາດສ້າງ ແລະ ຮັບຮອງປະກາດບ້ານເປັນບ້ານປອດຢາເສບຕິດໄດ້ 666 ບ້ານ, ບ້ານ ປ້ອງກັນຄວາມສະຫງົບດີ ຈຳນວນ 926 ບ້ານ, ໂຮງຮຽນປອດຢາເສບຕິດໄດ້ 1,336 ແຫ່ງ, ໃນນີ້ມີຊັ້ນປະຖົມສຶກສາ 1.109 ແຫ່ງ, ຊັ້ນມັດທະຍົມສຶກສາ 227 ແຫ່ງ; ໂຮງງານປອດຢາເສບຕິດໄດ້ 1 ແຫ່ງ, ໄດ້ມ້າງຄະດີ ຈັບກຸມຜູ້ກະທໍາຜິດ ແລະ ກັກຕົວບັນດາຫົວໂປ່ໂຕການ ຄ້າຂາຍຢາເສບຕິດລາຍໃຫຍ່ຈຳນວນໜຶ່ງມາດຳເນີນຄະດີຕາມກົດໝາຍ ເຊິ່ງມີຄະດີເກີດຂື້ນ ທັງໝົດ ຈຳນວນ 393 ລາຍ, ຜູ້ຖືກຫາ594 ຄົນ; ຍິງ 53 ຄົນ, ຊາວຕ່າງປະເທດ 8 ຄົນ, ຍິງ 0 ຄົນ ແລະ ຢຶດຂອງກາງຄະດີ ປະເພດຢາບ້າໄດ້ ຈຳນວນ 2.600.277 ເມັດ, ຢາໄອສ໌ 1.300 ກຣາມ : ຄັນຊາແຫ້ງ 490 ກິໂລ ; ຢາເຄ 0,1148 ກຣາມ 2 ; ຢາອີ 148 ເມັດ: ເຮໂລອິນ 1 ແທ່ງ ແລະ ໄດ້ຍຶດສັບສິນປະເພດອື່ນໆ ເຊັ່ນ : ພາຫະນະ, ສິ່ງປຸກສ້າງ, ອາວຸດ ແລະ ວັດຖຸມີຄ່າ ເປັນຈຳນວນຫຼວງຫຼາຍ.

ສ່ວນຂອງກາງຄະດີຢາເສບຕິດທີ່ສານຕັດສິນໃຊ້ໄດ້ເດັດຂາດແລ້ວທີ່ຈະນຳອອກມາທຳລາຍໃນມື້ນີ້ ມີຢາບ້າ 264.395 ເມັດ, ນໍ້າໜັກ 26.067.447 ກຣາມ, ຢາໄອສ໌ 14.805 ກຣາມ, ຢາອີ 2.433 ກຣາມ, ຄັນຊາແຫງ 442 ແທ່ງ
ນໍ້າໜັກ 433,814 ກຣາມ.

ທີ່ມາ: MediaLAOS

ບົດຄວາມຫຼ້າສຸດ

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...

ມີຜູ້ເສຍຊີວິດ 3 ຄົນຈາກຜົນກະທົບພະຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ

ໜັກໜ່ວງ ພາຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ ເຮັດໃຫ້ມີຄົນເສຍຊີວິດແລ້ວ 3 ຄົນ. ແຫຼ່ງຂ່າວຈາກແຂວງໄຊສົມບູນ ແຈ້ງໃຫ້ຮູ້ວ່າ: ວັນທີ 30 ກັນຍາ 2025, ທ່ານ...

ເສຍຊີວິດ 63 ຄົນ ເຫດການແຜ່ນດິນໄຫວຂະໜາດໃຫຍ່ທີ່ຟິລິບປິນ ທາງການເຕືອນອາດຈະເກີດສຶນາມິຕາມມາອີກ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກັນຍາ 2025 ທີ່ຜ່ານມາ ເວລາປະມານ 22:00ໂມງ ເກີດເຫດການແຜ່ນດິນໄຫວຂະໜາດໃຫຍ່ 6.9 ລິກເຕີ ທີ່ເທິງເກາະເຊບູ ປະເທດຟິລິບປິນ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 63...

ການຂົນສົ່ງສາທາລະນະຢູ່ນະຄອນຫຼວງວຽງຈັນ

ນະຄອນຫຼວງວຽງຈັນ ຖືວ່າເປັນນະຄອນຫຼວງແຫ່ງ ສປປ ລາວ ທີ່ມີລະບົບການຂົນສົ່ງສາທາລະນະທີ່ອ້ອມຮອບ ເນື່ອງຈາກມີລົດເມໄວ້ຄອຍໃຫ້ບໍລິການຢູ່ຫຼາຍເຂດ ຕັ້ງແຕ່ໃນຕົວເມືອງຈົນໄປຮອດນອກຕົວເມືອງ ເພື່ອຄວາມສະດວກສະບາຍໃນການໄປ-ມາ ຂອງປະຊາຊົນເວົ້າລວມ ເວົ້າສະເພາະກໍຄືຜູ້ທີ່ອາໄສໃນນະຄອນຫຼວງວຽງຈັນໃນແຕ່ລະມື້. ນອກຈາກນີ້, ໃນປີ 2026 ກໍຈະເປີດໃຫ້ບໍລິການສຳລັບລົດເມໂດຍສານດ່ວນພິເສດ...