spot_img
Homeຂ່າວພາຍ​ໃນຄະ​ນະ​ຜູ້​ແທນ ຄະ​ນະ​ພົວ​ພັນ​ຕ່າ​ງ​ປະ​ເທດ​ສູນ​ກາງ​ພັກ ກອມ​ມູ​ນິດ​ຫວຽດ​ນາມ ຢ້ຽມ​ຢາມ ສ​ປ​ປ ລາວ

ຄະ​ນະ​ຜູ້​ແທນ ຄະ​ນະ​ພົວ​ພັນ​ຕ່າ​ງ​ປະ​ເທດ​ສູນ​ກາງ​ພັກ ກອມ​ມູ​ນິດ​ຫວຽດ​ນາມ ຢ້ຽມ​ຢາມ ສ​ປ​ປ ລາວ

Published on

ເພື່ອ​ເປັນ​ການ​ຊຸກ​ຍູ້ ການ​ຈັດ​ຕັ້ງ​ປະ​ຕິ​ບັດ ບັນ​ດາ​ຂໍ້​ຕົກ​ລົງ​ຂອງ ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ພັກ, ສອງ​ລັດ ລາວ-ຫວຽດ​ນາມ, ຄະ​ນະ​ຜູ້​ແທນ ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທ​ດ​ສູນ​ກາງ​ພັກ ກອມ​ມູ​ນິດ​ຫວຽດ​ນາມ ນຳ​ໂດຍ ສະ​ຫາຍ ນາງ ຫງວຽນ ຖິ​ ຮ​ວ່າງ ​ເວິນ ຮອງ​ຫົວ​ໜ້າ ​ຜູ້​ປະ​ຈຳ​ການ​ ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ພ້ອມ​ດ້ວຍ​ຄະ​ນະ ໄດ້​ມາ​ເຄື່ອນ​ໄຫວຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ສປ​ປ​ ລາວ ແຕ່​ວັນ​ທີ 11-14 ຕຸ​ລາ 2022 ເພື່ອ​ຮ່ວມ​ກັບ​ ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ ສປ​ປ ​ລາວ ບັນ​ດາກະຊວງ​ຂະ​ແໜງ​ການທີ່​ກ່ຽວ​ຂ້ອງ​ຂອງ​ລາວ ຕີ​ລາ​ຄາ​ຄືນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ບັນ​ດາ​ໂຄງ​ການຊ່ວຍ​ເຫຼືອ ແລະ ຮ່ວມ​ມື​ລົງ​ທຶນ​ ຂອງ​ສອງ​ຝ່າຍ​ໃນ​ໄລ​ຍະຜ່ານ​ມາ.

ໃນ​ວັນ​ທີ 12 ຕຸ​ລາ 2022 ຄະ​ນະ​ໄດ້​ເຂົ້າ​ຢ້ຽມຂ່ຳ​ນັບ ສະ​ຫາຍ ທອງ​ສະ​ຫວັນ ພົມ​ວິ​ຫານ ກຳ​ມະ​ການ​ສູນ​ກາງ​ພັກ ຫົວ​ໜ້າ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ ປະ​ຊາ​ຊົນ ປ​ະ​ຕິ​ວັດ​ລາວ ​ຊຶ່ງ​ໃນ​ໂອ​ກາດ​ດັ່ງ​ກ່າວ ສະ​ຫາຍ ນາງ ຫງວຽນ ​ຖິ ຮ​ວ່າງ ​ເວິນ ໄດ້​ກ່າວ​ສະ​ແດງ​ຄວາມ​ຂອບ​ໃຈ ພ້ອມ​ທັງ​ໄດ້​ລາຍ​ງານກ່ຽວ​ກັບ​ຜົນ​ຂອ​ງ​ການ​ພົບ​ປະ ແລະ ​ເຮັດ​ວຽກ ​ກັບ ສະ​ຫາຍ ສົມ​ພອນ ສີ​ຈະ​ເລີນ ຮອງ​ຫົວ​ໜ້າ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ ປ​ປ ລາວ ແລະ ລະ​ຫວ່າງ ສອງ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ ລາວ-ຫວຽດ​ນາມ ກັບ​ບັນ​ດາ​ກະ​ຊວງ, ອົງ​ການ​ທີ່​ກ່ຽວ​ຂ້ອງ​ຂອງ​ຝ່າຍ​ລາວ ເພື່​ອ​ຕີ​ລາ​ຄາ​ຄືນ ການ​ຈັດ​ຕັ້ງ​ປະ​ຕິ​ບັດ ຂໍ້​ຕົກ​ລົງ​ຂັ້ນ​ສູງ​ ລະ​ຫວ່າງ ສອງ​ພັກ ປະ​ຈຳ​ປີ 2022 ກ່ຽວ​ກັບ ບັນ​ດາ​ໂຄງ​ການ​ຊ່ວຍ​ເຫຼືອ​ຈາກ ພັກ ແລະ ລັດ​ຖະ​ບານ ຫວຽດ​ນາມ ໃຫ້​ແກ່ ສ​ປ​ປ​ ລາວ.

ສະ​ຫາຍ ທອງ​ສະ​ຫວັນ ພົມ​ວິ​ຫານ ໄດ້ຕີ​ລາ​ຄາ​ສູງ ແລະ ຊົມ​ເຊີຍ ຕໍ່​ການ​ມາ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຂອງ​ຄະ​ນະ​ຢູ່ ສ​ປ​ປ ລາວ ໃນ​ຄັ້ງ​ນີ້ ຊຶ່ງ​ເປັນ​ໂອ​ກາດ​ດີ​ທີ່​ສອງ​ຝ່າຍ ຈະ​ໄດ້​ຮ່ວມ​ກັນ​ຕີ​ລາ​ຄາ​ຄືນ​ກ່ຽວ​ກັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ບັນ​ດາ​ຂໍ້​ຕົກ​ລົງ ຂອງ​ສອງການ​ນຳຂັ້ນ​ສູງ​ຂອງ​ສອງ​ພັກ ສອງ​ລັດ ເວົ້​າ​ລວມ ເວົ້​າ​ສະ​ເພາະ​ລະ​ຫວ່າງ ສອງ​ຄະ​ນະ​ພົວ​ພັນ​ຕ່າວ​ປະ​ເທດ​ສູນ​ກາງ​ພັກ ລາວ-ຫວຽດ​ນາມ ແລະ ໄດ້ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ຕໍ່​ຜົນ​ສຳ​ເລັດ​ການ​ພົບ​ປະ​ຂອງ​ສອ​ງ​ຝ່າຍ ແລະ ໄດ້​ແຈ້​ງ​ໃຫ້​ຊາບ​ກ່ຽວ​ກັບ​ສະ​ພາບ​ການ ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​, ແຜນ​ງົບ​ປະ​ມານ ແລະ ແຜນ​ເງິນ​ຕາ ຕົ້ນ​ປີ 2022 ຕິດ​ພັນ​ກັບ​ຜົນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ 2 ວາ​ລະ​ແຫ່ງ​ຊາດ ຄຽງ​ຄູ່​ກັບ​ການຊຸກຍູ້, ສົ່ງເສີມຜູ້ປະກອບການທຸລະກິດຂະໜາດນ້ອຍ, ຂະໜາດກາງ ແລະ ຈຸນລະວິສາຫະກິດ ໃຫ້ມີຄວາມເຂັ້ມແຂງ; ເພີ່ມທະວີການພັດທະນາຊັບພະຍາກອນມະນຸດ; ປັບປຸງລະບົບການຈັດຕັ້ງ, ກົງຈັກ ແລະ ກົນໄກການເຄື່ອນໄຫວ ຂອງອົງການບໍລິຫານລັດ ຕາມທິດເຂັ້ມແຂງ ແລະ ມີປະສິດທິພາບ; ສະ​ຫາຍ ໄດ້​ຕີ​ລາ​ຄາ​ສູງບາດ​ກ້າວ​ບຸກ​ທະ​ລຸ​ດ້ານ​ການ​ເມືອງ ຂອງ​ຫວຽດ​ນາມ ຈາກການປັບປຸງບົດບາດຂອງພັກ ໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ດ້ວຍການຕ້ານຂະບວນການສໍ້ລາດບັງຫຼວງຢ່າງຕັ້ງໜ້າ, ພ້ອມ​ດຽວ​ກັນ​ນີ້ ສະ​ຫາຍ ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ ແລະ ຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອອັນລໍ້າຄ່າ, ໃຫຍ່ຫຼວງ, ທັນການ ແລະ ມີປະສິດທິຜົນຕະຫຼອ​ດ​ມາ.

​ໃນ​ໄລ​ຍະ​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ລາວ, ​ຄະ​ນະ​ໄດ້​ເຮັດ​ວຽກ​ກັບ ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ ປ​ປ ລາວ ແລະ ບັນ​ດາ​ກະ​ຊວງ​ຂອງ​ລາວ, ໄດ້​ໄປ​ຢ້ຽມ​ຢາມ ແລະ ລົງ​ກວດ​ກາ ​ບາງ​ໂຄງ​ການ​ຮ່ວມ​ມື ຢູ່​ນະ​ຄອນຫຼວງວຽງ​ຈັນ ແລະ ແຂວງໄ​ຊ​ສົມ​ບູນ.

ແຫຼ່ງຂ່າວຈາກ ຄະນະພົວພັນຕ່າງປະເທດສູນກາງພັກ

ບົດຄວາມຫຼ້າສຸດ

ເຮືອໂດຍສານຫຼົ້ມ ທີ່ປະເທດໄນຈີເຣຍ ເສຍຊີວິດ 60 ຄົນ ເຊິ່ງມີການບັນຈຸຜູ້ໂດຍສານຫຼາຍກວ່າ 100 ຄົນ

ເສຍຊີວິດ 60 ຄົນ ເຫດການເຮືອໂດນສານຫຼົ້ມທີ່ປະເທດໄນຈີເຣຍ ຜູ້ເສຍຊີວິດສ່ວນຫຼາຍແມ່ນຜູ້ຍິງ ແລະ ເດັກນ້ອຍ. ໃນວັນທີ 02 ກັນຍາ 2025 ທີ່ຜ່ານມາ, ເກີດເຫດເຮືອໂດຍສານຫຼົ້ມ ປະເທດໄນຈີເຣຍ, ເນື່ອງຈາກເຮືອໄດ້ຕໍາກັບຕໍໄມ້ທີ່ຢູ່ໃນນ້ໍ້າ...

ຮັບຮອງເປັນມໍຣະດົກແຫ່ງຊາດ ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ ມີຄວາມສຳຄັນໃນລະດັບພູມິພາກອາຊີຕາເວັນອອກສ່ຽງໃຕ້

ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ, ຖືກຮັບຮອງເປັນມໍຣະດົກແຫ່ງຊາດ ຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ. ເມື່ອວັນທີ 11 ສິງຫາ 2025 ທີ່ຜ່ານມາ, ວ່າດ້ວຍການຮັບຮອງເອົາມໍຣະດົກແຫ່ງຊາດລະດັບຊາດ ດ້ານວັດທະນະທຳ, ປະຫວັດສາດ...

ລາວເປັນປະເທດທີ່ມີຄວາມສະຫງົບ ໂດຍຖືກຈັດຢູ່ອັນດັບທີ 10 ປະເທດທີ່ສະຫງົບສຸກ ແລະ ສັນຕິພາບທີ່ສຸດໃນອາຊີ ປະຈຳປີ 2025

ລາວຖືກຈັດຢູ່ ອັນດັບທີ່ 10 ປະເທດທີ່ສັນຕິພາບທີ່ສຸດໃນອາຊີ ຕາມລາຍງານ ດັດຊະນີສັນຕິພາບໂລກ (GPI) 2025 ສະບັບລ້າສຸດ ທີ່ອອກໂດຍ ສະຖາບັນເສດຖະກິດແລະສັນຕິພາບ (IEP). (GPI) 2025 ສະບັບລ້າສຸດ...

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...