Homeຂ່າວພາຍ​ໃນລາວ-ໄທ ຫາລືການເຊື່ອມຈອດທາງລົດໄຟ ນະຄອນຫຼວງວຽງຈັນ-ໜອງຄາຍ

ລາວ-ໄທ ຫາລືການເຊື່ອມຈອດທາງລົດໄຟ ນະຄອນຫຼວງວຽງຈັນ-ໜອງຄາຍ

Published on

ວັນທີ 6 ຕຸລາ 2022 ກະຊວງໂຍທາທິການ ແລະ ຂົນສົ່ງ ສປປ ລາວ ຮ່ວມກັບ ກະຊວງຄົມມະນາຄົມ ປະເທດໄທ ຈັດກອງປະຊຸມປຶກສາຫາລື ການເຊື່ອມຈອດທາງລົດໄຟ ນະຄອນຫຼວງວຽງຈັນ-ໜອງຄາຍ ໂດຍເຊື່ອມຕໍ່ຈາກທາງລົດໄຟລາວ-ຈີນ ເຊິ່ງກອງປະຊຸມຈັດຂຶ້ນທີ່ ໂຮງແຮມເມືອງແທັງ, ນະຄອນຫຼວງວຽງຈັນ ຝ່າຍ ສປປ ລາວ ເຂົ້າຮ່ວມໂດຍ ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ມີບັນດາຮອງລັດຖະມົນຕີ, ບັນດາກົມ ແລະ ຂະແໜງອ້ອມຂ້າງ, ຝ່າຍໄທ ນຳໂດຍ ທ່ານ ອະນຸທິນ ຊານວີຣະກຸນ ຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີວ່າການກະຊວງສາທາລະນະສຸກ, ທ່ານ ສັກສະຫຍາມ ຊິດຊອບ ລັດຖະມົນຕີວ່າການກະຊວງຄົມມະນາຄົມ ປະເທດໄທ ພ້ອມດ້ວຍຄະນະຂະແໜງກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມແມ່ນໄດ້ປຶກສາຫາລືກັນຫຼາຍບັນຫາເຊັ່ນ ການສະເໜີເຊື່ອມຕໍ່ທາງລົດໄຟລະຫວ່າງປະເທດ, ວຽກງານທີ່ຕິດພັນກັບທາງລົດໄຟ, ການຂົນສົ່ງສິນຄ້າ ແລະ ຜູ້ໂດຍສານ, ກ່ຽວກັບການກຳນົດເຂດ ເພື່ອສຶກສາໃນການອອກແບບຂົວຂ້າມນໍ້າຂອງທີ່ເຊື່ອມທາງລົດໄຟ ຈຸດໃໝ່, ການຮ່ວມມືກ່ຽວກັບການພັດທະນາບຸກຄະລາກອນຂະແໜງດັ່ງກ່າວ.

ຫຼັງຈາກກອງປະຊຸມ ກໍໄດ້ມອບໃຫ້ກົມແຜນການ ແລະ ການເງີນ, ຂອງກະຊວງ ຍທຂ ປະສານ ກັບພາກສ່ວນ ກ່ຽວຂ້ອງ ຂອງຝ່າຍໄທເພື່ອຮ່ວມກັນຮ່າງບົດບັນທຶກກອງປະຊຸມ ແລະ ໃຫ້ມີການລົງນາມໃນບົດບັນທຶກດັ່ງກ່າວ ເພື່ອເປັນບ່ອນອີງໃນການຜັນຂະຫຍາຍຜົນຂອງກອງປະຊຸມໃນຄັ້ງນີ້ ພ້ອມດຽວກັນນີ້ຂໍຖືໂອກາດນີ້ ສະເໜີ ທ່ານ ຮອງນາຍົກ ແລະ ທ່ານລັດຖະມົນຕີໄທ ໃຫ້ຟື້ນຄືນກົນໄກກອງປະຊຸມ 2 ກະຊວງ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ ແລະ ກະຊວງຄົມມະນາຄົມ ແຫ່ງ ຣາຊະອານາຈັກໄທ ແບບເປັນປົກກະຕິ ເພື່ອຕິດຕາມ ແລະ ຊຸກຍູ້ບັນດາໜ້າວຽກໃນບົດບັນທຶກກອງປະຊຸມ 2 ກະຊວງ ປີ 2019 ແລະ ບົດບັດທຶກກອງປະຊຸມ ໃນມື້ນີ້ໄດ້ຮັບການຈັດຕັ້ງປະຕິບັດຕາມແຜນທີ່ວາງໄວ້.

ໃນໂອກາດ ທີ່ຄະນະຜູ້ແທນຝ່າຍໄທ ໄດ້ເດີນທາງມາລາວຄັ້ງນີ້ ຫຼັງສຳເລັດກອງປະຊຸມ ກໍມີເດີນທາງຢ້ຽມຢາມພາກສະໜາມທີ່ ເຂດວຽງຈັນໂລຊິດສຕິກພາກ, ສະຖານນີລົດໄຟນະຄອນຫຼວງວຽງຈັນ ແລະ ທ່ຽວຊົມຜັກຜ່ອນທີ່ ແຂວງຫຼວງພະບາງອີກດ້ວຍ.

ແຫຼ່ງຂ່າວຈາກ ເສດຖະກິດການຄ້າ

 

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...