spot_img
Homeຂ່າວທ້ອງຖິ່ນການລ້ຽງງົວມາເປັນອາຊີບຫຼັກ ສາມາດສ້າງລາຍຮັບໃຫ້ແກ່ຄອບຄົວໄດ້!

ການລ້ຽງງົວມາເປັນອາຊີບຫຼັກ ສາມາດສ້າງລາຍຮັບໃຫ້ແກ່ຄອບຄົວໄດ້!

Published on

ໂດຍປະຕິບັດຕາມແນວທາງນະໂຍບາຍ ຂອງພັກ-ລັດ ໃນການຊຸກຍູ້ສົ່ງເສີມ ການປູກຝັງ-ລ້ຽງສັດ ເພື່ອສ້າງວຽກເຮັດງານທຳໃຫ້ພໍ່ແມ່ປະຊາຊົນ ດ້ວຍຫຼາຍຮູບແບບ, ຫຼາຍສາຂາອາຊີບ ເພື່ອແກ້ໄຂຄວາມທຸກຍາກ ແລະ ພັດທະນາຊີວິດການເປັນຢູ່ ຂອງພໍ່ແມ່ປະຊາຊົນເຂດພູດອຍ ທີ່ຫ່າງໄກຊອກຫຼີກ ໂດຍຫັນເອົາ ການປູກຝັງ-ລ້ຽງສັດມາເປັນອາຊີບຫຼັກ ໃນການສ້າງເສດຖະກິດໃຫ້ແກ່ຄອບຄົວ. ປະຈຸບັນ, ການປູກຝັງ-ລຽ້ງສັດໃຫ້ກາຍເປັນສີນຄ້າ ແມ່ນອີກທາງເລືອກໜື່ງ ຂອງປະຊາຊົນ ແລະ ຜູ້ປະກອບກິດຈະການ ທີ່ເປັນປັດໄຈສຳຄັນໃຫ້ແກ່ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມຫຍຸ້ງຍາກ, ເຊີ່ງຍາມໃດ ພັກ -ລັດຖະບານ ກໍ່ຄື ອົງການປົກຄອງເມືອງບຸນໃຕ້ ເອົາໃຈໃສ່ຊຸກຍູ້ສົ່ງເສີມ ຈາກການຜະລິດແບບທຳມະຊາດ ໄປສູ່ການຜະລິດເປັນສີນຄ້າ ໂດຍນຳໃຊ້ເຕັກນິກວິທະຍາສາດ ແລະ ວິຊາການ ເຂົ້າໃນການປູກຝັງ-ລ້ຽງສັດ ໃຫ້ກາຍເປັນສີນຄ້າ.

ບ້ານລົງທາງກໍ່ເປັນບ້ານໜື່ງ ທີອົງການປົກຄອງເມືອງ ກໍ່ຄື ຂະແໜງການທີ່ກ່ຽວຂ້ອງ ກຳນົດເປັນເຂດລ້ຽງສັດໃຫຍ່ປະເພດງົວຄວາຍ ເນື່ອງຈາກວ່າສະພາບຈຸດພິເສດເປັນເຂດພູດອຍ, ອາກາດເໝາະສົມ ແລະ ມີເນື້ອທີ່ການລ້ຽງທີ່ອຸດົມສົມບູນກ້ວາງຂວາງ.
ໃນນີ້, ຄອບຄົວ ທ້າວ ອະປາ ລາວລີ ແມ່ນຄອບຄົວໜື່ງ ອາໄສຢູ່ບ້ານລົງທາງ, ເມືອງບຸນໃຕ້, ແຂວງຜົ້ງສາລີ, ເປັນຄອບຄົວ ທີມີມູນເຊື້ອດຸໜັ່ນ ຂະຫຍັນພຽນໃນການດຳລົງຊີວິດ ຖືເອົາການປູກຝັງ-ລ້ຽງສັດ ເປັນອາຊີບຕົ້ນຕໍ;

ໃນໄລຍະຜ່ານມາ ຄອບຄົວ ຂອງເພີ່ນໄດ້ຖືເອົາການລ້ຽງງົວ ເປັນອາຊີບເສີມ ລ້ຽງແບບປະປ່ອຍ ຕາມທຳມະຊາດ ປະສົມປະສານກັບການເຮັດໄຮ່, ເຮັດສວນສາລີ, ສວນໝາກແໜ່ງ, ສວນຊາ ແລະ ລ້ຽງສັດນ້ອຍ, ສັດປີກຈຳນວນໜື່ງ ພໍແກ້ໄຂຊີວິດການເປັນຢູ່ປະຈຳວັນຂອງຄອບຄົວເທົ່ານັ້ນ. ສະນັ້ນ, ຈື່ງເຮັດໃຫ້ ຄອບຄົວຂອງເພີ່ນ ເກີດມີແນວຄິດລິເລີ່ມ ຊອກທາງອອກໃຫ້ແກ່ຄອບຄົວ ໂດຍຫັນເອົາການຜະລິດແບບພໍພຽງ ໄປສູ່ການຜະລິດເປັນສີນຄ້າ.

ສະມາຊິກໃນຄອບຄົວ ທ້າວ ອະປາ ລາວລີ ໃຫ້ສຳພາດວ່າ: ຄອບຄົວຂອງພວກຂ້າພະເຈົ້າ ໄດ້ຕັດສີນໃຈ ຫັນເອົາການລ້ຽງງົວມາເປັນອາຊີບຫຼັກ ທີ່ເປັນທ່າແຮງໜື່ງ ໃນການສ້າງລາຍຮັບໃຫ້ແກ່ຄອບຄົວ ກໍ່ເນື່ອງຈາກວ່າ ພັກ-ລັດ ກໍ່ຄືຂະແໜງການ ໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມ ການລ້ຽງສັດໃຫ້ເປັນສີນຄ້າ ແລະ ເຫັນວ່າ ການສະໜອງຊີ້ນສັດ ໃຫ້ທ້ອງຕະຫຼາດ ຍັງມີຄວາມຕ້ອງການຫຼາຍ. ສະນັ້ນ, ມາຮອດ ປີ 2021ເປັນຕົ້ນມາ ພວກເຮົາຈື່ງ ໄດ້ເອົາຈີງ ເອົາຈັງ ກັບການລ້ຽງງົວແບບຟາມ ໃນເນື້ອທີ່ 63 ເຮັກຕາ ບໍລິເວັນເບີ້ນພູໂລ້ນ, ເບີ້ນພູຫຍ້າຄາ, ເຂດທີສາມາດປູກຫຍ້າທີ່ເປັນອາຫານງົວໄດ້ ໂດຍມີແຮງງານລ້ຽງທັງໝົດ 4 ຄົນ, ສ່ວນການລ້ຽງ ແມ່ນພວກເຮົາລ້ຽງແບບນຳໃຊ້ເຕັກນິກວິທະຍາສາດ ປະສົມປະສານ ກັບການລ້ຽງແບບທຳມະຊາດ ໂດຍໄດ້ຮັບການປຶກສາຈາກ ຂະແໜງການທີ່ກ່ຽວຂ້ອງຂັ້ນເມືອງໃນການຕິດຕາມເຝົ້າລະວັງການແພ່ລະບາດພະຍາດສັດທີອາດເກີດຂື້ນຕາມລະດູການ.

ການລ້ຽງງົວໃນເບື້ອງຕົ້ນ ພວກເຮົາມີພໍ່ພັນແມ່ພັນງົວຈຳນວນໜື່ງ, ແລະ ຈຳນວນໜື່ງແມ່ນຊື້ນຳພີ່ນ້ອງບ້ານໃຕ້, ບ້ານເໜືອ ເຂົ້າມາລ້ຽງ, ງົວສ່ວນໃຫຍ່ເປັນງົວສາຍພັນພື້ນເມືອງ. ມາຮອດປະຈຸບັນ ພວກເຮົາມີ ງົວເກີດແມ່ແພ່ລູກ ເຖີງ 50 ກ່ວາໂຕ. ໄລຍະ 1 ປີກ່ວາ ສາມາດຂາຍງົວ ສະໜອງໃຫ້ຕະຫຼາດພຽງ 5-10 ໂຕ, ໄລເປັນເງິນປະມານ 80.000.000 ກີບ ແລະ ຄາດຄະເນວ່າ ອີກ 2 ປີຄັ້ງໜ້າ ຈະສູ້ຊົນ ຂາຍງົວສະໜອງຊີ້ນໃຫ້ຕະຫຼາດ ປະມານ 20-30 ໂຕ.

ຄອບຄົວ ທ້າວ ອະປາ ລາວລີ ຍັງໃຫ້ຮູ້ ອີກວ່າ ນອກຈາກການຫັນເອົາ ການລ້ຽງງົວ ມາເປັນອາຊີບຫຼັກຂອງຄອບຄົວແລ້ວ, ຄອບຄົວຂອງຕົນຍັງ ເອົາໃຈໃສ່ການຜະລິດກະສິກຳ ດ້ານການປູກຝັງ, ລ້ຽງສັດນ້ອຍ, ສັດປີກ, ບໍລິການຂາຍເຄື່ອງຍ່ອຍ ແລະ ຕັດຍິບປັກແສ່ວ ເຄື່ອງຫັດຖະກຳຊົນເຜົ່າເປັນຕົ້ນ ສາມາດສ້າງລາຍຮັບເພີ່ມໃຫ້ຄອບຄົວເຖີງ 57.000.000 ກີບຕໍ່ປີ.
ໄລຍະ1ປີທີຜ່ານມາ ຈາກການລ້ຽງງົວ ເສດຖະກິດຄອບຄົວ ຂອງທ້າວ ອະປາ ລາວລີ ນັບມື້ນັບດີຂື້ນ, ສະມາຊິກໃນຄອບຄົວແຕ່ລະຄົນ ໄດ້ມີອາຊີບ ວຽກເຮັດງານທຳທີ່ຄົງທີ່ ສາມາດສ້າງລາຍຮັບໃຫ້ແກ່ຄອບຄົວເຖີງ 137.000.000 ກີບ, ລາຍໄດ້ສະເລຍ ໃນຄອບຄົວ 34.250.000 ກີບຕໍ່ຄົນ/ປີ. ແລະ ໄດ້ກາຍເປັນຄອບຄົວແບບຢ່າງ ໃນການປູກ, ການລ້ຽງ ຂອງບ້ານ ກໍ່ຄື ຂອງເມືອງບຸນໃຕ້ ອີກດ້ວຍ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...