Homeຂ່າວທ້ອງຖິ່ນລາວຄາຍຢວນ ມອບເງິນ 400 ລ້ານກີບ ສ້ອມແປງທາງ 13 ໃຕ້.

ລາວຄາຍຢວນ ມອບເງິນ 400 ລ້ານກີບ ສ້ອມແປງທາງ 13 ໃຕ້.

Published on

ໃນວັນທີ 6 ຕຸລາ 2022 ຜ່ານມາ: ຢູ່ທີພະແນກໂຍທາທິການ ແລະ ຂົນສົ່ງແຂວງຄຳມ່ວນ ບໍລິສັດລາວຄາຍຢວນ ບໍ່ແຮ່ຈຳກັດ ໄດ້ນຳເອົາເງິນສົດຈຳນວນ 400 ລ້ານກີບ ມາມອບໃຫ້ແຂວງຄຳມ່ວນ ເພື່ອປະກອບສ່ວນຊ່ວຍເຫລືອໃນການສ້ອມແປງເສັ້ນທາງເລກທີ 13 ໃຕ້ ຕາມຈຸດທີເປ່ເພໜັກດ້ວຍການປູຢາງຊັ້ນ1, ປະກອບມີ 2 ຊ່ວງຄື : ຊ່ວງທີ 1 : ແຕ່ໄຟແດງຫລັກ 4 ບ້ານໂພນສະອາດ ຫາ ທາງເຂົ້າໂຮງງານເກືອກາລີ ບ້ານນາມະລາດ, ກມ 336 + 000 – 340 + 00, ມີຄວາມຍາວ 10 ກິໂລແມັດ ແລະ ຊ່ວງທີ 2 ແຕ່ຂົວມິດຕະພາບ III ຫາ 4 ແຍກໄຟແດງຫລັກ4, ບ້ານໂພນສະອາດ, ກມ 324 – 336 , ມີຄວາມຍາວ 12 ກິໂລແມັດ ( ໃນມູນຄ່າການສ້ອມແປງທັງໝົດ 2 ຊ່ວງ 1 ຕື້ກວ່າກີບ ).

ໂດຍການກ່າວມອບຂອງ ທ່ານ ຫວາງ ເຕີສວນ ຜູ້ອໍານວຍການບໍລິສັດ ລາວຄາຍຢວນບໍ່ແຮ່ຈຳກັດ, ຮັບໂດຍ ທ່ານ ຂວັນຕາ ດວງລາຕີ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງຄຳມ່ວນ, ພ້ອມທັງກ່າວສະແດງຄວາມຂອບໃຈມາຍັງບໍລິສັດທີ່ໃຫ້ການຊ່ວຍເຫລືອໃນຄັ້ງນີ້ ແລະ ອວຍພອນໃຫ້ທາງບໍລິສັດຈົ່ງປະສົບຜົນສຳເລັດ, ມີຄວາມກ້າວໜ້າ, ທຸລະກິດຈະເລີນຮຸ່ງເຮືອງຂື້ນໄປເລື້ອຍໆ. ສຳລັບການສ້ອມແປງດັ່ງກ່າວ ປະຈຸບັນພວມຖົມດິນປັບກວດໜ້າທາງຕາມຈຸດທີ່ເປ່ເພ ຄາດວ່າຈະໃຫ້ສຳເລັດໃນທ້າຍເດືອນ ຕຸລາ 2022 ນີ້.

ທ່ານ ຫວາງ ເຕີສວນ ຍັງໄດ້ກ່າວວ່າທາງບໍລິສັດແມ່ນມີຄວາມຍິນດີທີ່ໄດ້ໃຫ້ການຊ່ວຍເຫລືອ ແລະ ຫວັງວ່າໃນຕໍ່ໜ້າພວກເຮົາຈະໄດ້ເປັນສ່ວນໜຶ່ງໃນການປະກອບສ່ວນສ້າງສາພັດທະນາ ແຂວງ ຄຳມ່ວນ ຕື່ມອີກ, ພາຍຫລັງສໍາເລັດການສ້ອມແປງເສັ້ນທາງດັ່ງກ່າວ ນອກຈາກປະຊາຊົນຈະໄດ້ນຳໃຊ້ເສັ້ນທາງທີ່ສະດວກຂື້ນ ທາງບໍລິສັດຂອງພວກເຮົາກໍ່ຈະໄດ້ມີຄວາມສະດວກໃນການຂົນສົ່ງ ແລະ ນຳໃຊ້ເສັ້ນທາງດັ່ງກ່າວເຊັ່ນດຽວກັນ.

ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານໃນພິທີຄັ້ງນີ້ໂດຍ ທ່ານ ພາກອນ ແກ້ວມະນີ ຮອງຫົວໜ້າຫ້ອງວ່າການແຂວງ, ພ້ອມດ້ວຍຄະນະພະແນກ, ຂະແໜງການ ແລະ ພະນັກງານກ່ຽວຂ້ອງທັງສອງຝ່າຍ.

ທີ່ມາ: MediaLAOS

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...