spot_img
Homeຂ່າວຕ່າງປະເທດ ເຮລິກັອບແຕກອງທັບໄທຕົກ ເສຍຊີວິດທັງໝົດ 9 ຄົນ

ເຮລິກັອບແຕກອງທັບໄທຕົກ ເສຍຊີວິດທັງໝົດ 9 ຄົນ

Published on

827374-img-1416241466-1 827374-topic-1416267593-0p 827374-topic-1416267593-1

ເຮລິກັອບແຕຂອງຄະນະຮອງແມ່ທັບພາກທີ 3 ຂອງໄທ ຕົກທີ່ບໍລິເວນບ້ານດອກບົວ ຕາແສງທ່າວັງທອງ ເມືອງພະເຍົາ ແຂວງພະເຍົາ ມີທະຫານລະດັບນາຍພົນ ຊື່ ພົນຕີ ຊົງພົນ ທອງຈີນ ຮອງແມ່ທັບພາກ 3 ຮ່ວມຄະນະພ້ອມ ຫຼ້າສຸດພົບຮ່າງຜູ້ເສຍຊີວິດແລ້ວ 9 ຄົນ.

ເມື່ອເວລາປະມານ 5:30 ແລງ ຂອງວັນທີ 17 ພະຈິກ (ວານນີ້) ສຳນັກຂ່າວຕ່າງປະເທດລາຍງານວ່າ ເຮລິກັອບເຕີເບລ 212 ຂອງຄະນະຮອງແມ່ທັບພາກ 3 ຕົກບໍລິເວນບ້ານດອກບົວ ເມືອງພະເຍົາ ແຂວງພະເຍົາ ພາຍຫຼັງເຮືອບິນໄດ້ບິນຂຶ້ນເພື່ອເດິນທາງໄປຍັງ ແຂວງຊຽງຮາຍ ໄດ້ພຽງ 10 ນາທີ ໂດຍ ເຮລິກັອບແຕລຳດັ່ງກ່າວ ມີພົນຕີ ຊົງພົນ ທອງຈີນ ຮອງແມ່ທັບພາກ 3 ຂອງໄທເປັນຫົວໜ້າຄະນະ ແລະມີຜູ້ໄປກັບເຮລິກັອບແຕລຳດັ່ງກ່າວທັງໝົດ 9 ຄົນ ເປັນນັກບິນ 2 ຄົນ ເຕັກນິກ 2 ຄົນ ແລະນາຍທະຫານໄປລົງພື້ນຖານອີກ 5 ຄົນ.

ປະຊາຊົນທີ່ເຫັນເຫດການໃນຂະນະເກີດເຫດ ໄດ້ເລົ່າວ່າ ມີຄົນກະໂດດລົງຈາກເຮລິກັອບແຕ ໃນເວລາຍົນກຳລັບຕົກ ໂດຍ ຝ່າຍເຈົ້າໜ້າທີ່ໄດ້ກະຈາຍກຳລັງອອກຄົ້ນຫາຜູ້ໂດຍສານທີ່ຍັງຄົງຫຼົງເຫຼືອຢູ່.

ບົດຄວາມຫຼ້າສຸດ

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...