Homeຂ່າວພາຍ​ໃນແຈ້ງການຢຸດການປະຕິບັດຖ້ຽວບິນ ວຽງຈັນ-ອຸດົມໄຊ-ວຽງຈັນ

ແຈ້ງການຢຸດການປະຕິບັດຖ້ຽວບິນ ວຽງຈັນ-ອຸດົມໄຊ-ວຽງຈັນ

Published on

ການບິນລາວໄດ້ແຈ້ງການຢຸດການປະຕິບັດຖ້ຽວບິນ ວຽງຈັນ-ອຸດົມໄຊ-ວຽງຈັນ ເລີ່ມຕັ້ງແຕ່ 5 ຕຸລາເປັນຕົ້ນໄປ.

ສາເຫດຂອງການຢຸດທ່ຽວບິນນີ້

ວັນທີ 4 ຕຸລາ 2022 ທາງການບິນລາວກໍໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ເນື່ອງຈາກໄດ້ຮັບຜົນກະທົບ ຫຼັງຈາກມີການເປີດໃຫ້ບໍລິການເສັ້ນທາງລົດໄຟລາວ-ຈີນ ເສັ້ນທາງພາກເໜືອ ໂດຍສະເພາະແລ້ວແມ່ນເສັ້ນທາງອຸດົມໄຊ ທີ່ມີສະຖານີໄກ້ກັບຕົວເມືອງທີ່ສຸດ ຈຶ່ງເຮັດໃຫ້ຜູ້ໂດຍສານເດີນທາງນຳສາຍການບິນໜ້ອຍລົງ, ແຕ່ທາງສາຍການບິນກໍພະຍາມຍາມຫາກາລະໂອກາດ ເພື່ອໃຫ້ຜູ້ໂດຍສານໄດ້ເດີນທາງສະດວກສະບາຍປະຢັດເວລາ, ທັງມີການຈັດໂປຣໂມຊັ່ນ ແລະ ຈັດຖ້ຽວບິນໃຫ້ເປັນປົກກະຕິ, ແຕ່ດ້ວຍຄວາມຕ້ອງການເດີນທາງຂອງຜູ້ໂດຍສານຕ່ຳລົງເລື້ອຍໆ ສະເລ່ຍໂຫຼດແຟັກເຕີ ບໍ່ເຖິງ 50% ເຮັດໃຫ້ພວກເຮົາມີການຂາດດຸນສະພາບຄ່ອງທາງດ້ານລາຍຮັບ ແລະ ລາຍຈ່າຍ, ບວກກັບສະພາບເສດຖະກິດ ແລະ ອັດຕາແລກປ່ຽນມີຫານເໜັງຕີງ, ໄດ້ລາຍຮັບເປັນສະກຸນເງິນກີບ (ເສັ້ນທາງພາຍໃນ) ແຕ່ມີລາຍຈ່າຍເປັນສະກຸນເງິນໂດລາ, ເຊິ່ງບໍ່ສາມາດແບກຮັບພາລະການຫລຸບທຶນໄປຫຼາຍກ່ອນນີ້, ດັ່ງນັ້ນ ຄະນະຜູ້ບໍລິການ ຈິ່ງໄດ້ຕັດສິນໃຈຢຸດການປະຕິບັດຖ້ຽວບິນເສັ້ນທາງດັ່ງກ່າວນັບຕັ້ງແຕ່ວັນທີ 5/10/2022 ເປັນຕົ້ນໄປ.

ແຕ່ຢ່າງໃດກໍຕາມ ອາດຈະໄດ້ກັບມາໃຫ້ບໍລິການອີກຄັ້ງອາດຈະຕ້ອງອີງຕາມສະພາບເສດຖະກິດ ແລະ ຄວາມຕ້ອງການຂອງຜູ້ໂດຍສານໃນອານາຄົດ.

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...