spot_img
Homeຄວາມງາມກະທິ ບໍ່ແມ່ນພຽງແຕ່ກິນໄດ້ ແຕ່ຍັງບຳລຸງຜົມໄດ້ນໍາອີກ

ກະທິ ບໍ່ແມ່ນພຽງແຕ່ກິນໄດ້ ແຕ່ຍັງບຳລຸງຜົມໄດ້ນໍາອີກ

Published on

356777

ນ້ຳ​ກະ​ທິ ທີ່​ສາວໆມັກ​ຈັບ​ມາ​ເຮັດຕົ້ມ​ເຮັດ​ແກງ​ເພື່ອ​ໃຫ້​ໄດ້​ລົດ​ຊາດ​ມັນໆນັ້ນ ຮູ້​ບໍ​ວ່າ ​ມັນ​ສາມາດ​ຈັບ​ມາ​ບຳ​ລຸງ​ເສັ້ນ​ຜົມ​ໄດ້​ນໍາອີກ​ ເພາະ​ໃນ​ກະ​ທິ​ອຸດົມ​ໄປ​ດ້ວຍ​ວິ​ຕາ​ມິນ​ທີ່​ມີ​ປະໂຫຍດ​ຕໍ່​ເສັ້ນ​ຜົມ​ ຖ້າ​ຢ່າງ​ນັ້ນ​ມາ​ເບິ່ງ​ສູດ​ບຳ​ລຸງ​ຜົມ​ດ້ວຍ​ກະ​ທິ​ກັນດີກ່ວາ ບໍ່​ວ່າ​ຈະ​ມີ​ບັນຫາ​ຜົມ​ແຫ້ງ​ ຫລື ​ຜົມ​ບາງ ຮັບຮອງ​ແກ້​ໄຂ​ໄດ້​ຢູ່​​ແນ່ນອນ​

ສູດ​ແກ້​ບັນຫາ​ຜົມ​ພັນ​ກັນ

ສາວໆ ທີ່​ມີ​ບັນຫາ​ຜົມ​ພັນ​ກັນ ຄົງ​ຮູ້ສຶກ​ບໍ່​ດີ​ສຸດໆ ເວລາ​ຫວີ​ຜົມ​ແລ້ວ​ເຈັບ​ໜັງ​ຫົວ​ແມ່ນບໍ່ ​ຈັບ​ກະ​ທິ​ມາ​ຊ່ວຍ​ແກ້​ບັນຫາ​ນີ້​ກັນ​ເລີຍ​ດີກວ່າ ໂດຍ​ໃຫ້​ໃຊ້​ສຳ​ລີ​ກ້ອນ​​ຈຸ່ມ​ນ້ຳ​ກະ​ທິ​ແລ້ວ​ນຳ​ມາ​ທາ​ລົງ​​ເສັ້ນ​ຜົມ ຖິ້ມ​ໄວ້​ປະ​ມານ 2 ຊົ່ວ​ໂມງ​ເພື່ອ​ໃຫ້​ເສັ້ນ​ຜົມ​ນຸ່ມ​ມື່ນ ​ແລະ ​ຈັດ​ຊົງ​ງ່າຍ​ຂຶ້ນ ເຮັດ​ພຽງ 1 ເທື່ອ​ຕໍ່​ອາທິດ​ກໍ​ພໍ​ແລ້ວ

ສູດ​ເລັ່ງ​ຜົມ​ຍາວ​ໄວ

ໃນ​ນ້ຳ​ກະ​ທິ​ອຸດົມ​ໄປ​ດ້ວຍ​ກົດ​ໄຂ​ມັນ​ຈຳ​ເປັນ​ແລະ​ວິ​ຕາ​ມິນ​ອີ ຊຶ່ງ​ກົງ​ນີ້​ແຫລະ​ທີ່​ຈະ​ຊ່ວຍ​ເລັ່ງ​ໃຫ້​ຜົມ​ຍາວ​ໄວ​ແລະ​ຊ່ວຍ​ໃຫ້​ນຸ້ມ​​ເງົາ​ງາມ ຫລື ​​ອາດຈະເອົາ​ນ້ຳ​ມັນ​ໝາກກອກ​ມາ​ປະສົມ​ກັບ​ນ້ຳ​ກະ​ທິ​ເພື່ອ​ເພີ່ມ​ປະ​ຕິສິດ​ທິ​ພາບ​​ກໍ່ໄດ້​ ຈາກ​ນັ້ນ​ນຳ​ມາ​ນວດໆ ໃຫ້​ທົ່ວ​ເສັ້ນ​ຜົມ ​ແລະ ​ໜັງ​ຫົວ​ເພື່ອ​ບຳ​ລຸງ​ຢ່າງ​ລ້ຳ​ເລິກ ພຽງ​ເທົ່າ​ນີ້​ຜົມ​​ກໍ່​ຈະ​ຍາວ​ໄວ ​ແລະ ​ດົກ​ດຳ​ຢ່າງ​ເປັນ​ທຳມະຊາດ​ແລ້ວ

ສູດ​ແກ້​ບັນຫາ​ໜັງ​ຫົວ​ແຫ້ງ ​ແລະ ​ລອກ​ເປັນ​ແຜ່ນ

ການ​ທີ່​ໜັງ​ຫົວ​ຂອງ​ສາວໆແຫ້ງ​ ແລະ ​ລອກ​ເປັນ​ແຜ່ນໆ ບໍ່ແມ່ນ​ພຽງແຕ່​ເປັນ​ຕົ້ນ​ເຫດ​ຂອງ​ການ​ເກີດ​ລັງ​ແຄ​ເທົ່າ​ນັ້ນ ແຕ່​ມັນ​ຍັງ​ເປັນ​ເຫດ​ທີ່​ເຮັດໃຫ້​ເສັ້ນ​ຜົມ​ແຫ້ງ​ເສຍ​ໄດ້​ອີກ​ ສະ​ນັ້ນ​ເລືອກ​ນ້ຳ​ກະ​ທິ​ມາ​ເປັນ​ຕົວ​ຊ່ວຍ​ໃນ​ການ​ບຳ​ລຸງ​ດີກວ່າ ເພາະ​ໃນ​ນ້ຳ​ກະ​ທິ​ມີ​ໄຂ​ມັນ​ທີ່​ມີ​ຄຸນສົມບັດ​ເຮັດໃຫ້​ຊຸ່ມ​ຊື່ນ​ ແລະ ​ຊ່ວຍ​ໃຫ້​ສະພາບ​ໜັງ​ຫົວ​ດີ​ຂຶ້ນ​ໄດ້

 ສູດ​ຟື້ນ​ຟູ​ຜົມເສຍ

ຮູ້​ຫລື​ບໍ່​ວ່າ​ ແສງ​ແດດ​ ແລະ ​ມົນ​ພາ​ວະ ເປັນ​ໂຕ​ການທໍາຮ້າຍ​ເສັ້ນ​ຜົມ ​ແລະ ​ໜັງ​ຫົວ​ ແຕ່​ບໍ່​ຕ້ອງ​ກັງ​ວົນ​ໄປ ເພົາ​ນ້ຳ​ກະ​ທິ​ສາມາດ​ຊ່ວຍ​ຟື້ນ​ຟູ​ເສັ້ນ​ຜົມ​ ແລະ ​ໜັງ​ຫົວ​ທີ່​ເສຍ​ໄດ້​ດີ​ ​ເພາະ​ໃນ​ກະ​ທິ​ອຸດົມ​ໄປ​ດ້ວຍ​ສານ​ອາຫານ​ທີ່​ມີ​ປະໂຫຍດ​ ແລ້ວ​ໄລຍະ​ນີ້​ເສັ້ນ​ຜົມ​​ຕ້ອງ​ການ​ໂປ​ຕີນ​ໃຫ້​ຫລາຍກວ່າ​ເກົ່າ ເພື່ອ​ຄວາມ​ແຂງ​ແຮງ​ຫລາຍ​ຂຶ້ນ ຈຶ່ງ​ຄວນ​ເລືອກ​ກະ​ທິ​ມາ​ບຳ​ລຸງ​ເສັ້ນ​ຜົມ​ແບບ​ບໍ່​ຕ້ອງ​ຄິດ

ສູດ​ຊ່ວຍ​ໃຫ້​ຜົມ​ເງົາ​ງາມ

ການ​ທີ່​ໃຊ້​ນ້ຳ​ກະ​ທິ​ມາ​ໝັກ​ຜົມ​ຢ່າງ​ດຽວ ກໍ​ອາດຈະ​ພຽງແຕ່​ເຮັດໃຫ້​ຜົມ​ນຸ້ມ​ໜ້າ  ​ສຳ​ຜັດ ແຕ່​ຖ້າ​ໃສ່​ນ້ຳ​ເຜິ້ງ​ລົງ​ໄປ​ປະສົມ​ ​ກໍ​ຈະ​ໄດ້​ເປັນ​ເຈົ້າ​ຂອງ​ຜົມ​ນຸ້ມ​ເງົາ​ງາມ​ ໂດຍ​ໃຫ້​ນຳ​ນ້ຳ​ກະ​ທິ​ ແລະ ​ນ້ຳ​ເຜິ້ງ​ມາ​ປະສົມ​ລວມ​ກັນ ຈາກ​ນັ້ນ​ກໍ​ເອົາ​ໄປ​ທາ​ໄວ້​ເທິງ​ເສັ້ນ​ຜົມ ຖິ້ມ​ໄວ້ 2 ຊົ່ວ​ໂມງ​ຄ່ອຍ​ລ້າງ​ອອກ ເຮັດ​ຊ້ຳ 2 ເທື່ອ​ຕໍ່​ອາທິດ​ແລ້ວ​ກໍ​ຈະ​ເຫັນ​ຜົນ​ຊັດເຈນ​

ບົດຄວາມຫຼ້າສຸດ

ການຈັດການຂີ້ເຫຍື້ອທີ່ດີ ຄືຄວາມປອດໄພຕໍ່ສະພາບແວດລ້ອມ ແລະ ສັງຄົມ

ການຈັດການຂີ້ເຫຍື້ອ ຍັງເປັນສິ່ງທີ່ທ້າທ້າຍໃນແຕ່ລະຂົງເຂດ ຕັ້ງແຕ່ເຮືອນຊານ, ຫ້າງຮ້ານ, ບໍລິສັດ ຈົນໄປເຖິງບັນດາໂຮງງານຜະລິດຕ່າງໆ. ເນື່ອງຈາກເປັນໄປບໍ່ໄດ້ທີ່ຈະຫຼີກລ່ຽງບໍ່ໃຫ້ມີການສ້າງຂີ້ເຫຍື້ອເລີຍ. ເຊິ່ງບາງຄັ້ງຍັງພົບເຫັນການທຳລາຍ ແລະ ຈັດການຂີ້ເຫຍື້ອຢ່າງບໍ່ຖືກວິທີ ທີ່ສົ່ງຜົນເສຍຕໍ່ສິ່ງແວດລ້ອມ ແລະ ສ້າງຄວາມເປີເປື້ອນໃຫ້ສັງຄົມ ເຊັ່ນ:...

ຮູ້ຫຼືບໍ່? ທີ່ໄປທີ່ມາຂອງຊື່ພາຍຸແຕ່ລະລູກ ໃຜເປັນຄົນຕັ້ງ ແລະ ໃຜເປັນຄົນຄິດຊື່

ພາຍຸແຕ່ລະລູກ ໃຜເປັນຄົນຕັ້ງ ແລະ ໃຜເປັນຄົນຄິດຊື່ ມາຮູ້ຄຳຕອບມື້ນີ້ ພາຍຸວິພາ, ພາຍຸຄາຈິກິ ໄດ້ມາຈາກໃສ ໃນໄລຍະນີ້ເຫັນວ່າມີພາຍຸກໍ່ໂຕຂຶ້ນມາຕະຫຼອດ ແລະມີຫຼາຍຄົນອາດຈະສົງໃສວ່າ ໃນການຕັ້ງຊື່ພາຍຸແຕ່ລະລູກ ແມ່ນໃຜເປັນຄົນຕັ້ງ ແລະຄໍາຕອບກໍຄື ຊື່ຂອງພາຍຸແມ່ນໄດ້ຖືກຕັ້ງຂຶ້ນຈາກປະເທດຕ່າງໆໃນທົ່ວໂລກ. ສຳລັບພາຍຸທີ່ສາມາດຕັ້ງຊື່ໄດ້ນັ້ນ ຕ້ອງແມ່ນພາຍຸລະດັບໂຊນຮ້ອນຂຶ້ນໄປ...

ແຈ້ງເຕືອນພາຍຸລູກໃໝ່ ທີ່ອາດຈະສົ່ງຜົນກະທົບຕໍ່ປະເທດລາວ ໃນວັນທີ 30/08/2025 – 02/09/2025

ກຽມຮັບມືພາຍຸລູກໃໝ່ ຫວຽດນາມອອກແຈ້ງເຕືອນພາຍຸລູກໃໝ່ ອາດສົ່ງຜົນກະທົບຕໍ່ປະເທດລາວ, ປະເທດໄທ ແລະ ປະເທດຫວຽດນາມ ຫວຽດນາມອອກແຈ້ງເຕືອນພາຍຸລູກໃໝ່ ທີ່ຄາດວ່າຈະໃຊ້ຊື່ວ່າພາຍຸໜອງຟ້າ ຫຼື ຟ້າໃສ ທີ່ຕັ້ງຊື່ໂດຍປະເທດລາວ ຄາດອິດທິພົນຂອງພາຍຸລູກນີ້ຈະສົ່ງຜົນກະທົບຕໍ່ປະເທດລາວ, ປະເທດໄທ ແລະ ປະເທດຫວຽດນາມ...

ຜົນສໍາເລັດ ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ III ຂອງ ອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ

ເອກະສັນຮັບເລືອກ ສະຫາຍ ປອ. ສັນຕິສຸກ ສິມມາລາວົງ ເປັນເລຂາຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຊຸດໃໝ່) ກະຊວງເຕັກໂນໂລຊີ ແລະ ການສື່ສານລາຍງານຜົນ ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ...