spot_img
Homeຂ່າວພາຍ​ໃນຮອງນາຍົກລັດຖະມົນຕີ ຮ່ວມພິທີໄວ້ອາໄລໃຫ້ແກ່ ອະດີດນາຍົກລັດຖະມົນຕີ ແຫ່ງ ປະເທດຢີ່ປຸ່ນ

ຮອງນາຍົກລັດຖະມົນຕີ ຮ່ວມພິທີໄວ້ອາໄລໃຫ້ແກ່ ອະດີດນາຍົກລັດຖະມົນຕີ ແຫ່ງ ປະເທດຢີ່ປຸ່ນ

Published on

ໃນລະຫວ່າງວັນທີ 25-29 ກັນຍາ 2022 ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແລະ ພັນລະຍາ ພ້ອມດ້ວຍຄະນະ ໄດ້ເດີນທາງເພື່ອເຄື່ອນໄຫວວຽກງານ ຢູ່ປະເທດຍີ່ປຸ່ນເຂົ້າຮ່ວມພິທີໄວ້ອາໄລລະດັບຊາດ ໃຫ້ແກ່ ທ່ານ ອາເບະ ຊິນໂຊະ ອະດີດນາຍົກລັດຖະມົນຕີ ແຫ່ງ ປະເທດຢີ່ປຸ່ນ ທີ່ນະຄອນຫຼວງໂຕກຽວ (Tokyo).

ໃນການເຄື່ອນໄຫວວຽກງານໃນຄັ້ງນີ້, ທ່ານ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມ ພົບປະແລກປ່ຽນ ລະຫວ່າງ ພາກທຸລະກິດລາວ ແລະ ພາກທຸລະກິດຍີ່ປຸ່ນ ທີ່ AJC Hall, ສູນອາຊຽນ-ຍີ່ປຸ່ນ. ໂດຍການຕ້ອນຮັບຂອງ ທ່ານ ຮິຣະບາຢາຊິ ຄຸນິຮິໂຣະ (Mr.HARABAYASHI Kunihiro) ເລຂາທິການໃຫຍ່ ສູນອາຊຽນ-ຢີ່ປຸ່ນ.

ໃນໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ມີຄໍາເຫັນຕໍ່ກອງປະຊຸມດັ່ງກ່າວວ່າ: ກອງປະຊຸມໃນມື້ນີ້ ແມ່ນມີຄວາມໝາຍສຳຄັນເປັນຢ່າງຍິ່ງ ສໍາລັບລັດຖະບານລາວ ຊຶ່ງຈະເປັນກາລະໂອກາດອັນດີ ໃນການເຜີຍແຜ່ຂໍ້ມູນຂ່າວສານ ກ່ຽວກັບສະພາບຕົວຈິງຂອງການສົ່ງເສີມການລົງທຶນ ຢູ່ ສປປ ລາວ ແລະ ທິດທາງໃນຕໍ່ໜ້າ ພາຍໃຕ້ສະພາບການຂອງໂລກທີ່ມີການປ່ຽນແປງຢ່າງໄວວາ, ສະຫຼັບສັບຊ້ອນ ແລະ ກຳລັງປະເຊີນໜ້າກັບສິ່ງທ້າທາຍໃນຫຼາຍດ້ານໃນທຸກຂົງເຂດ.

ສຳລັບ ສປປ ລາວ ໄດ້ມີຄວາມພະຍາຍາມເປັນຢ່າງສູງ ເພື່ອປັບປຸງສະພາບແວດລ້ອມການດໍາເນີນທຸລະກິດ ຢູ່ພາຍໃນປະເທດ ດ້ວຍການພັດທະນາພື້ນຖານໂຄງລ່າງ ເພື່ອເຊື່ອມໂຍງ ແລະ ເຊື່ອມຈອດກັບພາກພື້ນ ແລະ ສາກົນ, ສ້າງບັນຊີຮຽກການລົງທຶນ ຊຶ່ງຈະເປັນການອໍານວຍຄວາມສະດວກໃຫ້ແກ່ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ, ລວມທັງປັບປຸງບັນດາລະບຽບການ, ນະໂຍບາຍ, ນິຕິກຳຕ່າງໆ ເພື່ອຟື້ນຟູເສດຖະກິດ ຂອງ ສປປ ລາວ ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19, ບັນຫາດ້ານພະລັງງານ ສະພາບເສດຖະກິດຂອງໂລກ ແລະ ໄພພິບັດທາງທໍາມະຊາດ ໃນໄລຍະຜ່ານມາ.

ພ້ອມກັນນີ້, ທ່ານຮອງນາຍົກລັດຖະມົນຕີ ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງ ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ຕໍ່ການຮ່ວມມື ແລະ ການຊ່ວຍເຫຼືອອັນລໍ້າຄ່າໃນດ້ານຕ່າງໆ ອັນໄດ້ປະກອບສ່ວນສໍາຄັນເຂົ້າໃນການພັດທະນາ ແລະ ສ້າງສາ ສປປ ລາວ ເປັນແຕ່ລະໄລຍະ ເປັນຕົ້ນແມ່ນການພັດທະນາພື້ນຖານໂຄງລ່າງ, ການພັດທະນາຊັບພະຍາກອນມະນຸດ, ສາທາລະນະສຸກ, ກະສິກໍາ-ປ່າໄມ້ ແລະ ອື່ນໆ ອັນໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ໄດ້ຮັບການຍົກລະດັບຂຶ້ນເປັນກ້າວໆ. ສໍາລັບການຮ່ວມມືດ້ານການລົງທຶນ, ທ່າແຮງຈຸດພິເສດຂອງການລົງທຶນຈາກປະເທດຍີ່ປຸ່ນ ຢູ່ ສປປ ລາວ, ມາຮອດປັດຈຸບັນ ເຫັນໄດ້ວ່າການລົງທຶນຂອງປະເທດຍີ່ປຸ່ນ ໄດ້ມີການເພີ່ມຂຶ້ນຫຼາຍ ໂດຍສະເພາະພາຍຫຼັງທີ່ລັດຖະບານຂອງສອງປະເທດ ໄດ້ມີສັນຍາ ວ່າດ້ວຍການສົ່ງເສີມ ແລະ ປົກປ້ອງການລົງທຶນ ໃນປີ 2008, ການລົງທຶນຂອງປະເທດຍີ່ປຸ່ນ ຈັດຢູ່ໃນອັນດັບທີ 15 ຂອງການລົງທຶນຈາກ 53 ປະເທດ ທີ່ໄປລົງທຶນຢູ່ ສປປ ລາວ, ມີຫຼາຍກວ່າ 146 ໂຄງການ, ລວມມູນຄ່າຫຼາຍກວ່າ 317 ລ້ານກວ່າໂດລາ ໃນເກືອບທຸກຂະແໜງການ. ພ້ອມດຽວກັນນັ້ນ, ນັກລົງທຶນຍີ່ປຸ່ນ ຍັງໄດ້ເຂົ້າໄປລົງທຶນ ຢູ່ ເຂດເສດຖະກິດພິເສດ ໃນທົ່ວປະເທດ ຈຳນວນ 55 ໂຄງການ ລວມມູນຄ່າຫຼາຍກວ່າ 182,8 ລ້ານໂດລາ, ທ່ານ ສອນໄຊ ສີພັນດອນ ຍັງໄດ້ແຈ້ງໃຫ້ຊາບກ່ຽວກັບທິດທາງ ແລະ ນະໂຍບາຍ ຂອງ ສປປ ລາວ ໃນການສົ່ງເສີມການລົງທຶນ ໃນປັດຈຸບັນຕື່ມອີກ, ພ້ອມທັງ ມີຄວາມເຊື່ອໝັ້ນວ່າ ກອງປະຊຸມພົບປະແລກປ່ຽນໃນຄັ້ງນີ້ ຈະເປັນປະໂຫຍດໃຫ້ແກ່ບັນດາທ່ານ ໄດ້ສຶກສາຄົ້ນຄວ້າ ແລະ ພິຈາລະນາ ຄວາມເປັນໄປໄດ້ໃນການລົງທຶນ ຢູ່ ສປປ ລາວ.

ຍີ່ປຸ່ນ ແລະ ສປປ ລາວ ມີການພົວພັນທີ່ດີ ແລະ ມີມູນເຊື້ອອັນຍາວນານ, ສອງປະເທດພວກເຮົາ ໄດ້ຍົກລະດັບສາຍພົວພັນການທູດ ຈາກຄູ່ຮ່ວມມືຮອບດ້ານ ໃນປີ 2010 ມາເປັນຄູ່ຮ່ວມຍຸດທະສາດ ໃນປີ 2015 ຊຶ່ງແມ່ນປີແຫ່ງການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຍີ່ປຸ່ນ ຄົບຮອບ 60 ປີ, ໃນນັ້ນ ທ່ານ ອາເບະ ຊິນໂຊ ອະດີດນາຍົກລັດຖະມົນຕີຍີ່ປຸ່ນ ກໍແມ່ນຜູ້ໜຶ່ງທີ່ມີບົດບາດສໍາຄັນ ແລະ ໄດ້ເຮັດວຽກຢ່າງໃກ້ຊິດກັບບັນດາການນໍາຂັ້ນສູງຂອງລາວ ໃນການສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືຂອງສອງປະເທດ ແລະ ຖືໄດ້ວ່າເປັນພື້ນຖານອັນສໍາຄັນໜຶ່ງຂອງການພົວພັນ ແລະ ການຮ່ວມມື ລາວ-ຍີ່ປຸ່ນ ໃນປັດຈຸບັນ.

ໃນເວລາຕໍ່ມາ, ທ່ານ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະ ໄດ້ເດີນທາງໄປທີ່ສະໜາມກິລາໃນຮົ່ມ Nippon Bukkokan ເພື່ອເຂົ້າຮ່ວມພິທີໄວ້ອາໄລລະດັບຊາດ ຂອງລັດຖະບານຍີ່ປຸ່ນ ໃຫ້ແກ່ ທ່ານ ອາເບະ ຊິນໂຊະ ອະດີດນາຍົກລັດຖະມົນຕີຍີ່ປຸ່ນ. ຈາກນັ້ນ ທ່ານ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະ ໄດ້ເດີນທາງໄປທີ່ ເຮືອນຮັບຮອງຂອງລັດຖະບານ ຍີ່ປຸ່ນ (Akasaka Palace) ເພື່ອພົບປະກັບ ທ່ານ ກິຊິກະ ຟຸມິໂອະ ນາຍົກ ລັດຖະມົນຕີ ແຫ່ງປະເທດຍີ່ປຸ່ນ ຕື່ມອີກ.

(ຂ່າວ-ພາບ: ສນຍ)

ບົດຄວາມຫຼ້າສຸດ

ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງ (ຍທຂ) ຊີ້ແຈງສືບຕໍ່ແກ້ໄຂຜົນກະທົບຈາກໂຄງການທາງລົດໄຟລາວ-ຈີນ

ສືບຕໍ່ແກ້ໄຂຜົນກະທົບຈາກໂຄງການທາງລົດໄຟລາວ-ຈີນທີ່ຍັງບໍ່ທັນສໍາເລັດ 16 ໜ້າວຽກ ໃນວາລະການດຳເນີນກອງປະຊຸມໃນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ...

ແຕ່ງຕັ້ງ ທ່ານ ພອນວິໄລ ແກ້ວບຸນສານ ເປັນຮັກສາການຫົວໜ້າຄະນະຄຸ້ມຄອງດ່ານສາກົນແດນສະຫວັນ.

ປະກາດຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງຂອງດ່ານສາກົນແດນສະຫວັນ ວັນທີ 10 ມີຖຸປະກາດຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງຂອງດ່ານສາກົນແດນສະຫວັນນາ 2025 ຜ່ານມາ, ດ່ານສາກົນແດນສະຫວັນ ແຂວງສະຫວັນນະເຂດ ໄດ້ປະກາດຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງຂອງດ່ານສາກົນແດນສະຫວັນ,...

ຖວທ ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ

ຖວທ ສະຫຼຸບການປະຕິບັດວຽກງານ ແລະ ເຜີຍແຜ່ແຈ້ງການກ່ຽວກັບການປັບປຸງກົງຈັກ - ບຸກຄະລາກອນ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ, ພ້ອມທັງເຜີຍແຜ່ແຈ້ງການກ່ຽວກັບການປັບປຸງກົງຈັກ ແລະ ບຸກຄະລາກອນ...

ສະເໜີໃຫ້ລັດຖະບານເອົາໃຈໃສ່ຈັດຕັ້ງປະຕິບັດ 7 ບັນຫາ ໃນການພັດທະນາພະລັງງານໄຟຟ້າ

ສະເໜີໃຫ້ລັດຖະບານເອົາໃຈໃສ່ຈັດຕັ້ງປະຕິບັດ 7 ບັນຫາ ໃນການພັດທະນາພະລັງງານໄຟຟ້າ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວຜົນການພິຈາລະນາບົດລາຍງານຂອງລັດຖະບານ ໃນການຈັດຕັ້ງປະຕິບັດບັນດານະໂຍບາຍ, ນິຕິກຳ, ກົນໄກ ໃນການພັດທະນາພະລັງງານໄຟຟ້າໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ...