spot_img
Homeຂ່າວພາຍ​ໃນພິທີປະກາດການເລື່ອນຊັ້ນນາຍທະຫານຂັ້ນສູງ

ພິທີປະກາດການເລື່ອນຊັ້ນນາຍທະຫານຂັ້ນສູງ

Published on

ວັນທີ 27 ກັນຍາ 2022 ທີ່ຜ່ານມາ, ກະຊວງປ້ອງກັນປະເທດໄດ້ຈັດພິທີປະກາດການເລື່ອນຊັ້ນນາຍທະຫານຂັ້ນສູງ, ການສ້າງຕັ້ງໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ແລະ ແຕ່ງຕັ້ງນາຍທະຫານຮັບໜ້າທີ່ໃໝ່ຢູ່ກະຊວງປ້ອງກັນປະເທດ, ໂດຍການເປັນປະທານຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາສະຫາຍຄະນະນຳກະຊວງ,ຄະນະນໍາບັນດາກົມໃຫຍ່,ຫ້ອງວ່າການກະຊວງ, ຄະນະພັກ-ຄະນະບັນຊາອົງການ, ກົມ-ກອງອ້ອມຂ້າງກະຊວງ, ບັນດານາຍທະຫານຂັ້ນສູງຜູ້ທີ່ໄດ້ຮັບການເລື່ອນຊັ້ນໃໝ່ ແລະ ຖືກແຕ່ງຕັ້ງໜ້າທີ່ໃໝ່ເຂົ້າຮ່ວມ.ສະຫາຍ ພົນຕີ ວໍລະສານ ວິລັດດາວົງ ກຳມະການຄະນະປະຈຳພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ຂຶ້ນຜ່ານລັດຖະດຳລັດຂອງປະທານປະເທດ ວ່າດ້ວຍການເລື່ອນຊັ້ນພົນຕີຂຶ້ນຊັ້ນພົນໂທ,ເລື່ອນຊັ້ນພົນຈັດຕະວາຂຶ້ນຊັ້ນພົນຕີ, ດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການເລື່ອນຊັ້ນພັນໂທຂຶ້ນຊັ້ນພັນເອກ, ດຳລັດວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ ແລະ ມະຕິຕົກລົງຂອງຄະນະພັກກະຊວງປ້ອງກັນປະເທດ ວ່າດ້ວຍການບົ່ງຕົວແຕ່ງຕັ້ງຮອງປະທານກວດກາພັກກະຊວງປ້ອງກັນປະເທດ.

ໃນນີ້, ໄດ້ຕົກລົງເລື່ອນຊັ້ນ ສະຫາຍ ພົນຕີ ຄໍາລຽງ ອຸທະໄກສອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ ຂຶ້ນຊັ້ນພົນໂທ, ເລື່ອນຊັ້ນ ສະຫາຍ ພົນຈັດຕະວາ ສາຍໃຈ ກົມມະສິດ ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ ແລະ ສະຫາຍ ພົນຈັດຕະວາ ພັນແສງ ບຸນພັນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບຂຶ້ນຊັ້ນພົນຕີ, ເລື່ອນຊັ້ນ ສະຫາຍ ພັນໂທ ວິພາໄຊ ຈັນທະມາດ ທີ່ປືກສາທູດປ້ອງກັນຊາດລາວ ປະຈໍາ ສສ ມຽນມາ, ສະຫາຍ ພັນໂທ ໄຊມະນີ ອິນທະວົງ ທີ່ປືກສາທູດປ້ອງກັນຊາດລາວ ປະຈໍາ ສປ ຈີນ ແລະ ສະຫາຍ ພັນໂທ ສຸລິວັນ ອິນທະວອນ ທີ່ປືກສາທູດປ້ອງກັນຊາດລາວ ປະຈໍາ ສ.ເກົ່າຫຼີ ຂຶ້ນຊັ້ນພັນເອກ, ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ວົງສັກ ສີພັນດອນ ເປັນຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ບົ່ງຕົວແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ສຸລິນພອນ ຄຳພະຈັນ ຫົວໜ້າກົມກວດກາກະຊວງປ້ອງກັນປະເທດ ເປັນຮອງປະທານກວດກາພັກກະຊວງປ້ອງກັນປະເທດ ( ປ່ຽນແທນ ສະຫາຍ ພັນເອກ ບຸດສະດີ ອິນທະລັງສີ ຍົກຍ້າຍໄປຮັບໜ້າທີ່ໃໝ່ ). ພ້ອມນັ້ນ, ຍັງໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການສ້າງຕັ້ງໂຮງຮຽນວັດທະນະທໍາຊົນເຜົ່າກອງທັບ ( ທຽບເທົ່າກອງພົນ ) ແລະ ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະອຳນວຍການ ແລະ ຄະນະຫ້ອງຂອງໂຮງຮຽນວັດທະນະທໍາຊົນເຜົ່າກອງທັບ ໃນນີ້, ກະຊວງປ້ອງກັນປະເທດ ຕົກລົງແຕ່ງຕັ້ງ ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ເປັນຫົວໜ້າການທະຫານ, ສະຫາຍພັນເອກ ປອ ສະແຫວງ ແດນນາມົນ ເປັນຫົວໜ້າການເມືອງ, ສະຫາຍພັນເອກ ນາງ ຄຳມີ ບົດນາລີ ເປັນຮອງຫົວໜ້າການເມືອງ ທັງເປັນຫົວໜ້າຫ້ອງການເມືອງ, ສະຫາຍພັນໂທ ສັງທອງ ສຸກສີສະຫວາດ ເປັນຮອງຫົວໜ້າການທະຫານ ທັງເປັນຫົວໜ້າຫ້ອງການສຶກສາ, ສະຫາຍພັນເອກ ວັນໄຊ ວົງປັນຍາ ເປັນຮອງອຳນວຍການ ຮັບຜິດຊອບວຽກງານພະລາທິການ-ເຕັກນິກ ທັງເປັນຫົວໜ້າຫ້ອງພະລາທິການ-ເຕັກນິກ. ນອກນັ້ນ, ຍັງແຕ່ງຕັ້ງຫົວໜ້າຫ້ອງການ-ບໍລິຫານ ແລະ ບັນດາຮອງຫ້ອງອີກຈຳນວນໜຶ່ງ.

ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ມີຄໍາເຫັນໂອ້ລົມຫຼາຍບັນຫາທີ່ສຳຄັນ ພ້ອມທັງເນັ້ນໃຫ້ບັນດາສະຫາຍທີ່ໄດ້ຮັບການເລື່ອນຊັ້ນ ແລະ ຮັບໜ້າທີ່ໃໝ່ ຈົ່ງພ້ອມກັນຕັ້ງໜ້າຄົ້ນຄ້ວາທິດສະດີມາກ-ເລນິນ, ແນວທາງນະໂຍບາຍຂອງພັກ ເປັນຕົ້ນເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກໍ່ຄືມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ ໂດຍປິ່ນອ້ອມ 4 ໜ້າ ທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ໃຫ້ເປັນແຜນວຽກອັນລະອຽດ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ.

ແຫຼ່ງຂໍ້ມູນ:Lao people Army News

ບົດຄວາມຫຼ້າສຸດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...