Homeຂ່າວພາຍ​ໃນປກ​ສ ແຂວງ​ຊຽງ​ຂວາງ ຈັບ​ກຸມ​ພ​ວກ​ກ່ຽວ​ພົວ​ພັນ​ຢາ​ບ້າ ຈຳ​ນວນ 9 ຄົນ

ປກ​ສ ແຂວງ​ຊຽງ​ຂວາງ ຈັບ​ກຸມ​ພ​ວກ​ກ່ຽວ​ພົວ​ພັນ​ຢາ​ບ້າ ຈຳ​ນວນ 9 ຄົນ

Published on

ຈັດ​ຕັ້ງ​ປະ​ຕິ​ບັດ​ຕາມ​ແຜນ​ການ​ວາ​ລະ​ແຫ່ງ​ຊາດ ວ່າ​ດ້ວຍ​ການ​ສະ​ກັດ​ກັ້ນ​ ແລະ ແກ້​ໄຂ​ບັນ​ຫາຢາ​ເສບ​ຕິດ ໃນ​ໄລ​ຍະ​ປີ 2021-2023 ກໍ​ຄື ການ​ແກ້​ໄຂ​ປາ​ກົດ​ການ​ຫຍໍ້​ທໍ້​ຕ່າງໆ​ໃນ​ສັງ​ຄົມ​ໃຫ້ຫຼຸດ​ລົງ​ເທື່ອ​ລະ​ກ້າວ ພະ​ແນກ ປກ​ສ ເມືອງ​ຄຳ ແຂວງ​ຊຽງ​ຂວາງ ໄດ້​ເລັ່ງ​ສຸມ​ໃສ່​ການ​ແກ້​ໄຂ​ວຽກ​ງານ ວິ​ຊາ​ສະ​ເພາະ ລົງ​ແກ້​ໄຂ​ກຸ່ມ​ລັກ​ລອບ​ພົວ​ພັນ ມົ່ວ​ສຸມ​ຢາ​ເສບ​ຕິດ ໃນ​ທົ່ວ​ເມືອງ​ຄຳ ສາ​ມາດ​ມ້າງ​ຄະ​ດີ​ທີ່​ພົວ​ພັນ​ຢາ​ເສບ​ຕິດ ໄດ້​ຈຳ​ນວນ 7 ລາຍ ກັກ​ຕົວ​ຜູ້​ກ​ະ​ທຳ​ຜິ​ດ​ໄດ້​ຈຳ​ນວນ 9 ຄົນ  ຍິງ 1 ຄົນ ຄື:

  1. ທ້າວ ດົງ ອາ​ຍຸ 30 ປີ ຢູ່​ບ້ານ​ພູ​ສັນ ເມືອງ​ແປ​ກ ແຂວງ​ຊຽງ​ຂວາງ
  2. ນາງ​ ສົມ​ເພັດ ທອງ​ຄຳ ອາ​ຍຸ 27 ປີ ຢູ່​ບ້ານຍອດ​ເກື້ອ
  3. ທ້າວ ຄຳ 30 ປີ ​ບ້ານໄຂ່​ວຽງ
  4. ທ້າວ ໄມ ບຸນ​ຕີ 40 ​ປີ ບ້ານແກ້ວ​ເລິກ
  5. ທ້າວ ໄມ ວິ​ປັນ​ຍ 28 ​ປີ ບ້ານລ່ອງ​ປິວ
  6. ທ້າວ ເພງ ພໍ​ແສງ ອາ​ຍຸ 35 ປີ ​​ບ້ານນາ​ຍອງ
  7. ​ທ້າວ ຄູນ​ໄຊ 35 ປີ ບ້ານ​ໝອກ
  8. ທ້າວ ຄຳ ອາ​ຍຸ 20 ປີ ບ້ານ​ສົ້ນ​ຂົວ ເມືອງ​ຫົວ​ເມືອງ ແຂວງ​ຫົວ​ພັນ
  9. ທ້າວ ສຸ​ພີ 26 ບ້ານ​ນ້ຳ​ຊົງ ເມືອງ​ປາກ​ລາຍ ແຂວງ​ໄຊ​ຍະ​ບູ​ລີ

ເຈົ້າ​ໜ້າ​ທີ່​ຈຶ່ງ​ໄດ້​ກັກ​ຕົວ​ພວກກ່ຽວ ​ພ້ອມ​ຂອງ​ກາງ​ຢາ​ເສບ​ຕິດ ປະ​ເພດ​ຢາ​ບ້າ ຈຳ​ນວນ 552 ເມັດ ລົດ​ຈັກ 4 ຄັນ ປືນ​ປະ​ກອບ​ສ້າງ 1 ກະ​ບ​ອກ ໂທ​ລະ​ສັບ 4 ໜ່ວຍ ແລະ ເງິນ​ກີບ​ໃນ​ທະ​ນາ​ຄານ​ຈຳ​ນວນ​ໜຶ່ງ​ ເພື່ອ​ດຳ​ເນີນ​ການ​ສອບ​ສວນ.

 

ຜ່ານ​ການ​ສອ​ບ​ສວນ ພວກ​ກ່ຽວໃຫ້​ການ​ສາ​ລະ​ພາບ​ວ່າ ໄດ້​ມີ​ການ​ເຄື່ອນ​ໄຫວ​ພົວ​ພັນ​ຂົນ​ສົ່ງ ຄ້າ​ຂາຍ ແລະ ມີ​ຢາ​ເສບ​ຕິດ​ມີ​ໄວ້​ຄອບ​ຄອງ​ແທ້ ດັ່ງ​ນັ້ນ ເຈົ້າ​ໜ້າ​ທີ່​ຈຶ່​ງ​ດຳ​ເນີນ​ຄະ​ດີ​ຕາມ​ລະ​ບຽບ​ກົດ​ໝາຍ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...