Homeຂ່າວຕ່າງປະເທດມືປືນຣັດເຊຍບຸກຍິງໂຮງຮຽນ ຈົນເປັນເຫດໃຫ້ມີຜູ້ເສຍຊີວິດ 17 ຄົນ

ມືປືນຣັດເຊຍບຸກຍິງໂຮງຮຽນ ຈົນເປັນເຫດໃຫ້ມີຜູ້ເສຍຊີວິດ 17 ຄົນ

Published on

ມືປືນບຸກກາດຍິງທີ່ໂຮງຮຽນແຫ່ງໜຶ່ງໃນຣັດເຊຍ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 17 ຄົນ ບາດເຈັບເກືອບ 30 ຄົນ ກ່ອນທີ່ມືປືນຈະລົງມືຍິງຕົວເອງເສຍຊີວິດຕາມ.

ສຳນັກຂ່າວ ABC Australia News ໄດ້ລາຍງານວ່າ: ວັນທີ 26 ກັນຍາ 2022 ເກີດເຫດມືປືນບຸກກາດຍິງທີ່ໂຮງຮຽນ No.88 ໃນເມືອງອີເຈຟ ທາງພາກກາງຂອງຣັດເຊຍ ເຊິ່ງມີນັກຮຽນປະມານ 1.000 ຄົນ ເປັນເຫດໃຫ້ມີຄົນເສຍຊີວິດ 13​ ຄົນ ຕໍ່ມາຈຶ່ງມີຄົນເສຍຊີວິດເພີ່ມເປັນ 17 ຄົນ ໃນນີ້ມີເດັກນ້ອຍ 7 ຄົນ ແລະ ມີຜູ້ບາດເຈັບກວ່າ 24 ຄົນ ກ່ອນທີ່ຈະຫັນຫົວປືນມາທີ່ຕົນເອງແລະ ຍິງໂຕເອງເສຍຊີວິດໃນບ່ອນເກີດເຫດ.

ສື່ທ້ອງຖິ່ນໃນຣັດເຊຍ ເຜີຍແຜ່ພາບວິດີໂອ ສະແດງໃຫ້ເຫັນເຫດການທີ່ສະເທືອນໃຈ ຫຼັງຈາກເກີດເຫດມືປືນບຸກກາດຍິງໃນໂຮງຮຽນ ຈົນເຮັດໃຫ້ພື້ນຫ້ອງຮຽນເຕັມໄປດ້ວຍເລືອດ ແລະ ມີລູກປືນຈຳນວນຫຼາຍຖືກຍິງໃສ່ປ້ອງຢ້ຽມຈົນເປັນຮູ ໃນຂະນະທີ່ບັນດາເດັກນັກຮຽນໄດ້ລີ້ຢູ່ກ້ອງໂຕະຮຽນ.

ເຫດການໃນຄັ້ງນີ້ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 13 ຄົນ ແລະ ໃນນັ້ນເປັນນັກຮຽນ 7 ຄົນ ຜູ້ໃຫຍ່ 6 ຄົນ.

ຈາກການກວດສອບຂອງເຈົ້າໜ້າທີ່ຣັດເຊຍລາຍງານວ່າ ມືປືນທີ່ບຸກຍິງນັ້ນເຄີີຍເປັນນັກຮຽນຢູ່ໂຮງຮຽນນີ້ ຊື່ວ່າ ອາເທັມ ຄາຊານເຊຟ ເຊິ່ງໃຊ້ອາວຸດປືນ 2 ກະບອກໃນການກໍ່ເຫດ.

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...