Homeຂ່າວຕ່າງປະເທດຣັດເຊຍເລັ່ງການເຮັດປະຊາມະຕິເພື່ອຈະເອົາດິນແດນໃນຢູເຄຣນ

ຣັດເຊຍເລັ່ງການເຮັດປະຊາມະຕິເພື່ອຈະເອົາດິນແດນໃນຢູເຄຣນ

Published on

ບັນດາຜູ້ນຳທີ່ໄດ້ຮັບການແຕ່ງຕັ້ງຈາກຣັດເຊຍໃນເຂດຕ່າງໆທີ່ຢູ່ພາຍໃຕ້ການຍຶດຄອງຣັດເຊຍໃນ 4 ແຄ້ວນຂອງຢູເຄຣນ ໃນວັນອັງຄານ ວັນທີ 20 ກັນຍາ ເລັ່ງລັດ​ແຜນການ “​ລົງ​ປະຊາ​ມະຕິ” ເຂົ້າເປັນສ່ວນໜຶ່ງໃນດິນແດນຂອງຣັດເຊຍ ການ​ເຄື່ອນ​ໄຫວ​ທີ່​ທ້າ​ທາຍ​ປະ​ເທດ​ຕາ​ເວັນ​ຕົກ​ ທີ່​ອາດຈະເຮັດໃຫ້​ສົງ​ຄາມ​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ ​ແລະ ​ໄດ້​ເຮັດ​ໃຫ້​ມີ​ການ​ກ່າວ​ປະນາມ ​ຈາກ​ຢູ​ເຄຣນ ​ ແລະ ​ພັນທະ​ມິດ​ຝ່າຍ​ຕາ​ເວັນ​ຕົກ ທັ້ງນີ້ພັກ​ຝ່າຍ​ຄ້ານ ​ໂປຣເຄຣມລິນ ​ເຊື່ອ​ວ່າ​ການ​ລົງ​ປະຊາ​ມະຕິ​ໄດ້​ດຳ​ເນີນ​ໄປ​ດ້ວຍ​ການ​ຮັບຮອງ​ຂອງຣັດ​ເຊຍ ຈະເຮັດໃຫ້ການເຄື່ອນໄຫວ​ໃດໆ​ໃນ​ຂົງ​ເຂດ​ເຫຼົ່າ​ນີ້ ​ຈະ​ເປັນ​ການ​ໂຈມ​ຕີ​ທັນທີ​ໃນ​ດິນ​ແດນ​ຂອງ​ມົສກູ.

ລັດຖະມົນຕີະຊວງການຕ່າງປະເທດຂອງຢູເຄຣນ ໃຫ້ສຳພາດກັບສື່ມວນຊົນ ໃນລະຫວ່າງເດີນທາງມາຮ່ວມປະຊຸມທີ່ສະຫະປະຊາຊາດວ່າ “ຣັດເຊຍສາມາດເຮັດໄດ້ທຸກຢ່າງຕາມທີ່ພວກເຂົາຕ້ອງການ” ໃນຕໍ່ມາລາວກໍ່ໄດ້ໂພສທາງອອນລາຍວ່າ “ຢູເຄຣນມີສິດ ໃນການປົດປ່ອຍດິນແດນຕ່າງໆຂອງຕົນເອງ ແລະ ຈະ​ສືບ​ຕໍ່​ປົດ​ປ່ອຍ​ອາ​ນາ​ເຂດ​ເຫຼົ່າ​ນັ້ນ ບໍ່ວ່າຣັດເຊຍຈະເວົ້າຫຍັງກໍຕາມ.”

ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດອາເມຣິກາ ລະບຸວ່າ ວໍຊິງຕັນ (ລັດໃນອາເມຣິກາ) ຂໍປະຕິເສດປະຊາມະຕິ ທີ່ບໍ່ຊັດເຈນດັ່ງກ່າວ ໃນຂະນະທີ່ສະຫະພາບເອີຣົບ ແລະ ການາດາ ກໍປະນາມແຜນການຈັດປະຊາມະຕິຄືກັນ.

ຫົວໜ້າຝ່າຍນະໂຍບາຍຕ່າງປະເທດຂອງອີຢູ ບອກວ່າ ທາງກຸ່ມ ແລະ ລັດສະມາຊິກ ຈະບໍ່ຮອງຮັບຜົນຂອງການລົງປະຊາມະຕິ ແລະ ຈະພິຈາລະນາມາດຕະການຕ່າງໆ ເພີ່ມການລົງໂທດໃຫ້ຣັດເຊຍ ຖ້າວ່າຣັດເຊຍຍັງສືບຕໍ່ການລົງປະຊາມະຕິ.

ບັນດາຜູ້ນຳຝ່າຍຣັດເຊຍ ປະກາດການ “​ລົງ​ປະຊາ​ມະຕິ” ລະຫວ່າງວັນທີ 13-17 ກັນຍາ 2022 ທີ່ແຄ້ວນລູຮັນ ແຄ້ວນໂດເນສ ແຄ້ວນເຄີຊອນ ແລະ ແຄ້ວນຊາປໍລິສເຊຍ ເຊິ່ງຄິດເປັນປະມານ 15% ຂອງດິນແດນຢູເຄຣນ.

ບຸກຄົນສຳຄັນ ໃນຝ່າຍຣັດເຊຍ ບາງສ່ວນເຫັນວ່າການຈັດປະຊາມະຕິ ເປັນຄຳຂາດທີ່ຍື່ນເຖິງບັນດາປະເທດຕາເວັນຕົກ ໃຫ້ຍອມຮັບການໄດ້ມາເຊິ່ງດິນແດນ ຂອງຣັດເຊຍ ຫຼື ບໍ່ສະນັ້ນ ກໍສ່ຽງເຮັດສົງຄາມແບບສັດຕູ ທີ່ປະກອບມີອາວຸດນິວເຄຼຍ.

ຢ່າງໃດກໍຕາມ ສະຫະລັດອາເມຣິກາ ແລະ ພັນທະມິດນາໂຕ້ ເຊິ່ງໃຫ້ການສະໜັບສະໜູນດ້ານອາວຸດ ແລະ ອື່ນໆແກ່ຢູເຄຣນ ບອກວ່າການຈັດ “​ລົງ​ປະຊາ​ມະຕິ” ດັ່ງກ່າວຈະບໍ່ມີຄວາມໝາຍໃດໆ.

ເຈົ້າໜ້າທີ່ຝ່າຍຣັດເຊຍ ໃຫ້ຮູ້ວ່າ ການລົງ​ປະຊາ​ມະຕິທັ້ງຫຼາຍນັ້ນ ອາດຈະເປັນການລົງຄະແນນທາງເອເລັກໂທນິກ ທັ້ງນີ້ຣັດເຊຍເຄີຍຈັດປະຊາ​ມະຕິໃນ ໄຄເມຍ ຕັ້ງແຕ່ 8ປີກ່ອນແລ້ວ ກ່ອນ​ທີ່​ຈະ​ປະກາດ​ເອົາ​ດິນແດນ​ຂອງ​ອະດີດ​ຢູ​ເຄຣນ​ເຂົ້າ​ເປັນສ່ວນໜຶ່ງຂອງ​ດິນແດນຢ່າງເປັນ​ທາງ​ການ.

ແຫຼ່ງຂ່າວຈາກ The Washington Post

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...