Homeຂ່າວພາຍ​ໃນເຈົ້າໜ້າທີ່ຖະແຫຼງ ການດຳເນີນຄະດີ ນາງ ພອນທິບ

ເຈົ້າໜ້າທີ່ຖະແຫຼງ ການດຳເນີນຄະດີ ນາງ ພອນທິບ

Published on

ວັນທີ 19 ກັນຍາ 2022 ກົມຕໍາຫຼວດເສດຖະກິດ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໄດ້ຖະແຫຼງຂ່າວຄວາມຄືບໜ້າຄະດີ ນາງ ພອນທິບ ພ້ອມພັກພວກ ລວມທັງໝົດ 7 ຄົນ ທີ່ມີການເຄື່ອນໄຫວສໍ້ໂກງເງິນ ປະຊາຊົນໃນຂອບທົ່ວປະເທດ ມີຜູ້ເສຍຫາຍຫຼາຍກວ່າ 1.600 ຄົນ ແລະ ມີຜົນເສຍຫາຍເປັນເງິນຫຼາຍພັນຕື້ກີບ.

ພັອ ບຸນອ້ອມ ໄຊຍະວົງ ຫົວໜ້າກົມຕໍາຫຼວດເສດຖະກິດ ຖະແຫຼງວ່າ: ຜ່ານການ ສອບສວນ ນາງ ພອນທິບ ອາຍຸ 30 ປີ ແລະ ທ້າວ ອານຸສິດ ອາຍຸ 34 ປີ (ຜົວ-ເມຍ) ທັງສອງຢູ່ບ້ານ ຫົວຂົວ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຮັບສາລະພາບວ່າ: ໄດ້ມີການໂຄສະນາ ແລະ ເຄື່ອນໄຫວສໍ້ໂກງຊັບແທ້.

ປັດຈຸບັນມີຜູ້ເສຍຫາຍເຂົ້າມາແຈ້ງຄວາມຕໍ່ເຈົ້າໜ້າທີ່ທັງໝົດ 1.680 ຄົນ, ລວມມູນຄ່າເສຍຫາຍເປັນເງິນກີບທັງໝົດ 355.035.418 ຕື້ກີບ, ເງິນບາດ 305.106.537 ບາດ, ເງິນໂດລາ 7.811.665 ໂດລາ; ມາເຖິງປັດຈຸບັນ, ເຈົ້າໜ້າທີ່ຕໍາຫຼວດ ໄດ້ຢຶດ ແລະ ອາຍັດຊັບສິນທີ່ໄດ້ຈາກການກະທໍາຜິດ ເປັນຕົ້ນແມ່ນ: ເຮືອນ, ລົດ, ທີ່ດິນ ແລະ ເຄື່ອງປະດັບຄ້າຍຄືເພັດ ຈໍານວນຫຼາຍລາຍການ.

ນອກຈາກນີ້, ເຈົ້າໜ້າທີ່ຍັງສາມາດຈັບພັກພວກຮ່ວມຂະບວນການດຽວກັນມາດໍາເນີນຄະດີໄດ້ເພີ່ມອີກ 5 ຄົນຄື:

  1. ນາງ ສຸພິນທາ ອາຍຸ 28 ປີ ຢູ່ບ້ານຫວຍຫົງ ເມືອງຈັນທະບູລີ,
  2. ນາງ ສຸພາວັນ ອາຍຸ 27 ປີ ຢູ່ບ້ານດົງໂພນເລົາ ເມືອງຫາດຊາຍຟອງ,
  3. ທ້າວ ສົມພິດ ອາຍຸ 26 ປີ ຢູ່ບ້ານໂພນຕ້ອງສະຫວາດ ເມືອງຈັນທະບູລີ,
  4. ນາງ ໄຂ່ມຸກ ຢູ່ບ້ານໂພນຕ້ອງສະຫວາດ ເມືອງຈັນທະບູລີ,
  5. ນາງ ມີນາ ອາຍຸ 33 ປີ ຢູ່ບ້ານໜອງດ້ວງທົ່ງ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ.

ທ່ານ ຫົວໜ້າກົມຕໍາຫຼວດເສດຖະກິດ ກ່າວຕື່ມວ່າ: ຄະດີດັ່ງກ່າວນີ້, ໃນເບື້ອງຕົ້ນ ກົມຕໍາຫຼວດເສດຖະກິດ ໄດ້ຮັບແຈ້ງຄວາມຈາກຜູ້ຖືກເສຍຫາຍຈໍານວນໜຶ່ງວ່າ ນາງ ພອນທິບ ໄດ້ສໍ້ໂກງຊັບຂອງພວກກ່ຽວ ແລ້ວເອົາຕົວລົບໜີອອກຈາກລາວໄປປະເທດໄທໃນວັນທີ 29 ມິຖຸນາ 2022; ຈາກນັ້ນ, ກົມຕໍາຫຼວດເສດຖະກິດ ໄດ້ປະສານສົມທົບກັບເຈົ້າໜ້າທີ່ຕໍາຫຼວດໄທ ຊ່ວຍຕິດຕາມ ແລະ ຈັບຕົວຜູ້ກ່ຽວ; ຈົນມາຮອດວັນທີ 29 ກໍລະກົດ ຈຶ່ງສາມາດຈັບຕົວ ນາງ ພອນທິບ ແລະ ທ້າວ ອານຸສິດ (ຜົວ) ໄດ້ ແລະ ມອບໃຫ້ເຈົ້າໜ້າທີ່ຕໍາຫຼວດລາວ ໃນວັນທີ 31 ກໍລະກົດມາດໍາເນີນຄະດີ.

ໃນໄລຍະປີ 2021 ນາງ ພອນທິບ ໄດ້ມີການໂຄສະນາຜ່ານສື່ອອນລາຍ ເຟສບຸກ ຊື່ວ່າ ເຈ້ທິບ ພຸດທະວົງ ດ້ວຍຮູບການແອບອ້າງເປັນແມ່ຫວຍ ດ້ວຍການລະດົມເງິນມາລົງທຶນນໍາຜູ້ກ່ຽວໂດຍໃຫ້ດອກສູງກວ່າທະນາຄານ 30% ຕໍ່ເດືອນ ແລະ ຝາກເບື້ອງຕົ້ນຂັ້ນຕໍ່າ 30 ລ້ານກີບຂຶ້ນໄປ, ຖ້າບຸກຄົນໄດສົນໃຈແມ່ນໃຫ້ໂອນເຂົ້າບັນຊີຂອງ ນາງ ພອນທິບ ມີທັງໝົດ 3 ບັນຊີເງິນຄື: ເງິນກີບ, ເງິນບາດ ແລະ ເງິນໂດລາ ໂດຍອອກຊື່ ລາຢາ ຂາຍເພັດພອຍວັດຖຸມີຄ່າ ຫຼັງຈາກນັ້ນມີຄົນຈໍານວນຫຼາຍທີ່ເຂົ້າຫວຍ ແລະ ໂອນເງິນເຂົ້າບັນຊີ, ພາຍຫຼັງມີຄົນມາເຂົ້າຫວຍໃນເບື້ອງຕົ້ນນາງ ພອນທິບ ໄດ້ໂອນເງິນດອກໃຫ້ແກ່ລູກຫວຍໂດຍເອົາເງິນຕົ້ນທຶນທີ່ຜູ້ຄົນນໍາມາເຂົ້າຫວຍໂອນໃຫ້ ຕໍ່ມາບໍ່ມີຄົນມາເຂົ້າຫວຍ ຈິງບໍ່ສາມາດຈ່າຍດອກໃຫ້ລູກຫວຍໄດ້; ມາຮອດຊ່ວງເດືອນ ພຶດສະພາ ລູກຫວຍ ຈໍານວນໜຶ່ງໄດ້ໄປຂໍຖອນເງິນທຶນຄືນ ແຕ່ຜູ້ກ່ຽວບໍ່ສາມາດຈ່າຍເງິນໃຫ້ແກ່ລູກຫວຍ ພ້ອມທັງເອົາຕົວລົບໜີອກຈາກປະເທດ.

ແຫຼ່ງຂ່າວຈາກ ຄວາມສະຫງົບ

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...