Homeຂ່າວຕ່າງປະເທດຮ້ານກາເຟ “ຖະໜົນລົດໄຟ” ຍອດນິຍົມຂອງຮ່າໂນ້ຍຖືກສັ່ງປິດ

ຮ້ານກາເຟ “ຖະໜົນລົດໄຟ” ຍອດນິຍົມຂອງຮ່າໂນ້ຍຖືກສັ່ງປິດ

Published on

“ຖະໜົນ​ລົດໄຟ” ທີ່​ນິຍົມ​ຂອງ​ຮ່າ​ໂນ້ຍ ​ເປັນອີກສະຖານທີ່ໜຶ່ງທີ່ຖືກ​ປາບ​ປາມ​ຢ່າງ​ໃຫຍ່​.

ຖະໜົນຫົນທາງທີ່ລົດໄຟໄປແລ່ນໄປ-ມາຕາມເສັ້ນທາງ ເຊິ່ງຢູ່ຫ່າງຈາກບ້ານ ແລະ ທຸລະກິດຕ່າງໆໃນນະຄອນຫຼວງຫວຽດນາມ ແມ່ນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວ ທີ່ມີຊື່ສຽງທີ່ສຸດຂອງຮ່າໂນ້ຍ ແລະ ເປັນທີ່ນິຍົມໃນສື່ສັງຄົມອອນລາຍມາແຕ່ດົນນານ.

ຢ່າງໃດກໍຕາມ ມັນກໍຍັງສ່ຽງເປັນອັນຕະລາຍຕໍ່ຜູ້ຄົນ ແຕ່ເສັ້ນທາງລົດໄຟແມ່ນຍັງດຳເນີນໄດ້ປົກກະຕິ ແລະ ກໍມີບັນຫາດ້ານຄວາມປອດໄພກັບນັກທ່ອງທ່ຽວທີ່ມັກນັ່ງ ນອນ ແລະ ຖ່າຍຮູບເທິງທາງລົດໄຟ.

​ເຖິງ​ວ່າຈະ​ໄດ້​ມີ​ການ​ປະກາດໃຫ້ຢຸດຕິ ຢ່າງ​ເປັນ​ທາງ​ການ​ໃນ​ໄລຍະ​ຜ່ານ​ມາ ໂດຍສະເພາະໃນ​ປີ 2019, ໃນປະຈຸ​ບັນ ລັດຖະບານ​ພາກ​ພື້ນ​ຮ່າ​ໂນ້ຍ ພວມ​ປະຕິບັດ​ຢ່າງໜັກ ​ໂດຍ​ຍົກ​ເລີກ​ໃບ​ອະນຸຍາດ​ໃຫ້​ຮ້ານ​ກາ​ເຟ ​ແລະ ທຸລະ​ກິດ​ອື່ນໆ​ຢູ່​ຕາມ​ຖະໜົນ​ຫົນທາງ ເຊິ່ງທັງໝົດນີ້ຈະໄດ້ຖືກປິດໃນວັນທີ 17 ກັນຍາ.

ນອກ​ນີ້ ຍັງ​ໄດ້​ວາງ​ສິ່ງ​ກີດຂວາງ​ເພື່ອ​ຫ້າມ​ນັກ​ທ່ອງ​ທ່ຽວ​ເຂົ້າ​ໄປ​ໃນ​ຖະໜົນ​ຫົນທາງດັ່ງກ່າວ.

ເຈົ້າຂອງຮ້ານໄດ້ກ່າວວ່າ ຫາກໍໄດ້ຮັບແຈ້ງການເພື່ອສັ່ງປິດພຽງແຕ່ສອງສາມມື້ກ່ອນ ໂດຍການສັ່ງປິດນີ້ກໍ່ມີຫາງສຽງຈາກຫຼາຍພາກສ່ວນທີ່ກ່ຽວຂ້ອງ ຈາກຜູ້ທີ່ຢູ່ອາໄສໃກ້ກັບເສັ້ນທາງນີ້ ແລະ ຜູ້ທີ່ອາໄສລາຍໄດ້ຈາກນັກທ່ອງທ່ຽວ ທີ່ໄດ້ເຂົ້າມາທ່ຽວນັ້ນ.

ໃນຂະນະດຽວກັນນັ້ນ ບໍ​ລິ​ສັດ​ທາງ​ລົດ​ໄຟ​ຫວຽດ​ນາມ ໄດ້ກ່າວວ່າ ຖ້າຍັງມີຮ້ານໃດເປີດດຳເນີນການ, ມີການ​ຖ່າຍ​ຮູບ ຫຼື ຖ່າຍ​ວິ​ດີ​ໂອ​ລຽບ​ຕາມ ຖະ​ໜົນ​ລົດ​ໄຟ ກໍ່ຈະໄດ້ຖືກ​ປັບ​ໃໝ.

ແຫຼ່ງຂ່າວຈາກ Viet Nam News

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...