spot_img
Homeຂ່າວພາຍ​ໃນກອງປະຊຸມການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານພັດທະນາຊົນນະບົດຮອບດ້ານ ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ທົ່ວປະເທດ(2016-2021)

ກອງປະຊຸມການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານພັດທະນາຊົນນະບົດຮອບດ້ານ ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ທົ່ວປະເທດ(2016-2021)

Published on

ກອງປະຊຸມສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານພັດທະນາຊົນນະບົດຮອບດ້ານ ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ທົ່ວປະເທດ(2016-2021) ແລະ ທິດທາງຮອດປີ 2025, ທາ່ນ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ ໄດ້ກ່າວບາງຕອນສໍາຄັນວ່າ:

“ໃນຊຸມປີຕໍ່ໜ້ານີ້, ຕ້ອງເດັດດ່ຽວສືບຕໍ່ຊີ້ນໍາການຈັດຕັ້ງປະຕິບັດແນວທາງ ທີ່ກໍານົດອອກໃນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃນການສືບຕໍ່ບູລະນະລະບອບປະຊາທິປະໄຕ ປະຊາຊົນ ໃຫ້ສົມບູນຍິ່ງຂຶ້ນ ໂດຍຖືເອົາການເຄົາລົບ ແລະ ເສີມຂະຫຍາຍສິດເປັນເຈົ້າ ຂອງປະຊາຊົນ, ອີງໃສ່ກໍາລັງແຮງ ຂອງປະຊາຊົນ ແລະ ຕ້ອງຖືການນໍາເອົາຜົນປະໂຫຍດ ແລະ ຄວາມສົມບູນພູນສຸກ ມາໃຫ້ປະຊາຊົນ ເປັນເປົ້າໝາຍສູງສຸດ ໃນການນໍາພາຂອງພັກເຮົາ. ບົນຈິດໃຈດັ່ງກ່າວນັ້ນ ຕ້ອງສືບຕໍ່ຍຶດໝັ້ນ ແລະ ຈັດຕັ້ງປະຕິບັດທິດນຳ, ຍຸດທະສາດກ່ຽວກັບວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ໃຫ້ເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນສູງຂຶ້ນກວ່ານີ້ເປັນຫລາຍເທົ່າ ຈຶ່ງສາມາດບັນລຸເປົ້າໝາຍ ທີ່ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກເຮົາວາງອອກໄດ້. ພັກເຮົາຍຶດໝັ້ນແນວທາງອັນສະເໝີຕົ້ນສະເໝີປາຍ “ເອົາປະຊາຊົນເປັນໃຈກາງ, ເອົາການພັດທະນາຊົນນະບົດ ລຶບລ້າງຄວາມທຸກຍາກ ເປັນເປົ້າໝາຍ”.

ກ່ຽວກັບວຽກງານກໍ່ສ້າງຮາກຖານການເມືອງ: ຕາມບົດຮຽນ ຂອງພັກເຮົາ, ບັນດາສະຫາຍ ກໍໄດ້ຢືນຢັນຕື່ມແລ້ວວ່າອົງການຈັດຕັ້ງ, ທ້ອງຖິ່ນ ແລະ ພະນັກງານ ຫາກຕິດພັນກັບຮາກຖານຢ່າງແໜ້ນແຟ້ນ, ຮູ້ຖືເອົາປະຊາຊົນເປັນກົກ ແລະ ຮູ້ເຮັດເພື່ອຜົນປະໂຫຍດຂອງປະຊາຊົນແລ້ວ ຢູ່ບ່ອນນັ້ນແມ່ນໄດ້ຮັບການສະໜັບສະໜູນຈາກປະຊາຊົນ ແລະ ຮາກຖານ ກໍໜັກແໜ້ນຂຶ້ນເລື້ອຍໆ, ຂະບວນການຂອງມະຫາ ຊົນ ກໍຟົດຟື້ນ, ສ້າງໄດ້ພະນັກງານ ທີ່ເຕີບໃຫຍ່ໜັກແໜ້ນຂຶ້ນຈາກຂະບວນການຕົວຈິງ. ແຕ່ເວລາດຽວກັນ ພວກເຮົາ ຕ້ອງແກ້ສະພາບຄວາມຖືເບົາ, ຂາດຄວາມບໍ່ເປັນຫ່ວງເປັນໃຍເຖິງການ ປັບປຸງວຽກງານກໍ່ສ້າງຮາກຖານການເມືອງ ເຊິ່ງສະແດງອອກເຖິງການລົງຮາກຖານແບບລວມໆ, ເປັນແຕ່ຮູບການ, ບໍ່ກຳໄດ້ສະ ພາບ, ບໍ່ແກ້ໄດ້ບັນຫາ, ຖ້າແກ້ກໍພຽງແຕ່ລັກສະນະຕາບຈູນ. ປະທານ ໄກສອນ ພົມວິຫານ ເຄີຍເຕືອນແລ້ວວ່າ ໃນເງື່ອນໄຂພັກກຳອຳນາດ ຢ້ານພະນັກງານ, ສະມາຊິກພັກ ນັບທັງພະນັກງານຂັ້ນສູງຂອງເຮົາ ມີພະຍາດອາດຍາສິດ, ຂຸນເສິກ, ອວດອ້າງອຳນາດ, ອວດອົ່ງທະນົງຕົວ, ກ້າວໄປເຖິງການເສຍທາດຂາດຄຸນ ເຊິ່ງຈະເຮັດໃຫ້ພັກຫ່າງເຫີນຈາກມະຫາຊົນ, ອັນນັ້ນ ແມ່ນອັນຕະລາຍໃຫຍ່ກວ່າໝູ່.

ກ່ຽວກັບການພັດທະນາຊົນນະບົດ: ພັກເຮົາໄດ້ຖືຊົນນະບົດ ເປັນບັນຫາຍຸດທະສາດໃນພາລະກິດປະຕິວັດ; ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ແມ່ນຍຸດທະສາດສໍາຄັນ ໃນການສ້າງຄວາມໝັ້ນຄົງ ໃຫ້ແກ່ລະບອບປະຊາທິປະໄຕ ປະຊາຊົນ, ປົວແປງຊີວິດການເປັນຢູ່ ແລະ ຍົກລະດັບ ຄຸນະ ພາບຊີວິດ ຂອງປະຊາຊົນຂຶ້ນເປັນລໍາດັບ ແຕ່ຮາກຖານຂຶ້ນມາ, ເນື້ອແທ້ແມ່ນການແກ້ບັນຫາ ກໍຄືການຫລຸດຊ່ອງວ່າງ ຄວາມແຕກໂຕນໃນດ້ານການພັດທະນາ, ດ້ານຄວາມຈະເລີນ ລະຫວ່າງຕົວເມືອງ ກັບຊົນ ນະບົດ, ລະຫວ່າງ ທົ່ງພຽງກັບພູດອຍ ໃຫ້ຫຍັບເຂົ້າໃກ້ກັນ, ສ້າງຄວາມສະເໝີພາບ ແລະ ຄວາມຍຸຕິທໍາ ເຂົ້າເຖິງການພັດທະນາ ກໍຄືໄດ້ຮັບການຊົມໃຊ້ໝາກຜົນ ຂອງການພັດທະນາຢ່າງທົ່ວເຖິງ. ຖ້າຊົນນະບົດບໍ່ມີການພັດທະນາ, ບໍ່ມີການຫັນປ່ຽນຢ່າງເປັນຮູບປະທໍາ, ປະຊາຊົນບໍ່ທັນຫລຸດພົ້ນຈາກຄວາມທຸກຍາກ, ໝາຍວ່າ ບ່ອນນັ້ນແມ່ນບົ່ງບອກເຖິງຄຸນນະພາບຂອງການນໍາພາຂອງພັກ, ຄວາມເອົາໃຈໃສ່ຕໍ່ໜ້າທີ່ ຂອງອຳນາດການປົກຄອງ; ບ່ອນໃດເຫັນວ່າວຽກນີ້ບໍ່ໄປ, ບໍ່ມາ, ຍ້ຳເທົ້າ, ຖອຍຫລັງ ຕ້ອງຊອກໃຫ້ເຫັນຄວາມຮັບຜິດຊອບ ຂອງຜູ້ນໍາພາ ຢູ່ບ່ອນນັ້ນ.

ກ່ຽວກັບວຽກງານ 3 ສ້າງ: ໃນກອງປະຊຸມສູນກາງຫລາຍໆຄັ້ງຜ່ານມາ, ມີການສະເໜີ ຫລື ຍົກບັນ ຫາການແບ່ງຂັ້ນຄຸ້ມຄອງລະຫວ່າງສູນກາງ ແລະ ທ້ອງຖິ່ນ ຍັງບໍ່ທັນຈະແຈ້ງ, ບາງດ້ານແບ່ງຢູ່ໃນເຈ້ຍ-ສໍ, ແຕ່ການປະຕິບັດຕົວຈິງ ຍັງເຮັດບໍ່ທັນໄດ້, ເຮັດໃຫ້ທິດໃນການສ້າງຄວາມເຂັ້ມແຂງ, ຄວາມກ້າຮັບຜິດຊອບ ແລະ ຄວາມເປັນເຈົ້າ ໃຫ້ແກ່ທ້ອງຖິ່ນ-ຮາກຖານ; ສ່ວນກະຊວງ, ອົງການສູນກາງປະຕິບັດພາລະບົດບາດຄຸ້ມຄອງມະຫາພາກເປັນຕົ້ນຕໍນັ້ນ, ຍັງເຮັດບໍ່ທັນໄດ້ດີ.

ກອງປະຊຸມດັ່ງກ່າວ ໄດ້ປິດລົງໃນວັນທີ 15 ກັນຍາ 2022 ນີ້ ທີ່ຫ້ອງປະຊຸມຫ້ອງວ່າການສູນກາງພັກ, ໂດຍມີ ທ່ານ ບຸນທອງ ຈິດມະນີ ກໍາການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ, ມີບັນດາສະຫາຍ ກຳມະການກົມການເມືອງສູນກາງພັກ, ເລຂາຄະນະພັກກະຊວງ, ເລຂາຄະນະພັກແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ແຫຼ່ງຂ່າວ ປະເທດລາວ

 

ບົດຄວາມຫຼ້າສຸດ

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...

ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ

ພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ. ສະຫະພັນບານເຕະແຫ່ງຊາດລາວຮ່ວມກັບສະຫະພັນບານເຕະນານາຊາດ(FIFA), ອຳນາດການປົກຄອງນະຄອນຫຼວງວຽງຈັນ,ເມືອງໄຊເສດຖາ ແລະ ບ້ານນາຄວາຍໃຕ້ ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA(FIFA Arena Project) ແຫ່ງທຳອິດຂອງ...

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່ ເພື່ອເສີມສ້າງລະບົບການຂົນສົ່ງໃນພາກພື້ນ, ສົ່ງເສີມການຮ່ວມມືທາງເສດຖະກິດ, ແລະ ເຊື່ອມຕໍ່ອາຊີຕາເວັນອອກສຽງໃຕ້ ເຂົ້າກັບເສັ້ນທາງການຄ້າໂລກ. ອີງຕາມການລາຍງານຂອງເວັບໄຊຕ໌ຂ່າວການຂົນສົ່ງທາງລົດໄຟ Railway Supply. ໃນວັນທີ 25 ພຶດສະພາ, ບໍລິສັດ Penang Port Sdn Bhd ແລະ...

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ

ລາວ-ມາເລເຊຍ ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືສອງຝ່າຍ ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ອັນວາ ອິບຣາຮິມ, ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ...