spot_img
Homeຂ່າວພາຍ​ໃນສຳເລັດການປະຕິບັດການຝຶກຊ້ອມ ກອບກູ້ໄພພິບັດ

ສຳເລັດການປະຕິບັດການຝຶກຊ້ອມ ກອບກູ້ໄພພິບັດ

Published on

ກອງທັບ ລາວ-ຫວຽດນາມ-ກໍາປູເຈຍ ໄດ້ສຳເລັດການປະຕິບັດການຝຶກຊ້ອມ ກອບກູ້ໄພພິບັດ ເຊິ່ງໄດ້ມີພິທີປິດໃນວັນທີ 15 ກັນຍາ 2022, ພາຍຫລັງໄດ້ດໍາເນີນມາເປັນເວລາ 5 ວັນ (10-15 ກັນຍາ 2022) ທີ່ນະຄອນຫລວງວຽງຈັນ. ໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ, ທ່ານ ສົມເດັດ ປີເຈຍ ເສນາ ເຕຍບັນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງຣາຊະອານາຈັກ ກໍາປູເຈຍ, ທ່ານພົນເອກ ຈັນສະຫມອນ ຈັນຍາລາດ ກໍາມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ, ທ່ານພົນເອກ ຟານ ວັນ ຢາງ ກໍາມະການກົມການເມືອງ, ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສສ ຫວຽດນາມ, ມີບັນດາການນໍາພັກ-ລັດ, ທູຕາ ນຸທູດບັນດາປະເທດ ເພື່ອນມິດ ແລະ ນັກຝຶກຊ້ອມຈາກ 3 ກອງທັບເຂົ້າຮ່ວມ.

ໃນພິທີ, ຜູ້ເຂົ້າຮ່ວມໄດ້ຮັບຊົມການຝຶກຊ້ອມພາລະກິດການຊອກຄົ້ນ-ກອບກູ້ ແລະ ຊ່ວຍເຫລືອຜູ້ປະສົບໄພພິບັດທາງນໍ້າ, ທາງບົກ ແລະ ຢ້ຽມຊົມໂຮງຫມໍພາກສະຫນາມຈໍາລອງ. ຈາກນັ້ນ ທ່ານພົນຈັດ ຕະວາ ພູມີ ດາລາເພັດ ຮອງຫົວຫນ້າກົມໃຫຍ່ການເມືອງກອງທັບ, ຄະນະຊີ້ນໍາລວມການຝຶກຊ້ອມຮ່ວມ 3 ກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການປະດັບຫລຽນກາມິດ ຕະພາບ ຂອງກອງທັບ ປະຊາຊົນລາວ ໃຫ້ຄະນະນັກຝຶກຊ້ອມຮ່ວມຂອງກອງທັບ ຣາຊະອານາຈັກກໍາປູເຈຍ ແລະ ກອງທັບປະຊາຊົນ ຫວຽດນາມ.

ທ່ານພົນຕີ ຈັນທອງ ສອນຕະອາດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຮອງປະທານຄະນະກໍາມະການຄຸ້ມຄອງໄພພິບັດ ຂັ້ນສູນກາງ, ຫົວຫນ້າຄະນະຊີ້ນໍາການຝຶກຊ້ອມກອບກູ້ໄພພິບັດ 3 ກອງທັບ ໄດ້ຍົກໃຫ້ເຫັນວ່າ: ການຝຶກຊ້ອມຮ່ວມຄັ້ງນີ້ ແມ່ນສໍາເລັດຕາມຈຸດປະສົງຄາດຫມາຍ ແລະ ແຜນການວາງໄວ້, ພ້ອມທັງຮັບປະກັນໄດ້ຄວາມປອດໄພ 100%. ນັກຝຶກຊ້ອມໄດ້ແລກປ່ຽນບົດຮຽນ, ປະສົບການ, ຄວາມຊໍານານດ້ານວິຊາສະເພາະ, ແລກປ່ຽນດ້ານວັດທະນະທໍາ, ກິລາ ແລະ ຮີດຄອງປະເພນີຮ່ວມກັນ, ອັນເປັນການເສີມສ້າງຄວາມສາມັກຄີ, ສາຍພົວພັນມິດຕະພາບ ແລະ ຄວາມເຂົ້າອົກເຂົ້າໃຈ ເຊິ່ງກັນ ແລະ ກັນ ໃຫ້ແຫນ້ນແຟ້ນຍິ່ງໆຂຶ້ນ.

ທີ່ມາ: ຂປລ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...