spot_img
Homeຂ່າວພາຍ​ໃນເຈົ້າໜ້າທີ່ພາສີ ປະຈຳແຂວງໄຊຍະບູລີ ຢຶດລົດ TOYOTA FOTUNER ລົບໜີພາສີ

ເຈົ້າໜ້າທີ່ພາສີ ປະຈຳແຂວງໄຊຍະບູລີ ຢຶດລົດ TOYOTA FOTUNER ລົບໜີພາສີ

Published on

ເຈົ້າໜ້າທີ່ພາສີ ປະຈຳແຂວງໄຊຍະບູລີ ປະຈຳຈຸດແກ້ງສາວ ເມືອງປາກລາຍ ແຂວງໄຊຍະບູລີ, ໄດ້ອອກກວດກາເຄື່ອນໄຫວວຽກງານຕາມເສັ້ນທາງເມືອງປາກລາຍ ຫາ ເມືອງທົ່ງມີໄຊ ແຂວງໄຊຍະບູລີ, ພາຍຫຼັງໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າຈະມີການລັກລອບນໍາເຂົ້າພາຫະນະ ເຂດຊາຍແດນປະເທດໃກ້ຄຽງ, ພົບເຫັນລົດ TOYOTA FOTUNER ຊຸກເຊື່ອງໄວ້ໃນສາງໂຮງງານໝາກເດືອຍເກົ່າຢູ່ເຂດບ້ານໃໝ່ ເມືອງທົ່ງມີໄຊ ແຂວງໄຊຍະບູລີ.

ຕາມການລາຍງານເບື້ອງຕົ້ນຂອງພາສີ ປະຈຳແຂວງໄຊຍະບູລີ ໃຫ້ຮູ້ວ່າ: ໃນວັນທີ 8 ກັນຍາ 2022 ຜ່ານມານີ້, ເວລາ 20:30 ໂມງ, ພາສີ ປະຈໍາແຂວງໄຊຍະບູລີ, ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າຈະມີການລັກລອບນໍາເຂົ້າພາຫະນະ ເຂດຊາຍແດນປະເທດໃກ້ຄຽງບໍລິເວນເມືອງທົ່ງມີໄຊ ແຂວງໄຊຍະບູລີ.

ດັ່ງນັ້ນ, ຈຶ່ງໄດ້ອອກສົມທົບກັບເຈົ້າໜ້າທີ່ຈຶ່ງໄດ້ອອກກວດກາ ແລ້ວໄດ້ພົບເຫັນພາຫະນະ 1 ຄັນ (ປະເພດລົດຈິບ, ຫຍີ່ຫໍ້ TOYO TA FOTUNER, ສີຂາວ, ປີຜະລິດ 2020, ຄວາມແຮງ 2400cc, ເລກຈັກ 2GDC791120, ເລກຖັງ MROAB3GS30558681) ຊຶ່ງກໍາລັງມີການປ່ຽນພວງມະໄລຈາກຂວາ ຫາ ຊ້າຍ.

ດັ່ງນັ້ນ,ຈຶ່ງໄດ້ຢຶດພາຫະນະຄັນດັ່ງກ່າວໄວ້ເປັນຂອງກາງ, ເພື່ອດຳເນີນການສືບສວນ-ສອບສວນ ແລະ ດຳເນີນຄະດີຕາມລະບຽບກົດໝາຍ. ສ່ວນລາຍລະອຽດກ່ຽວກັບການຢຶດພາຫະນະດັ່ງກ່າວທາງທີມຂ່າວສານການເງິນຈະໄດ້ລາຍງານນໍາສະເໜີເພີ່ມເຕີມຕາມພາຍຫຼັງ.

ແຫຼ່ງຂາ່ວຈາກ ກະຊວງການເງິນ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...