Homeຂ່າວຕ່າງປະເທດສາມີລົງມືຂ້າຕັດຫົວພັນລະຍາຍ່າງຫິ້ວຫົວໄປຫ້ອງການຕຳຫຼວດ

ສາມີລົງມືຂ້າຕັດຫົວພັນລະຍາຍ່າງຫິ້ວຫົວໄປຫ້ອງການຕຳຫຼວດ

Published on

ຊາຍອິນເດຍ ລົງມືຂ້າຕັດຫົວພັນລະຍາຕົນເອງ ກ່ອນທີ່ຈະຍ່າງຫິ້ວຫົວ ໄປມອບຕົວທີ່ຫ້ອງການຕຳຫຼວດ ທີ່ຢູ່ຫ່າງອອກໄປກວ່າ 10 ກິໂລແມັດ ໃນທ່າມກາງຄວາມຢ້ານກົວຂອງຊາວບ້ານທີ່ພົບເຫັນ.

 

 

ສຳນັກຂ່າວຂອງອິນເດຍ ໄດ້ລາຍງານວ່າ: ນາຄາໂພດີ ມັຈຮີ  (Nakaphodi Majhi) ອາຍຸ 55 ປີ ໄດ້ໃຊ້ມີດປາດຄໍພັນລະຍາຈົນເສຍຊີວິດ ໃນເວລາ 3:30 ໂມງ ຂອງວັນທີ 15 ກໍລະກົດ 2022 ສາເຫດຍ້ອນໄດ້ຜິດກັນຢ່າງຮຸນແຮງ ເນື່ອງຈາກຜູ້ເປັນຜົວ ຫຶງຫວງ ແລະ ຄິດວ່າເມຍໄດ້ນອກໃຈໄປມີຄົນໃໝ່.

ພາຍຫຼັງ ຜູ້ເປັນເມຍໄດ້ສິ້ນລົມຫາຍໃຈແລ້ວ ຜົວຈຶ່ງໄດ້ຕັດຫົວ ແລ້ວກໍຫິ້ວຫົວເມຍຍ່າງໄປມອບຕົວທີ່ ຫ້ອງການຕຳຫຼວດ ເຊິ່ງຫ່າງອອກຈາກບ້ານປະມານ 11 ກິໂລແມັດ.

ຈາກຜູ້ຄົນໄດ້ພົບເຫັນຜູ້ຊາຍຫິ້ວຫົວສົບ ຕ່າງກໍ່ພາກັນຢ້ານກົວ ແລະ ມີຜູ້ພົບເຫັນເຫດການພະຍາຍາມເຂົ້າໄປຂັດຂວາງ ກ່ອນທີ່ຈະໂທຫາຕຳຫຼວດມາຮົບໂຕໄປ.

ຕຳຫຼວດໄດ້ຍຶດຫຼັກຖານເປັນມີດທີ່ໃຊ້ກໍ່ເຫດ ແລະ ແຈ້ງຂໍ້ຫາ ຖານຂ້າຕະກຳຢ່າງໂຫດຮ້າຍ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...