Homeຂ່າວພາຍ​ໃນຄຣິດຕິນ່າ, ອຸງ ແລະ ອານິຕ້າ ເຊີນຊວນທຸກຄົນມາທ່ຽວຊົມງານສຸຂະພາບໜຶ່ງດຽວ

ຄຣິດຕິນ່າ, ອຸງ ແລະ ອານິຕ້າ ເຊີນຊວນທຸກຄົນມາທ່ຽວຊົມງານສຸຂະພາບໜຶ່ງດຽວ

Published on

ນາທີນີ້, ຄົງບໍ່ມີໃຜຈະບໍ່ຮູ້ຈັກ ຄຣິດຕິນ່າ ຣາດຊະສິມມາ, Miss Universe Laos 2020, ແລະ Miss Laos 2012, ເຊິ່ງກໍມີຜົນງານໃຫ້ແຟນຄຣັບຕິດຕາມມາຕະຫຼອດ. ຫຼ້າສຸດ, ຄຣິດຕິນ່າ ກໍໄດ້ຮ່ວມທ່ຽວຊົມງານສຸຂະພາບໜຶ່ງດຽວ One Health fair ທີ່ໄດ້ຈັດຂຶ້ນໃນວັນທີ 9-11 ກັນຍານີ້ ທີ່ ໂຮງແຮມຄຣາວພາຊຣາ (Crowne Plaza Vientiane), ນະຄອນຫຼວງວຽງຈັນ ເຊິ່ງທາງທີມງານລາວໂພສກໍໄດ້ຂໍສຳພາດ ຄຣິດຕິນ່າ ຫຼັງຈາກທ່ຽວຊົມງານໃນຄັ້ງນີ້.

ຄຣິດຕິນາ: ດີໃຈທີ່ມີງານແນວນີ້, ເພາະຄ່ອນຂ້າງຈະຫາຍາກ ທີ່ວ່າຈະມີການຮ່ວມເອົາບັນດາບູທວາງສະແດງສິນຄ້າຜະລິດຕະພັນຈາກແຕ່ລະທ່ອງຖິ່ນ, ພ້ອມຍັງໄດ້ຄວາມຮູ້ທີ່ກ່ຽວພັນກັບສຸຂະພາບຂອງຄົນ, ສັດ ແລະ ສິ່ງແວດລ້ອມ ທີ່ມີຄວາມສຳຄັນຕໍ່ການດຳລົງຊີວິດໃນຊີວິດປະຈຳວັນ.

ປະທັບໃຈບູທໃດທີ່ສຸດ? ຄຣິດຕິນາ: ຕື່ນຕາກັບບູທ ຊັອກໂກແລັດ ເພາະມີໂຮງງານຜະລິດຢູ່ລາວ ເຊິ່ງເພິ່ນເປີດມາ 6 ປີ ແລ້ວ.

ສຸດທ້າຍ, ຄຣິດຕິນາ ຢາກເຊີນເຊີນທຸກຄົນມາຮ່ວມງານຄັ້ງນີ້ນຳກັນຫຼາຍໆ ເພາະທຸກຄົນຈະໄດ້ຄວາມຮູ້ກ່ຽວກັບສຸຂະພາບຂອງ ຄົນ, ສັດ ແລະ ສິ່ງແວດລ້ອມ. ພ້ອມທັງມີຈິດຈະກຳທີ່ໜ້ສົນໃຈ ເຊິ່ງວັນທີ 10 ກັນຍາ ກໍຈະມີການແຂ່ງຂັນເຮັດອາຫານນຳອີກ ພາຄອບຄົວ ໝູ່ຄູ່ມາຮ່ວມງານນຳກັນເດີ້. ທຸກຄົນສາມາດຕິດຕາມຜົນງານ ຄຣິດຕິນາໄດ້ ທາງ Facebook, Instagram, TikTok: Christina Lasasimma

ພ້ອມນັ້ນ, ອຸງ ທົດສະພອນ ສິດພະໄຊ ແລະ ອານິຕ້າ ຢາການິກິ ສິນລະປິນຈາກຄ້າຍ First Modeling Lao.

ຮູ້ຈັກງານສຸຂະພາບໜຶ່ງດຽວໄດ້ແນວໃດ? ອຸງ: ພໍດີເຮົາໄດ້ຮັບກຽດຈາກອົງການເພິ່ນ ເພື່ອຊ່ວຍປະຊາສຳພັນ ແລະ ເຊີນຊວນທຸກຄົນໃຫ້ມາຮ່ວມງານຄັ້ງນິ້ ແລະ ໄດ້ເຫັນທາງເຟສບຸກ ແລະ ຮູ້ສຶກວ່າໜ້າສົນໃຈຫຼາຍ.

ຫຼັງຈາກທ່ຽວຊົມງານແລ້ວ ເປັນແນວໃດແດ່? ອຸງ ແລະ ອານິຕ້າ : ຮູ້ສຶກປະທັບໃຈ ແລະ ມີບູທຫຼາຍບູທທີ່ເຮັດໃຫ້ຕື່ນເຕັ້ນ ໂດຍສະເພາະແມ່ນບູທ ທີ່ເພິ່ນຜະລິດຜ້າດ້ວຍໃບໝາກນັດ ເຊິ່ງຖ້າບໍ່ບອກແມ່ນບໍ່ຮູ້ເລີຍ ເພາະມັນຄືພ້າທີ່ເຮົາເຫັນທົ່ວໄປ ເປັນການໃຊ້ສິ່ງຂອງທີ່ຫຼາຍຄົນຖິ້ມ ແຕ່ເພິ່ນເອົາມາເຮັດໃຫ້ເປັນເຄື່ອງໃຊ້ໄດ້ ສຸດຍອດຫຼາຍ.

ແລະ ຢາກເຊີນເຊີນທກຄົນມາຮ່ວມງານຄັ້ງນີ້ນຳກັນຫຼາຍໆ ໂດຍສະເພາະຄົນທີ່ສົນໃຈກ່ຽວກັບຫັດຖະກຳ, ສິນຄ້າຕ່າງໆຂອງລາງເຮົາເອງ ຮັບຮອງເລີຍວ່າ ທຸກຄົນຈະໄດ້ຄວາມຮູ້ ແລະ ຄວາມປະທັບໃຈກັບໄປແນ່ນອນ.

ທຸກຄົນສາມາດຕິດຕາມຜົນງານ ອຸງ ແລະ ອານິຕ້າ ໄດ້ທາງແຟນເພຈ First Modeling Lao ແລະ ທາງເຟຈບຸກຂອງທັງສອງໄດ້ເລີຍ.

ຢ່າພາດມາຮ່ວມງານນຳກັນເດີ້, ງານສຸຂະພາບໜຶ່ງດຽວ One Health fair ໃນວັນທີ 9-11 ກັນຍານີ້ ເວລາ 10 ໂມງເຊົ້າ ຫາ 7 ໂມງແລງ ທີ່ ໂຮງແຮມຄຣາວພາຊຣາ (Crowne Plaza Vientiane), ນະຄອນຫຼວງວຽງຈັນ.

 

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...