spot_img
Homeຂ່າວພາຍ​ໃນຊົມເຊີຍວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 20 ປີ

ຊົມເຊີຍວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 20 ປີ

Published on

ເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 20 ປີ (9 ກັນຍາ 2002-9 ກັນຍາ 2022) ໃຫ້ມີເນື້ອໃນຢ່າງເລິກເຊິ່ງ, ກວ້າງຂວາງທົ່ວຖັນແຖວນັກຮົບເກົ່າ, ພະນັກງານ-ລັດຖະກອນ ແລະ ປະຊາຊົນລາວບັນດາເຜົ່າ; ພ້ອມທັງປະຕິບັດຕາມແຈ້ງການແນະນຳຂອງຄະນະໂຄສະນາອົບຮົມສູນກາງພັກປະຊາຊົນ ປະຕິວັດລາວ ກ່ຽວກັບການຈັດຕັ້ງໂຄສະນາ-ປາຖະກະຖາວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງ ຊາດລາວ ໃນຂອບເຂດທົ່ວປະເທດ.

ຕະຫຼອດໄລຍະ 20 ປີ ແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງສະຫະພັນນັກຮົບເກົ່າແຫ່ງຊາດລາວ ໃນການເຄື່ອນໄຫວປະກອບສ່ວນໃນພາລະກິດປະຕິວັດຊາດ, ປະຊາທິປະໄຕ, ປົກປັກຮັກສາ ແລະ ພັດທະນາປະເທດຊາດ ໄດ້ມີມູນເຊື້ອ ແລະ ຜົນງານພົ້ນເດັ່ນ ສົມກັບເປັນຊາດລາວວິລະຊົນ ຄົນລາວພິລະອາດຫານ ໄດ້ສືບທອດມູນເຊື້ອການຕໍ່ສູ້ບໍ່ຍອມຈຳ ນົນຂອງບັນພະບູລຸດຜູ້ອາດຫານ ໂດຍພາຍໃຕ້ການນຳພາຂອງບັນດາວິລະບຸລຸດຜູ້ເກັ່ງກ້າທັງຫຼາຍ ນັບແຕ່ດຶກດຳບັນເປັນຕົ້ນມາ, ເຖິງວ່າ ປະເທດລາວ ຈະຖືກຮຸກຮານຈາກບັນດາປະເທດອ້ອມຂ້າງ ແລະ ຈັກກະພັດຕ່າງ ດ້າວ ນັບແຕ່ສະຕະວັດທີ XVI ເປັນຕົ້ນມາ ປະເທດລາວຂອງພວກເຮົາຕົກເປັນຫົວເມືອງຂຶ້ນຂອງຕ່າງຊາດຢ່າງຕໍ່ເນື່ອງນັບແຕ່ປີ 1574 ຈົນຮອດ ປີ 1975 ຈຶ່ງໄດ້ຮັບເອກະລາດ ແລະ ສະຖາປານາເປັນປະເທດ ສປປ ລາວ ໃນວັນທີ 2 ທັນວາ 1975, ລຶບລ້າງລະບອບປະຊາທິປະໄຕທີ່ຄອບງຳລາວມາເປັນເວລາດົນນານຫຼາຍຮ້ອຍຫຼາຍພັນປີໄດ້ສິ້ນສຸດລົງ ແລະ ຕີຂັບໄລ່ຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ໃໝ່ໃຫ້ປະລາໄຊຢ່າງສິ້ນເຊີງ ດ້ວຍນັກຮົບຊາດລາວວິລະຊົນ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ, ການຕໍ່ສູ້ອັນຍືດເຍື້ອຍາວນານ ມີຫຼາຍສະຫາຍໃນກຳລັງປະກອບອາວຸດໄດ້ເສຍສະຫຼະຊີວິດ, ຫຼາຍສະຫາຍຖືກບາດເຈັບເສຍອົງຄະ ເພື່ອແລກເອົາຄວາມເປັນເອກະລາດແຫ່ງຊາດ, ເພື່ອຄວາມຜາສຸກຂອງປະຊາຊົນລາວບັນດາເຜົ່າ; ພ້ອມກັນນັ້ນ, ກໍມີຫຼາຍສະຫາຍໄດ້ກາຍເປັນວິລະຊົນແຫ່ງຊາດລາວ, ນັກຮົບແຂ່ງຂັນ, ກາຍເປັນພະນັກງານການນໍາຫົວຈັກຫຼັກແຫຼ່ງຢູ່ຕາມກະຊວງ, ອົງການ, ກົມກອງ, ຂະແໜງການ ແລະ ທ້ອງຖິ່ນຕ່າງໆໃນຂອບເຂດທົ່ວປະເທດ, ສ່ວນຫຼາຍມີອາຍຸສູງ, ສຸຂະພາບອ່ອນເພຍ, ໄດ້ອອກພັກຜ່ອນຮັບບຳນານ, ບຳເນັດ ແຕ່ບັນດາສະຫາຍເຫຼົ່ານັ້ນຍາມໃດກໍຍົກສູງທາດແທ້ມູນເຊື້ອນັກຮົບປະຕິວັດ ແລະ ພ້ອມແລ້ວທີ່ຈະສືບຕໍ່ໍ່ທຸ່ມເທເຫື່ອແຮງ, ສະຕິປັນຍາປະກອບສ່ວນເຂົ້າໃນພາລະກິດປ່ຽນໃໝ່ຮອບດ້ານທີ່ມີຫຼັກການຂອງພັກ ແລະ ມີຄວາມມຸ່ງມາດປາຖະໜາຢາກໃຫ້ມີການຈັດຕັ້ງເພື່ອເປັນບ່ອນເຕົ້າໂຮມຄວາມສາມັກຄີ, ເຕົ້າໂຮມຄວາມຄິດເຫັນ ເພື່ອປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃຫ້ດີຂຶ້ນເລື້ອຍໆ.

ພາຍຫຼັງປະເທດຊາດປົດປ່ອຍສົມບູນ ພັກ-ລັດ ໄດ້ເກັບກຳ, ຄຸ້ມຄອງ ນັກ ຮົບເກົ່າຢ່າງເປັນລະບົບແທດເໝາະກັບແຕ່ລະໄລຍະຂອງການປະຕິວັດ: ໄລຍະປີ 1975-1977 ຂຶ້ນກັບກະຊວງພາຍໃນ ເຊິ່ງເອີ້ນວ່າ ກະຊວງພາຍໃນ, ນັກຮົບເກົ່າ ແລະ ສະຫວັດດີການສັງຄົມ; ໄລຍະປີ 1977-1985 ນັກຮົບເກົ່າ ແມ່ນປະກອບຢູ່ຄະນະກຳມະການສະຫວັດດີການສັງຄົມ ແລະ ນັກຮົບເກົ່າແຫ່ງຊາດລາວ; ປີ 1986-1991 ອົງການນັກຮົບເກົ່າ ຂຶ້ນກັບ ກະຊວງສາທາ ລະນະສຸກ ແລະ ສະຫວັດດີການສັງຄົມ; ປີ 1991-2001 ອົງການນັກຮົບເກົ່າ ຂຶ້ນກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເຊິ່ງມີກົມນັກຮົບເກົ່າ ສະເພາະ.

ມາຮອດທ້າຍປີ 2001, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ອອກດຳລັດສະບັບເລກທີ 238/ນຍ, 19 ທັນວາ 2001 ວ່າດ້ວຍການແຕ່ງຕັ້ງປະທານ ແລະ ກໍາມະການສະມາຄົມນັກຮົບເກົ່າແຫ່ງຊາດ ແຕ່ງຕັ້ງບົ່ງຕົວ ຄະນະບໍລິຫານງານສະຫະພັນນັກຮົບເກົ່າແຫ່ງຊາດລາວ ຈຳນວນ 13 ສະຫາຍ, ຍິງ 1 ສະຫາຍ ແລະ ບົ່ງຕົວ ພົທ ນະຄອນ ສີສະນົນ ເປັນປະທານ, ພົຕ ຄຳຜົນ ບຸດດາຄຳ ແລະ ພົຈວ ພົມມະຈັກ ສຸດທິສານ ເປັນຮອງປະທານ;

ມາຮອດປີ 2002, ກົມການເມືອງສູນກາງພັກ ໄດ້ອອກມະຕິສະບັບເລກທີ 68/ກມສພ, ລົງວັນທີ 9/9/2002 ວ່າດ້ວຍການສ້າງຕັ້ງ “ສະຫະພັນນັກຮົບເກົ່າແຫ່ງຊາດລາວ” ເປັນອົງການຈັດຕັ້ງມະຫາຊົນຂອງພັກ, ເຊິ່ງຢູ່ພາຍໃຕ້ການນຳພາ-ຊີ້ນຳຂອງຄະນະບໍລິຫານງານສູນກາງພັກ ແລະ ກົມການເມືອງສູນກາງພັກ; ມີຖານະຄືກັບອົງການຈັດຕັ້ງຂອງພັກ-ລັດ ແລະ ອົງການຈັດຕັ້ງອື່ນໆຂອງພັກ ເຄື່ອນໄຫວພາຍໃຕ້ລັດຖະທຳມະນູນ ແລະ ກົດໝາຍແຫ່ງ ສປປ ລາວ; ມີລະບົບສາຍໄຍການຈັດຕັ້ງປະກອບດ້ວຍ 4 ຂັ້ນຄື: 1. ຂັ້ນສູນກາງ; 2. ຂັ້ນແຂວງ, ກຳແພງນະຄອນ ແລະ ເຂດພິເສດ; 3. ຂັ້ນເມືອງ; 4. ຂັ້ນຮາກຖານ(ບ້ານ).

ນັບແຕ່ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ເປັນຕົ້ນມາ, ໄດ້ດຳເນີນກອງປະຊຸມໃຫຍ່ຜູ້ແທນນັກຮົບເກົ່າທົ່ວປະເທດ ສະໄໝທີ VI ແລະ ທົ່ວປະເທດມີສະມາຊິກນັກຮົບເກົ່າທັງໝົດ 59.413 ທ່ານ; ໃນນັ້ນ, ພົທ ແສງນວນ ໄຊຍະລາດ ເປັນປະທານສະຫະພັນນັັກຮົບເກົ່າແຫ່ງຊາວລາວ ຄົນປັດຈຸບັນ ແລະ ມີຮອງປະທານ 4 ທ່ານຄື: ພົຈວ ຄຳຫອມ ແສງບົວລົມ, ພົຈວ ລຳພອນ ນົນຈັນທະວົງ, ພົຈວ ຄຳໝັ້ນ ວັນນະວົງ ແລະ ພົຈວ ພອນໃຈ ພັນທະວົງ.

ຊົມເຊີຍວັນສ້າງຕັ້ງ ສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 20 ປີ ຢ່າງສຸດໃຈ!

ບົດຄວາມຫຼ້າສຸດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...