spot_img
Homeຂ່າວພາຍ​ໃນທ່ານ ສະເຫຼີມໄຊ ກົມມະສິດຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສ. ເກົາຫຼີ ຢ່າງເປັນທາງການ

ທ່ານ ສະເຫຼີມໄຊ ກົມມະສິດຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສ. ເກົາຫຼີ ຢ່າງເປັນທາງການ

Published on

ເພື່ອເປັນການສືບຕໍ່ສົ່ງເສີມສາຍພົວພັນມິດຕະພາບທີ່ດີ ແລະ ເພີ່ມທະວີການຮ່ວມມືອັນມີໝາກຜົນ ໃນດ້ານຕ່າງໆ ລະຫວ່າງ ສປປ ລາວ ແລະ ສ. ເກົາຫລີ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ສ. ເກົາຫຼີ ຢ່າງເປັນທາງການ ໃນລະຫວ່າງວັນທີ 05 – 08 ກັນຍາ 2022, ຕາມການເຊື້ອເຊີນຂອງ ທ່ານ ປາກ ຈິນ (Park Jin), ລັດຖະມົນຕີກະຊວງການຕ່າງປະເທດ ສ.ເກົາຫຼີ.

ການພົບປະສອງຝ່າຍ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 6 ກັນຍາ 2022, ທີ່ ກະຊວງການຕ່າງປະເທດ ສ. ເກົາຫລີ, ເຊິ່ງສອງຝ່າຍໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບທີ່ດີ ແລະ ທົບທວນຄືນການຮ່ວມມືທີ່ເຕັມໄປດ້ວຍ ໝາກຜົນ ໃນດ້ານຕ່າງໆ ລະຫວ່າງ ສປປ ລາວ ແລະ ສ. ເກົາຫລີ ຕະຫລອດຊຸມປີຜ່ານມາ ກໍ່ຄືການຮ່ວມມື ໃນດ້ານການເມືອງ, ການແລກປ່ຽນການຢ້ຽມຢາມ, ວຽກງານການຄ້າ-ການລົງທຶນ, ປ້ອງກັນຊາດ, ການພັດທະນາ ພື້ນຖານໂຄງລ່າງ, ການຊ່ວຍເຫລືອເພື່ອການພັດທະນາ, ການຮ່ວມມືດ້ານກົງສຸນ, ແຮງງານ, ສາທາ ລະນະສຸກ, ການສຶກສາ, ວັດທະນະທຳ, ທ່ອງທ່ຽວ ແລະ ອື່ນໆ. ສອງຝ່າຍໄດ້ເຫັນດີເປັນເອກະພາບກັນ ໃນການສືບຕໍ່ສົ່ງເສີມການແລກປ່ຽນການຢ້ຽມຢາມ ລະຫ່ວາງການນຳຂັ້ນສູງຂອງສອງປະ ເທດ, ພ້ອມທັງເພີ່ມທະວີການຮ່ວມມືທາງດ້ານ ການຄ້າ, ສົ່ງເສີມການລົງທຶນ ໂດຍສະເພາະໃນຂົງເຂດພັດທະນາພື້ນຖານໂຄງລ່າງ ຂອງ ສປປ ລາວ. ສປປ ລາວ ຕີລາຄາ ສູງ ຕໍ່ການຊ່ວຍເຫລືອເພື່ອການພັດທະນາໃນດ້ານຕ່າງໆ ຈາກ ສ. ເກົາຫລີ ໂດຍສະເພາະການຊ່ວຍເຫລືອລ້າ (ODA) ແລະ ການຊ່ວຍເຫລືອເງິນກູ້ຢືມຜ່ານກອງທຶນຮ່ວມພັດທະນາດ້ານເສດຖະກິດ (EDCF) ເຊິ່ງໄດ້ປະກອບສ່ວນສຳຄັັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໃນໄລຍະຜ່ານມາ ກໍ່ຄືການຈັດຕັ້ງປະຕິບັດ ໂຄງການ ສຳຄັນຕ່າງໆ ເຊັ່ນ: ໂຄງການປ້ອງກັນຕະຝັ່ງ ແລະ ພັດທະນາແຄມຂອງ ຢູ່ແຂວງຕ່າງໆຂອງລາວ, ໂຄງການກໍ່ສ້າງ ໂຮງໝໍທັນສະໄໝ, ໂຮງໝໍມະຫາວິທະຍາໄລສຸຂະພາບ, ການຊ່ວຍເຫລືອດ້ານການແພດ ເພື່ອຮັບມືກັບພະຍາດໂຄວິດ 19, ການຊ່ວຍເຫລືອໂຄງການເກັບກູ້ລະເບີດບໍ່ທັນແຕກ ແລະ ໂຄງການພັດທະນາໃນຂົງເຂດອື່ນໆ ທີ່ສຳຄັນ.

ສ.ເກົາຫລີ ເຫັນດີສືບຕໍ່ໃຫ້ການຊ່ວຍ ເຫລືອ ສປປ ລາວ ໃນຂົງເຂດບູລີມະສິດຕ່າງໆ ແລະ ຢໍ້າຄືນຄວາມສຳຄັນ ຂອງການຮ່ວມມືລະຫ່ວາງສອງປະເທດ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ. ດ້ານວຽກງານປ້ອງກັນຊາດ ສອງຝ່າຍ ເຫັນດີສົ່ງເສີມການຮ່ວມມື ໂດຍສະເພາະໃນປັດຈຸບັນ ທີ່ສະພາບການພາກພື້ນ ແລະ ສາກົນ ມີການຜັນແປຢ່າງວ່ອງໄວ.

ນອກນັ້ນ, ສອງຝ່າຍ ຍັງເຫັນດີສືບຕໍ່ການຮ່ວມມືດ້ານວຽກງານກົງສູນ, ການຝຶກອົບຮົມສີມີແຮງງານ ແລະ ການຮັບເອົາແຮງງານສີມືລາວໄປເຮັດວຽກຢູ່ ສ. ເກົາຫລີ, ການໃຫ້ທຶນການສຶກສາ, ການແລກປ່ຽນດ້ານວັດທະນະທຳ ແລະ ການສົ່ງເສີມການທ່ອງທ່ຽວ ລະຫ່ວາງ ສອງປະເທດ ພາຍຫລັງສະພາບການແຜ່ລະບາດຂອງພະຍາດໂຄວິດ 19 ຜ່ອນຄາຍລົງ ເຊິ່ງປັດຈຸບັນເຫັນວ່າ ຈຳນວນນັກທ່ອງທ່ຽວ ລະຫ່ວາງສອງປະເທດ ໄດ້ເພີ່ມຂຶ້ນ ແລະ ການໄປມາຫາສູ່ ລະຫ່ວາງ ປະຊາຊົນສອງຊາດ ເລີ່ມເຂົ້າສູ່ສະພາບປົກກະຕິ.

ສອງຝ່າຍ ເຫັນດີເປັນເອກະພາບໃນການສືບຕໍ່ເພີ່ມທະວີການຮ່ວມມືໃນຕໍ່ໜ້າ ໂດຍສະເພາະໃນດາ້ນເສດຖະ ກິດ-ການຄ້າ, ການເຊື່ອມຈອດ, ການພັດທະນາພື້ນຖານໂຄງລ່າງ, ລວມເຖິງການສົ່ງເສີມວຽກງານສຶກສາ, ສາທາ, ວັດທະນະທຳ ແລະ ການທ່ອງທ່ຽວ ເຊິ່ງຈະເປັນການເພີ່ມທະວີຄວາມສາມັກຄີຮັກແພງ ແລະ ຄວາມເຊື່ອໝັ້ນ ລະຫ່ວາງລັດຖະບານ ແລະ ປະຊາຊົນ ສອງຊາດ ລາວ-ສ. ເກົາຫລີ ໃຫ້ນັບມື້ນັບຫລາຍຂຶ້ນ.

ຂ່າວຈາກ ກະຊວງການຕ່າງປະເທດ

ບົດຄວາມຫຼ້າສຸດ

ເຮືອໂດຍສານຫຼົ້ມ ທີ່ປະເທດໄນຈີເຣຍ ເສຍຊີວິດ 60 ຄົນ ເຊິ່ງມີການບັນຈຸຜູ້ໂດຍສານຫຼາຍກວ່າ 100 ຄົນ

ເສຍຊີວິດ 60 ຄົນ ເຫດການເຮືອໂດນສານຫຼົ້ມທີ່ປະເທດໄນຈີເຣຍ ຜູ້ເສຍຊີວິດສ່ວນຫຼາຍແມ່ນຜູ້ຍິງ ແລະ ເດັກນ້ອຍ. ໃນວັນທີ 02 ກັນຍາ 2025 ທີ່ຜ່ານມາ, ເກີດເຫດເຮືອໂດຍສານຫຼົ້ມ ປະເທດໄນຈີເຣຍ, ເນື່ອງຈາກເຮືອໄດ້ຕໍາກັບຕໍໄມ້ທີ່ຢູ່ໃນນ້ໍ້າ...

ຮັບຮອງເປັນມໍຣະດົກແຫ່ງຊາດ ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ ມີຄວາມສຳຄັນໃນລະດັບພູມິພາກອາຊີຕາເວັນອອກສ່ຽງໃຕ້

ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ, ຖືກຮັບຮອງເປັນມໍຣະດົກແຫ່ງຊາດ ຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ. ເມື່ອວັນທີ 11 ສິງຫາ 2025 ທີ່ຜ່ານມາ, ວ່າດ້ວຍການຮັບຮອງເອົາມໍຣະດົກແຫ່ງຊາດລະດັບຊາດ ດ້ານວັດທະນະທຳ, ປະຫວັດສາດ...

ລາວເປັນປະເທດທີ່ມີຄວາມສະຫງົບ ໂດຍຖືກຈັດຢູ່ອັນດັບທີ 10 ປະເທດທີ່ສະຫງົບສຸກ ແລະ ສັນຕິພາບທີ່ສຸດໃນອາຊີ ປະຈຳປີ 2025

ລາວຖືກຈັດຢູ່ ອັນດັບທີ່ 10 ປະເທດທີ່ສັນຕິພາບທີ່ສຸດໃນອາຊີ ຕາມລາຍງານ ດັດຊະນີສັນຕິພາບໂລກ (GPI) 2025 ສະບັບລ້າສຸດ ທີ່ອອກໂດຍ ສະຖາບັນເສດຖະກິດແລະສັນຕິພາບ (IEP). (GPI) 2025 ສະບັບລ້າສຸດ...

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...