Homeຂ່າວຕ່າງປະເທດເກົາຫຼີໃຕ້ເຈລະຈາກັບເກົາຫຼີເໜືອເລື່ອງການຈັດງານລວມຍາດຂອງສອງຝ່າຍ

ເກົາຫຼີໃຕ້ເຈລະຈາກັບເກົາຫຼີເໜືອເລື່ອງການຈັດງານລວມຍາດຂອງສອງຝ່າຍ

Published on

ວັນທີ 8 ກັນຍາ 2022 ເກົາຫຼີໃຕ້ຍື່ນຂໍ້ສະເໜີ ໃນການເປີດເຈລະຈາກັບເກົາຫຼີເໜືອ ເພື່ອຫາລືເລື່ອງການເຈລະຈາການຈັດງານ ກິດຈະກຳລວມຍາດຂອງສະມາຊິກໃນຄອບຄົວ ທີ່ຕ້ອງຈາກການໃນຊ່ວງເກ ລະຫວ່າງປີ 1950-1953 ເຊິ່ງເປັນການທາບທາມຄັ້ງທຳອິດທີ່ທ່ານ ຢຸນ ຊອກ ຢອລ ເຂົ້າແຕ່ງຕັ້ງເປັນປະທານາທິບໍດີເກົາຫຼີໃຕ້ໃນເດືອນພຶດສະພາທີ່ຜ່ານມາ.

 

ລັດຖະມົນຕີ​ກະຊວງລວມຊາດຂອງເກົາຫຼີໃຕ້ ເຊິ່ງຮັບຜິດຊອບເລື່ອງກິດຈະກຳລະຫວ່າງ ສອງເກົາຫຼີ ຖະແຫຼງຂ່າວເພື່ອຍື່ນຂໍ້ສະເໜີໃຫ້ເກົາຫຼີເໜືອ ໂດຍລະບຸວ່າ ລັດຖະບານໂຊລ ຈະພິຈາລະນາເງື່ອນໄຂຄວາມຕ້ອງການຂອງເກົາຫຼີເໜືອ ໃນການກຳນົດວັນທີ ສະຖານທີ່ ວາລະການຫາລື ແລະ ຮູບແບບຂອງການເຈລະຈາ.

ທັງເກົາຫຼີເໜືອ ແລະ ເກົາຫຼີໃຕ້ ມັກຈະມີການເຕົ້າໂຮມກັນໃນຄອບຄົວເພື່ອໃຫ້ສະມາຊິກຄອບຄົວທີ່ແຍກອອກຈາກກັນໄປຢູ່ເກົາຫຼີເໜືອ ແລະ ເກົາຫຼີໃຕ້ ໃນຊ່ວງວັນພັກສຳຄັນ ​ແຕ່​ສ່ວນຫຼາຍ​ແມ່ນ​ຈັດ​ຂຶ້ນ​ຢູ່​ໃນ​ເກົາຫຼີ​ໃຕ້ ​ຍ້ອນ​ພະຍາຍາມ​ຟື້ນ​ຟູ​ການ​ພົວພັນ​ກັບ​ເກົາຫຼີ​ເໜືອ ໂດຍຈະມີງານລ້ຽງອາຫານ ແລະ ແຈກສິ່ງຂອງຕ່າງໆ.

ທັ້ງນີ້ ການ​ຮວມຍາດພີ່ນ້ອງຂອງ​ສອງ​ເກົາຫຼີ ​ແມ່ນ​ການ​ຄັດ​ເລືອກ​ສະມາຊິກ​ໃນ​ຄອບຄົວ​ດຽວ​ກັນ ​ທີ່​ຖືກ​ແຍກ​ອອກ​ຈາກ​ກັນ​ໃນ​ສົງຄາມ​ເກົາຫຼີ ໂດຍ​ຈັດ​ຂຶ້ນ​ຄັ້ງ​ທໍາ​ອິດ​ໃນ​ປີ 1982 ແລະ ​ຄັ້ງລ່າສຸດ​ແມ່ນ​ໃນ​ເດືອນ​ສິງ​ຫາ 2018 ຢູ່​ທີ່​ເກົາ​ຫຼີ​ເໜືອ​.

ແຫຼ່ງຂ່າວ ອັລຈາຊີລາ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...