spot_img
Homeຂ່າວຢາເສບຕິດເຈົ້າໜ້າທີ່ ແຂວງບໍລິຄຳໄຊຈັບ 4 ຄົນ ພ້ອມຂອງກາງກັນຊາ 1,6 ໂຕນ

ເຈົ້າໜ້າທີ່ ແຂວງບໍລິຄຳໄຊຈັບ 4 ຄົນ ພ້ອມຂອງກາງກັນຊາ 1,6 ໂຕນ

Published on

ເຈົ້າໜ້າທີ່ ພະແນກຕໍາຫຼວດ ປກສ ເມືອງທ່າພະບາດ ແຂວງບໍລິຄໍາໄຊ ໃຫ້ຮູ້ວ່າ: ໃນຕອນເຊົ້າ ວັນທີ 06 ກັນຍາ 2022 ນີ້, ໄດ້ຈັດຕັ້ງປະຕິບັດໜ້າທີ່ວຽກງານຢ່າງເປັນປົກກະຕິ ໃນການກວດກາຄວາມເປັນລະບຽບຮຽບຮ້ອຍ ຜ່ານການກວດກາພົບເຫັນ ລົດບັນທຸກ 06 ລໍ້, ຍີ່ຫໍ້ ສະກັດໂຊເວີ ສີ ແດງ ໝາຍເລກ ທະບຽນ ອຸດົມໄຊ ບກ 2636 ຈຶ່ງຂໍກວດຄົ້ນ ພົບເຫັນຢາເສບຕິດປະເພດຄັນຊາອັດແທ່ງຊຸກເຊື່ອງໄວ້ໃນລົດຄັນດັ່ງກ່າວ ຈຳນວນ 90 ແກັດ ມີນ້ຳ ໜັກ 1.600 ກິໂລກຼາມ ທີ່ປະປົນມານໍາທູບຫອມ ຈຶ່ງໄດ້ຢຶດຂອງກາງ ແລະ ກັກຕົວຜູ້ຖືກສົງໃສໄດ້ 04 ຄົນ ຄື: ທ້າວ ຂາວ, ທ້າວ ເດ, ທ້າວ ແຂກ ແລະ ທ້າວ ນ້ອຍ ບ້ານ ໂພນຈະເລີນ ເມືອງ ປາກກະດິງ ແຂວງ ບໍລິຄໍາໄຊ ມາດໍາເນີນຄະດີຕາມລະບຽບກົດໝາຍ.

ຜ່ານການສືບສວນ-ສອບສວນເບື້ອງຕົ້ນ ພວກກ່ຽວທັງ 04 ຄົນ, ໄດ້ຮັບສາລະພາບວ່າ: ເວລາ 15:00 ນາທີ ຂອງວັນທີ 5 ກັນຍາ 2022 ໄດ້ເອົາຄັນຊາຈຳນວນດັ່ງກ່າວຂຶ້ນລົດບັນທຸກ 6 ລໍ້ສີແດງ ໝາຍເລກທະບຽນ ອຸດົມໄຊ ບກ 2636 ເປັນລົດຂອງ ທ້າວ ກໍ (ນາມສົມມຸດ) ຢູ່ບ້ານ ໂພນຈະເລີນ ເມືອງ ປາກກະດິງ ແຂວງ ບໍລິຄຳໄຊ ຈົນສຳເລັດ, ຮອດເວລາ 23:00 ນາທີ ຂອງວັນດຽວກັນ ພວກກ່ຽວທັງ 04 ຄົນໄດ້ຂັບຂີ່ລົດຄັນດັ່ງກ່າວມຸ້ງໜ້າມາທາງນະຄອນຫຼວງວຽງຈັນ ໂດຍແມ່ນທ້າວ ນ້ອຍ ແລະ ທ້າວ ຂາວ ປ່ຽນກັນຂັບ, ເມື່ອມາຮອດປ້ອມກວດກາທາງແບ່ງບ້ານທວຍ ເມືອງທ່າພະບາດ ແຂວງ ບໍລິຄໍາໄຊ ເຈົ້າໜ້າທີ່ໄດ້ລັດລົດເພື່ອຂໍອະນຸຍາດທໍາການກວດກາຈື່ງພົບເຫັນຢາເສບຕິດ ປະເພດ ຄັນຊາອັດແທ່ງຈຳນວນດັ່ງກ່າວ ຈຶ່ງຖືກເຈົ້າໜ້າທີ່ກັກຕົວ.

ປະຈຸບັນຄະດີດັ່ງກ່າວ ຢູ່ໃນຂັ້ນຕອນການສືບສວນ-ສອບສອບຂະຫຍາຍຜົນຫາພັກພວກຮ່ວມຂະບວນການ ມາດຳເນີນຄະດີຕາມລະບຽບກົດໝາຍ.
ຂ່າວ: ປກສ ແຂວງບໍລິຄຳໄຊ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...