spot_img
Homeຂ່າວພາຍ​ໃນອັດຕາເງີນເຟີ້ ສປປ ລາວ ເດືອນສິງຫາ 2022‼️

ອັດຕາເງີນເຟີ້ ສປປ ລາວ ເດືອນສິງຫາ 2022‼️

Published on

ອັດຕາເງິນເຟີ້ໃນເດືອນສິງຫາ 2022 ທຽບປີຕໍ່ປີ ຫຼືທຽບກັບເດືອນດຽວກັນຂອງປີຜ່ານມາ ສືບຕໍ່ເພີ່ມຂຶ້ນ 30,0% (ເດືອນກໍລະກົດ 2022 ແມ່ນ 25,7). ເນື່ອງຈາກດັດຊະນີລາຄາເກືອບທຸກຫມວດ ແມ່ນຍັງສືບຕໍ່ເພີ່ມຂຶ້ນ ຢ່າງຕໍ່ເນື່ອງ ທັງທຽບເດືອນຕໍ່ເດືອນ ແລະປີຕໍ່ປີ ໂດຍສະເພາະແມ່ນ ຫມວດສະບຽງອາຫານ ແລະເຄື່ອງດື່ມບໍ່ແມ່ນເຫຼົ້າ ທຽບປີຕໍ່ປີ ແມ່ນສູງເຖິງ 30,2% ຍ້ອນລາຄາເຂົ້າສານ, ທາດແປ້ງ, ຊີ້ນ, ໄຂ່, ນ້ໍາມັນພືດ, ຫມາກໄມ້ ແລະຜັກສົດ (ຫອມປ້ອມລາຄາເພີ່ມຂຶ້ນ 4 ເທົ່າ) ໄດ້ປັບໂຕສູງຂຶ້ນ. ຫມວດຄົມມະນາຄົມ ແລະຂົ່ນສົ່ງ ເພີ່ມຂຶ້ນ 51,7% ຍ້ອນລາຄາ ລົດຍົນ, ເຄື່ອງອາໄຫຼ່ ປັບໂຕສູງຂຶ້ນເນື່ອງຈາກອັດຕາແລກປ່ຽນທີ່ຍັງສືບຕໍ່ອ່ອນຄ່າ, ສ່ວນລາຄານ້ໍາມັນເຖິງວ່າຈະມີ ການປັບໂຕ ຫຼຸດລົງເລັກນ້ອຍໃນເດືອນ ແຕ່ກໍ່ຍັງສູງຖ້າທຽບໃນຮອບປີຕໍ່ປີ. ຫມວດທີ່ພັກອາໄສ, ໄຟຟ້າ, ນ້ໍາປະປາ ແລະເຊື້ອເພີງຫຸງຕົ້ມ ເພີ່ມຂຶ້ນ 20,5% ເນື່ອງຈາກລາຄາເຫຼັກເສັ້ນ, ຊີມັງ, ຖ່ານ, ແກ໊ສ໌ ມີລາຄາສູງຂຶ້ນ.
ປັດໄຈ ແລະ ສາເຫດຂອງອັດຕາເງິນເຟີ້ ເດືອນກໍລະກົດ 2022 ເພີ່ມສູງຂຶ້ນແມ່ນມາຈາກປັດໄຈ
ດັ່ງນີ້:
– ເນື່ອງຈາກ ລາຄານ້ໍາມັນຍັງສືບຕໍ່ສູງ ຈິ່ງສົ່ງຜົນໃຫ້ລາຄາເຂົ້າສານ, ພືດຜັກ ແລະຫນາກໄມ້ບາງປະເພດປັບໂຕສູງ
ຂຶ້ນ;
– ປັດໄຈອັດຕາແລກປ່ຽນທີ່ຍັງສຶບຕໍ່ອ່ອນຄ່າໃນອັດຕາທີ່ສູງ ແມ່ນຍັງສືບຕໍ່ສົ່ງຜົນກະທົບຕໍ່ລາຄາສິນຄ້າອຸປະໂພກ, ບໍລິໂພກ ປັບໂຕສູງຂຶ້ນຢູ່ ບວກກັບເງື່ອນໄຂສະພາບອາກາດທີ່ບໍ່ເອື້ອອໍານວຍ ພ້ອມທັງມີຕົ້ນທຶນການຜະລິດສູງ, ເປັນຕົ້ນແມ່ນລາຄາປຸຍທີ່ສູງຂຶ້ນ;
– ບາງປະເພດສິນຄ້າທີ່ສາມາດຜະລິດໄດ້ເອງ ເຊັ່ນ: ຫມູ, ງົວ, ຄວາຍ, ໄກ່, ພືດຜັກ, ເຫຼັກ, ຊີມັງ ແລະອື່ນໆ ລ້ວນແລ້ວແຕ່ຍັງເພິ່ງພາວັດຖຸດິບຈາກພາຍນອກ ເພື່ອຊຸກຍູ້ຂະບວນການຜະລິດສິນຄ້າດັ່ງກ່າວເປັນຕົ້ນແມ່ນປຸຍ, ວັກຊິນ, ອາຫານສັດ, ເຄື່ອງເບິ່ງແຍງຮັກສາສຸຂະພາບ ທີ່ເພີ່ມຂຶ້ນ ແລະອຸປະກອນເຄື່ອງມືຕ່າງໆເປັນຕົ້ນ ບວກ ກັບພາວະເສດຖະກິດຂອງໂລກທີ່ຢູ່ໃນພາວະຖົດຖອຍຈຶ່ງສົ່ງຜົນໃຫ້ລາຄາວັດຖຸດິບດັ່ງກ່າວຖືກຜົນກະທົບໄປຕາມໆກັນ.
—-
ສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ ການ ລົງທຶນ

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...