Homeຂ່າວຢາເສບຕິດສຶກສາອົບຮົມ ກຸ່ມແກ້ງຈຳໜ່າຍ ແລະ ມົ້ວສຸມດື່ມນໍ້າກະທ້ອມ

ສຶກສາອົບຮົມ ກຸ່ມແກ້ງຈຳໜ່າຍ ແລະ ມົ້ວສຸມດື່ມນໍ້າກະທ້ອມ

Published on

ເຈົ້າໜ້າທີ່ ປກສ ນະຄອນປາກເຊ ແຂວງຈໍາປາສັກ ໃຫ້ການສຶກສາອົບຮົມກຸ່ມໄວລຸ້ນຈໍານວນ 7 ຄົນ ທີ່ຖືກກັກໂຕເນື່ອງຈາກມີການພົວພັນກັບການຄ້າ-ຂາຍ ແລະ ມົ້ວສຸມດື່ມນໍ້າໃບກະທ້ອມ.

ການສຶກສາອົບຮົມມີຂຶ້ນໃນວັນທີ 5 ກັນຍາ 2022 ຢູ່ທີ່ກອງບັນຊາການ ປກສ ນະຄອນປາກເຊ, ໂດຍເຈົ້າໜ້າທີ່ ປກສ ໃຫ້ຮູ້ວ່າ: ຄະດີຄ້າ-ຂາຍ ນໍ້າກະທ້ອມທີ່ປຸງແຕ່ງແລ້ວ ແລະ ໃບກະທ້ອມ ແມ່ນເຈົ້າໜ້າທີ່ວິຊາສະເພາະພະແນກຕໍາຫຼວດ ປກສ ກຸ່ມ 4 ກອງບັນຊາການ ປກສ ນະຄອນປາກເຊ ໄດ້ເຄື່ອນໄຫວຕິດຕາມກຸ່ມເປົ້າໝາຍໄວລຸ້ນທີ່ມີພຶດຕິກໍາເຄື່ອນໄຫວຄ້າ-ຂາຍນໍ້າກະທ້ອມທີ່ປຸງແຕ່ງແລ້ວ ແລະ ໃບກະທ້ອມ ຢູ່ຂອບເຂດບ້ານແກ້ວສໍາພັນ ນະຄອນປາກເຊ ແລະ ໃນວັນທີ 1 ກັນຍາ 2022, ເວລາ 1: 00 ໂມງ ເຈົ້າໜ້າທີ່ ປກສ ກຸ່ມ 4 ໄດ້ປະສານສົມທົບກັບ ປກສ ນະຄອນປາກເຊ ແລະ ອໍານາດການປົກຄອງບ້ານແກ້ວສໍາພັນ ລົງມ້າງຈຸດມົ້ວສຸມຈຸດດັ່ງກ່າວ ສາມາດກັກຕົວເປົ້າໝາຍໄດ້ຈໍານວນ 7 ຄົນ, ຍິງ 3 ຄົນ.

ເຄື່ອງຂອງກາງ: ນໍ້າກະທ້ອມ 20 ລິດ, ໃບກະທ້ອມດິບ 7 ກິໂລ, ສານຕັ້ງຕົ້ນ (ນໍ້າເຊື້ອມຢາດີໄອ) 34 ແກ້ວ, ນໍ້າຕານ 5 ແກັດ ແລະ ອຸປະກອນນໍາໃຊ້ໃນການປຸງແຕ່ງນໍ້າກະທ້ອມ.

ທີ່ມາ: ໜັງສືພິມຈຳປາໃໝ່

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...