spot_img
Homeຂ່າວການຊ່ວຍເຫຼືອຄາດຄະເນມູນຄ່າເສຍຫາຍ ແລະ ຄວາມຕ້ອງການໃນການຟື້ນຟູບ້ານທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ

ຄາດຄະເນມູນຄ່າເສຍຫາຍ ແລະ ຄວາມຕ້ອງການໃນການຟື້ນຟູບ້ານທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ

Published on

ເນື່ອງຈາກຜົນກະທົບຂອງພາຍຸມາອອນໃນວັນທີ 26 ສິງຫາ ທີ່ຜ່ານມາ, ໄດ້ເຮັດໃຫ້ດກີດນໍ້າຖ້ວມໜັກຢູ່ຫຼາ, ເມືອງນາໝໍ້ ແລະ ເມືອງໄຊ ແຂວງອຸດົມໄຊ ໂດຍສະເພາະຢູ່ເມືອງໄຊທີ່ເປັນເທດສະບານແຂວງ ທີ່ໄດ້ສ້າງຄວາມເສຍຫາຍໃຫ້ແກ່ຊັບສິນ, ສັດລ້ຽງ ແລະ ເນື້ອທີ່ການຜະລິດຂອງປະຊາຊົນໜັກພໍສົມຄວນ. ນອກຈາກນີ້ ເສັ້ນທາງຫຼາຍເສັ້ນຍັງໄດ້ຮັບຜົນກະທົບຢ່າງໜັກໜ່ວງເຊັ່ນກັນ ໃນນັ້ນມີທາງຫຼວງແຫ່ງຊາດ ສອງເສັ້ນ, ຂົວຫຼາຍແຫ່ງຖືກຕັດຂາດ ແຕ່ມາຮອດປັດຈຸບັນນີ້ໄດ້ຮັບການແກ້ໄຂສຸກເສີນແແລ້ວຈຳນວນໜຶ່ງ.

ທ່ານ ຄຳແສງ ອາລີ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງອຸດົມໄຊ ໄດ້ໃຫ້ຮູ້ວ່າ: ຫຼັງຈາກເກີດເຫດພະແນກໂຍທາທິການ ແລະ ຂົນສົ່ງ ກໍໄດ້ສົມທົບກັບບັນດາບໍລິສັດ ທີ່ມີເງື່ອນໄຂ ເພື່ອລົງແກ້ໄຂສຸກເສີນ ເຊິ່ງໃຊ້ເວລາ 2 ວັນ ເພື່ອໃຫ້ອຳນວຍການສັນຈອນ ໂດຍຈະໃຫ້ແຕ່ລົດເບົາສາມາດໄປມາໄດ້, ຫຼັງຈາກນັ້ນ, ກໍໄດ້ສຸມໃສ່ແກ້ໄຂ ມາຮອດປັດຈະບັນ ກໍໄດ້ອະນຸຍາດໃຫ້ລົດບັນທຸກຳໄປມາໄດ້ແລ້ວ. ຕໍ່ກັບພື້ນຖານໂຄ່ງລ່າງ, ຕາມການປະເມີນຂອງວິສາການມາຮອດວັນທີ 1 ກັນຍາ 2022 ຄາດຄະເນມູນຄ່າເສຍຫາຍ ແລະ ຄວາມຕ້ອງການໃນການຟື້ນຟູທັງໝົດ 60 ກ່ວາຕື້ກີບ ຕົວເລກດັ່ງກ່າວຍັງມີຫຼາຍໜ້າວຽກຍັງບໍ່ສາມາດສັງລວມໄດ້ ສຳລັບການຟື້ນຟູ ຖ້າເຮົາມີງົບປະມານພຽງພໍ ຄາດວ່າຈະໄດ້ໃຊ້ເວລາ 1-2 ປີ.

ຂໍ້ມູນ-ພາບ: Lao National Radio

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...