Homeຂ່າວພາຍ​ໃນການແຂ່ງຂັນກິລາດອກປີກໄກ່ ຊີງແຊັມທົ່ວປະເທດ ຄັ້ງທີ 21

ການແຂ່ງຂັນກິລາດອກປີກໄກ່ ຊີງແຊັມທົ່ວປະເທດ ຄັ້ງທີ 21

Published on

ການແຂ່ງຂັນກີລາດອກປີກໄກ່ ຊີງແຊັມທົ່ວປະເທດ ຄັ້ງທີ 21 ຊີງຂັນທ່ານປະທານສະພາແຫ່ງຊາດ ປະຈຳປີ 2022 ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 1 ກັນຍາ 2022 ຢູ່ສະໂມສອນດອກປີກໄກ່ເສດຖາ ນະຄອນຫຼວງວຽງຈັນ ໂດຍມີທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານແຫ່ງ ສປປປ ລາວ ທັງເປັນປະທານສະຫະພັນກີລາດອກປີໄກ່ແຫ່ງຊາດ ທ່ານ ສຸລິວັນ ເຊີນວິໄລ ຮອງຫົວໜ້າກົມກີລາລະດັບສູງ ກະຊວງສຶກສາທິການ ແລະ ກີລາ ພ້ອມດ້ວຍຄະນະບໍລິຫານງານສະຫະພັນດອກປີກໄກ່ແຫ່ງຊາດ ຕາງໜ້າຜູ້ໃຫ້ການສະໜັບສະໜູນຫຼັກ ຄະນະນັກກີລາ ຄູເຝິກ ແລະ ນັກກີລາ ເຂົ້າຮ່ວມ.

ທ່ານ ໄຊບັນດິດ ຣາຊະພົນ ເລຂາທິການສະຫະພັນດອກປີກໄກ່ແຫ່ງຊາດ ກ່າວວ່າ:ຂ້າພະເຈົ້າຕາງໜ້າສະຫະພັນກີລາດອກປີກໄກ່ແຫ່ງຊາດລາວ ໃນນາມຄະນະຮັບຜິດຊອບຊີ້ນຳລວມການຈັດແຂ່ງຂັນກີລາດອກປີກໄກ່ ທົ່ວປະເທດ ຄັ້ງທີ 21 ຊີງຂັນທ່ານປະທານສະພາແຫ່ງຊາດ ຫຼື ລາຍການ 21th BeerLao Badminton Championship ປະຈຳປີ 2022 ເຊິ່ງການແຂ່ງຂັນລາຍການນີ້ ແມ່ນລາຍການແຂ່ງຂັນໃຫຍ່ຂອງກີລາດອກປີກໄກ່ປະຈຳປີ ຈະຈັດຂຶ້ນເປັນ ຄັ້ງທີ 21 ໂດຍໄດ້ຮັບການສືບຕໍ່ສະໜັບສະໜູນທີ່ດີຈາກບໍລິສັດ ເບຍລາວ ຈຳກັດ ຕັ້ງແຕ່ຄັ້ງທີ 1 ຕະຫຼອດມາຈົນເຖິງປັດຈຸບັນ ເຊິ່ງທາງຄະນະຮັບຜິດຊອບທຸກຝ່າຍໄດ້ມີການປະຊຸມປຶກສາຫາລືຄົ້ນຄວ້າ ແລະ ກະກຽມຄວາມພ້ອມເປັນເວລາຍາວນານ ໂດຍສະ ເພາະທາງຜູ້ໃຫ້ການສະໜັບສະໜູນຫຼັກ ກໍຄື ບໍລິສັດ ເບຍລາວ ຈຳກັດ ເພື່ອເຮັດໃຫ້ການແຂ່ງຂັນໃນຄັ້ງນີ້ມີຄວາມພ້ອມໃນທຸກດ້ານ ແລະ ສາມາດບັນລຸຕາມຄາດໝາຍທີ່ຕັ້ງໄວ້.

ຈຸດປະສົງຂອງການຈັດແຂ່ງຂັນ ກໍເພື່ອສະເຫຼີມສະຫຼອງວັນສ້າງຕັ້ງວັນລັດຖະທຳມະນູນ ຄົບຮອບ 31 ປີ ທັງເປັນການສ້າງຂະບວນການແຂ່ງຂັນກີລາດອກປີກໄກ່ພາຍໃນປະເທດ ໃຫ້ມີຄວາມຟົດຟື້ນ ໃຫ້ນັກກີລາໄດ້ມີໂອກາດໃນການທົດສອບສີມືຂອງຕົນເອງ ແລະ ສາມາດເລືອກໄດ້ນັກກີລາດີເດັ່ນ ປະກອບເຂົ້າເປັນນັກກີລາທີມຊາດ ໃນຮຸ່ນເຍົາວະຊົນ ແລະ ຮຸ່ນທົ່ວໄປ.
ການແຂ່ງຂັນໃນຄັ້ງນີ້ ໄດ້ປະກາດການຮັບສະໝັກມີທັງໝົດ 11 ລາຍການ ປະກອບມີ: ຮຸ່ນເຍົາວະຊົນ 8 ລາຍການ ໄດ້ແກ່ ດ່ຽວເຍົາວະຊົນຊາຍ-ຍິງ ອາຍຸບໍ່ເກີນ 12 ປີ ດ່ຽວເຍົາວະຊົນຊາຍ ອາຍຸບໍ່ເກີນ 15 ປີ ຄູ່ເຍົາວະຊົນຊາຍ ອາຍຸບໍ່ເກີນ 15 ປີ ດ່ຽວເຍົາວະຊົນຊາຍ ອາຍຸບໍ່ເກີນ 18 ປີ ຄູ່ເຍົາວະຊົນຊາຍອາຍຸບໍ່ເກີນ 18 ປີ ຄູ່ເຍົາວະຊົນປະສົມ ອາຍຸບໍ່ເກີນ 18 ປີ ນອກຈາກນັ້ນ ຍັງມີຮຸ່ນຊາວໜຸ່ມ-ທົ່ວໄປ ອີກ 5 ລາຍການ ຄື:ດ່ຽວຊາຍທົ່ວໄປ ຄູ່ຍິງທົ່ວໄປ ຄູ່ຊາຍທົ່ວໄປ ຄູ່ປະສົມທົ່ວໄປ ຄູ່ສະໝັກຫຼິ້ນຊາຍທົ່ວໄປ ເຊິ່ງຈະໄດ້ດຳເນີນການແຂ່ງຂັນແຕ່ວັນທີ 1 ເຖິງ 4 ກັນຍາ 2022 ຢູ່ສະໂມສອນດອກປີກໄກ່ເສດຖາ (ບຶງຂະຫຍອງ).

ພາບ: ເສດຖະກິດການຄ້າ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...