Homeຂ່າວການຢ້ຽມຢາມຄະນະຜູ້ແທນຂັ້ນສູງ ແຂວງຈຳປາສັກ ຮ່ວມ ສະຫຼອງສອງວັນປະຫວັດສາດລາວ-ຫວຽດນາມ ຢູ່ນະຄອນໂຮ່ຈີມິນ

ຄະນະຜູ້ແທນຂັ້ນສູງ ແຂວງຈຳປາສັກ ຮ່ວມ ສະຫຼອງສອງວັນປະຫວັດສາດລາວ-ຫວຽດນາມ ຢູ່ນະຄອນໂຮ່ຈີມິນ

Published on

ເນື່ອງໃນໂອກາດເດີນທາງມາຢ້ຽມຢາມ ແລະ ຮ່ວມສະຫຼອງສອງວັນປະຫວັດ ສາດລາວ ແລະ ຫວຽດນາມຢູ່ນະຄອນໂຮ່ຈີມິນ ໃນວັນທີ 30 ສີງຫາ 2022 ຄະນະຜູ້ແທນຂັ້ນສູງແຂວງຈຳປາສັກ ນໍາໂດຍ ທ່ານ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈຳປາສັກ; ພ້ອມດ້ວຍ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມຄະນະ ແລະ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ເຂົ້າວາງກະຕ່າດອກໄມ້ຢູ່ອານຸສອນປະທານ ໂຮ່ຈີມິນ ເພື່ອສະແດງຄວາມເຄົາລົບ ແລະ ລະນຶກເຖີງຄຸນງາມ ຄວາມດີຂອງເພີ່ນ ຈາກນັ້ນກໍໄດ້ ຢ້ຽມຊົມການວາງສະແດງຮູບພາບຕ່າງໆຢູ່ຫໍວັດທະ ນະທຳນະຄອນໂຮ່ຈີມິນ. ຈາກນັ້ນ, ກໍໄດ້ເຂົ້າຮ່ວມ ພິທີສະ ເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາ ມິດຕະພາບ ແລະ ການຮ່ວມມືລາວ-ຫວຽດນາມ ຄົບ ຮອບ 45 ປີ ໂດຍມີທ່ານ ຫງວຽນ ວັນເນນ ກຳມະການກົມການເມືອງສູນກາງພັກ ເລຂາພັກນະຄອນໂຮ່ຈີມິນ ພ້ອມດ້ວຍພະນັກງານ ແລະ ຕາງໜ້ານັກສຶກສາລາວທີ່ສຶກສາຢູ່ນະຄອນໂຮ່ຈີມິນເຂົ້າຮ່ວມ.

ໃນພິທີທ່ານ ຫງວຽນ ວັນເນນ ກຳມະການກົມການເມືອງສູນກາງພັກຄອມມູນິດຫວຽດນາມ ເລຂາຄະນະພັກນະຄອນໂຮ່ຈີມິນ ແລະ ທ່ານ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ ເລຂາພັກແຂວງເຈົ້າແຂວງສະຫັວນນະເຂດ ໄດ້ຜັດປ່ຽນກັນຂຶ້ນກ່າວປາໄສ ໂດຍໄດ້ຍົກໃຫ້ເຫັນສາຍພົວພັນການຮ່ວມມືແບບພິເສດຮອບດ້ານຂອງສອງພັກສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ໂດຍສະເພາະ ໃນໄລຍະທີ່ຮ່ວມທຸກຮ່ວມສຸກຕີສັດຕູໂຕດຽວກັນຈົນໄດ້ຮັບໄຊຊະນະ ພາຍຫຼັງສອງປະເທດໄດ້ກ້າວເຂົ້າສູ່ສັງ ກາດໃໝ່ແຫ່ງສັນຕິ ພາບ ເອກະລາດ ແລະ ການສ້າງສາພັດ ທະນາສູ່ຄວາມວັດທະນາຖາວອນ ເພື່ອປົກປ້ອງໝາກຜົນຂອງການປະຕິວັດ ແລະ ເປັນພື້ນຖານໃຫ້ແກ່ການເສີມຂະຫຍາຍການພົວພັນຮ່ວມມືລາວ-ຫວຽດນາມເຂົ້າສູ່ລວງເລິກສອງປະເທດໄດ້ລົງນາມໃນສົນທິສັນຍາມິດຕະພາບ ແລະ ການຮ່ວມມືທີ່ນະຄອນຫຼວງວຽງຈັນໃນວັນທີ 18 ກໍລະກົດ 1977 ເຊິ່ງສົນທິ ສັນຍາດັ່ງກ່າວໄດ້ເປັນບ່ອນອີງທີ່ສໍາຄັນໃຫ້ແກ່ການພົວພັນຮ່ວມມືຮອບດ້ານ ທີ່ສອດຄ່ອງກັບຫຼັກການສາກົນຂອງການພົວພັນລະຫວ່າງປະເທດໄດ້ຮັບການຜັນຂະຫຍາຍເຂົ້າສູ່ຕົວຈິງຢ່າງບໍ່ຢຸດຢັ້ງ ແລະ ນັບມື້ມີປະສິດທິຜົນຍິ່ງຂຶ້ນ ເປັນປັດໄຈຊ່ວຍໜູນອັນສໍາຄັນຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາຢູ່ສອງປະເທດ ເຖິງວ່າສະພາບການໃນພາກພື້ນ ແລະ ສາກົນສືບຕໍ່ມີການຜັນແປຢ່າງວ່ອງໄວ ສະຫຼັບສັບຊ້ອນບວກກັບຄວາມຫຍຸ້ງຍາກຢູ່ພາຍໃນຂອງ 2 ປະເທດ ແຕ່ສາຍພົວພັນພິເສດລາວ- ຫວຽດນາມຍັງສືບຕໍ່ໄດ້ຮັບການເສີມຂະຫຍາຍທັງທາງກວ້າງ ແລະ ທາງເລິກ ເຊິ່ງສະແດງໃຫ້ເຫັນໃນການພົວພັນດ້ານການເມືອງ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດສືບຕໍ່ມີຄວາມໜັກແໜ້ນ ການພົວ ພັນຮອບດ້ານເສດຖະກິດ- ການຄ້າ ການລົງທຶນ ແລະ ຂະແໜງການຕ່າງໆ ນັບທັງການພົວພັນລະຫວ່າງທ້ອງຖິ່ນຂອງ 2 ປະເທດລ້ວນແຕ່ມີຄວາມຄືບໜ້າ ແລະ ພວມນໍາມາຜົນປະໂຫຍດຕົວຈິງແກ່ໃຫ້ທັງ 2 ຝ່າຍ.

ເຊິ່ງການສະເຫຼີມ ສະຫຼອງສອງວັນປະຫວັດສາດລາວ-ຫວຽດນາມຢູ່ນະຄອນໂຮ່ຈີມິນຄັ້ງນີ້ ເປັນກິດຈະກຳໜຶ່ງເພື່ອເປັນການທົບທວນຫວນຄືນ ມູນເຊື້ອອັນລໍ້າເລີດຂອງສອງຊາດໃຫ້ຄົນຮຸ່ນຫຼັງໄດ້ສານຕໍ່ ແລະ ສືບຕໍ່ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ພ້ອມທັງ ເສີມຂະ ຫຍາຍມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມອ້າຍນ້ອງໃຫ້ຈະເລີນງອກງາມ ແລະ ເກີດດອກອອກຜົນ ມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານອັນເປັນມູນເຊື້ອຈົ່ງຍືນຍົງຢູ່ກັບພາລະກິດພວກເຮົາຕະຫຼອດໄປ.

ແຫຼ່ງຂ່າວ: MediaLAOS

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...