spot_img
Homeຂ່າວພາຍ​ໃນຂໍ່ານັບຮັບຕ້ອນ "ສານຂອງທ່ານ ນາຍົກລັດຖະມົນຕີແຫ່ງ ສປປລາວ ເນື່ອງໃນໂອກາດ ວັນໄຂສົກຮຽນໃໝ່ ສົກຮຽນ 2022-2023, ວັນທີ 01 ກັນຍາ 2022".

ຂໍ່ານັບຮັບຕ້ອນ “ສານຂອງທ່ານ ນາຍົກລັດຖະມົນຕີແຫ່ງ ສປປລາວ ເນື່ອງໃນໂອກາດ ວັນໄຂສົກຮຽນໃໝ່ ສົກຮຽນ 2022-2023, ວັນທີ 01 ກັນຍາ 2022”.

Published on

ເນື່ອງໃນໂອກາດວັນໄຂສົກຮຽນໃໝ່ ສົກຮຽນ 2022-2023 ນີ້, ຂ້າພະເຈົ້າ ຂໍຕາງໜ້າໃຫ້ສູນກາງພັກ ແລະ ລັດຖະບານ ຂໍຝາກຄວາມຢ້ຽມຢາມຖາມຂ່າວ, ຄວາມຮັກແພງສາມັກຄີມາຍັງຜູ້ບໍລິຫານການສຶກສາ, ຄູອາຈານ ແລະ ນັກຮຽນນັກສຶກສາທຸກຖ້ວນໜ້າໃນຂອບເຂດທົ່ວປະເທດ.

ວຽກງານການສຶກສາ, ວິທະຍາສາດ ແລະ ກິລາ ແມ່ນຂະແໜງການໜຶ່ງທີ່ລັດຖະບານ ໄດ້ໃຫ້ຄວາມສໍາຄັນຍິ່ງໃນການປະຕິບັດນະໂຍບາຍຂອງພັກ ແລະ ຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມຂອງລັດ ຕໍ່ວຽກງານການພັດທະນາການສຶກສາ, ວິທະຍາສາດ ແລະ ກິລາ ກໍຄື ການພັດທະນາຄົນໃຫ້ມີຄວາມຮູ້, ຄວາມສາມາດ, ມີຄຸນສົມບັດສິນທໍາປະຕິວັດ ແລະ ມີຄ່ານິຍົມທີ່ຖືກຕ້ອງ, ມີສຸຂະພາບທາງດ້ານຮ່າງກາຍ ແລະ ຈິດໃຈທີ່ແຂງແຮງ, ຮັກຄວາມກ້າວໜ້າ ເພື່ອກາຍເປັນກໍາລັງແຮງງານທີ່ມີຄຸນນະພາບ ສືບທອດພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດໃນອະນາຄົດ.

ຄູອາຈານ ແລະ ນັກຮຽນ ນັກສຶກສາ ທີ່ຮັກແພງທັງຫຼາຍ, ສົກຮຽນໃໝ່ 2022-2023 ເປັນສົກຮຽນໜຶ່ງທີ່ມີຄວາມສໍາຄັນໃນພາລະກິດການສຶກສາຂອງພວກເຮົາ. ສະນັ້ນ, ເພື່ອຮັບປະກັນໃຫ້ການຮຽນການສອນດໍາເນີນໄປຢ່າງມີປະສິດທິພາບ ແລະ ປະສິດທິຜົນ, ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງຜູ້ບໍລິຫານການສຶກສາ, ຄູອາຈານ, ນັກຮຽນ ນັກສຶກສາ, ການຈັດຕັ້ງ ແລະ ທຸກພາກສ່ວນທົ່ວສັງຄົມ ໃຫ້ພ້ອມກັນເອົາໃຈໃສ່ປະຕິບັດໜູ້າທີ່ຂອງຕົນ ດັ່ງນີ້:

1. ໃຫູ້ຜູ້ບໍລິຫານການສຶກສາ ແລະ ກິລາ ທຸກຂັ້ນ ຈົ່ງເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງຕົນໃນການຄຸ້ມຄອງບໍລິຫານການສຶກສາໃຫ້ສູງຂຶ້ນ, ເອົາໃຈໃສ່ພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບ ແລະ ໄດ້ມາດຕະຖານຕາມ 3 ລັກສະນະ ແລະ 5 ຫຼັກມູນຂອງການສຶກສາ, ພ້ອມກັນຕ້ານປະກົດການຫຍໍ້ທໍ້ຕ່າງໆ ໂດຍສະເພາະແມ່ນການສະກັດກັ້ນ ແລະ ຕ້ານບັນຫາ ຢາເສບຕິດທີ່ຕິດພັນກັບວາລະແຫ່ງຊາດໃຫ້ເຂັ້ມງວດ ແລະ ເດັດຂາດ.

2. ບັນດາຄູອາຈານ ຈົ່ງເອົາໃຈໃສ່ໃນການສຶກສາຄົ້ນຄວ້າ ທໍາຄວາມເຂົ້າໃຈກ່ຽວກັບຫຼັກສູດ ແລະ ການຈັດການຮຽນການໃຫ້ມີຄຸນນະພາບ, ຮຽນຮູ້ນໍາໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານປະກອບການສອນ, ໃຫ້ຈັດຕັ້ງທົບທວນ-ສໍາມະນາກັນຄືນກ່ຽວກັບຮູບແບບ, ເຕັກນິກ, ວິທີການສອນ ແລະ ການວັດຜົນ ແລະ ປະເມີນຜົນຜູ້ຮຽນໃຫ້ສອດຄ່ອງກັບສະພາບວິຖີການດໍາລົງຊີວິດແບບໃໝ່.

ພ້ອມກັນນີ້, ກໍໃຫ້ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງຕົນ, ປະຕິບັດໜ້າທີ່ຢ່າງເປັນມືອາຊີບ ໃຫ້ສົມກັບເປັນແມ່ພິມທີ່ດີຂອງຊາດ ມີຄວາມສັດຊື່ບໍລິສຸດ ແລະ ມີຈັນຍາບັນ, ຝຶກຝົນ ແລະ ພັດທະນາຕົນເອງດ້ານວິຊາສະເພາະ ແລະ ເຕັກນິກວິທີການສອນໃຫ້ທັນກັບສະພາບການ ປ່ຽນແປງ ແລະ ເຕັກໂນໂລຊີໃໝ່ ເພື່ອສົ່ງຄວາມຮູ້ໃຫ້ແກ່ນັກຮຽນ ນັກສຶກສາໃຫ້ມີປະສິດທິຜົນສູງຂຶ້ນ.

3. ພໍ່ແມ່ຜູ້ປົກຄອງນັກຮຽນ ຈົ່ງພ້ອມກັນຊຸກຍູ້ສົ່ງເສີມໃຫ້ລູກຫຼານທີ່ຢູ່ໃນເກນອາຍຸເຂົ້າຮຽນໄປ ເຂົ້າໂຮງຮຽນທັງການສຶກສາກ່ອນໄວຮຽນ, ສາມັນສຶກສາ, ວິຊາຊີບ ແລະ ການສຶກສາຊັ້ນສູງ ແລະ ເອົາໃຈໃສ່ຕໍ່ການແນະນໍາລູກຫຼານໃນການສຶກສາຮໍ່າຮຽນເວລາຢູ່ເຮືອນ, ອົບຮົມຕັກເຕືອນເຂົາເຈົ້າໃຫ້ເຫັນຄວາມສໍາຄັນຂອງການສຶກສາ ທັງຕໍ່ຕົນເອງ, ຄອບຄົວ, ສັງຄົມ ແລະ ປະເທດຊາດ.

4. ສໍາລັບລູກຫຼານນັກຮຽນ ນັກສຶກສາ ຈົ່ງຕັ້ງໃຈສຶກສາຮໍ່າຮຽນຢູ່ໃນຫ້ອງຮຽນ ແລະ ຮຽນດ້ວຍ ຕົນເອງໃຫ້ຫຼາຍຂຶ້ນ, ມີຄວາມດຸໝັ່ນຂະຫຍັນພຽນ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມໃຫ້ກາຍເປັນນັກຮຽນທີ່ຮຽນດີ, ຮຽນເກັ່ງຂອງຄູອາຈານ, ເປັນລູກຫຼານທີ່ດີຂອງພໍແມ່, ເປັນພົນລະເມືອງທີ່ດີຂອງປະເທດຊາດ.

5. ການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນ, ສະມາຄົມພໍ່ແມ່ນັກຮຽນ, ຄະນະພັດທະນາ ການສຶກສາຂັ້ນບ້ານ, ຊຸມຊົນ, ການຈັດຕັ້ງສັງຄົມ, ຜູ້ປະກອບການທຸກພາກສ່ວນ ຈົ່ງພ້ອມກັນ ປະກອບສ່ວນຕາມພາລະບົດບາດຂອງຕົນ ໃນການສຶກສາອົບຮົມ, ບົ່ມສອນ ແລະ ສ້າງສະພາບແວດລ້ອມທີ່ດີ ເພື່ອໃຫ້ນັກຮຽນ ນັກສຶກສາ ໄດ້ເກີດການຮຽນຮູ້ ແລະ ເຕີບໃຫຍ່ຂະຫຍາຍຕົວເປັນພົນລະເມືອງທີດີຂອງປະເທດຊາດ ແລະ ຖືເອົາວຽກງານການສຶກສາ, ວິທະຍາສາດ ແລະ ກິລາ ເປັນໜ້າທີ່ ແລະ ຄວາມຮັບຜິດຊອບຂອງທົ່ວປວງຊົນລາວທັງຊາດ.

ໃນໂອກາດນີ້, ຂ້າພະເຈົ້າຂໍຮຽກຮ້ອງມາຍັງທຸກການຈັດຕັ້ງ ທັງພາກລັດ ແລະ ພາກເອກະຊົນ, ພໍ່ແມ່ ຜູ້ປົກຄອງ ແລະ ນັກຮຽນ ນັກສຶກສາ ໃນຂອບເຂດທົ່ວປະເທດ ຈົ່ງໃຫ້ການຮ່ວມມື ແລະ ເປັນເຈົ້າການຮ່ວມກັບຂະແໜງການສຶກສາ ແລະ ກິລາ ແລະ ຂະແໜງສາທາລະນະສຸກ ແຕ່ລະຂັ້ນ ໃນການກະກຽມຄວາມພ້ອມ, ອໍານວຍຄວາມສະດວກ ແລະ ຊ່ວຍເຫຼືອຕາມເງື່ອນໄຂ ແລະ ຄວາມສາມາດຕົວຈິງຂອງແຕ່ລະພາກສ່ວນ ເພື່ອໃຫ້ສົກຮຽນໃໝ່ 2022-2023 ດໍາເນີນໄປໄດ້ດ້ວຍດີ ແລະ ມີຜົນສໍາເລັດ.

ທ້າຍສຸດນີ້, ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດມາຍັງຜູ້ບໍລິຫານການສຶກສາ ແລະ ກິລາ ທຸກຂັວນ ຄູອາຈານ, ນັກຮຽນ ນັກສຶກສາ, ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ ຕະຫຼອດຮອດປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ຈົ່ງມີສຸຂະພາບແຂງແຮງ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານຂອງຕົນ.

ແຫຼ່ງຂ່າວຈາກ ປະເທດລາວ

 

 

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...