spot_img
Homeຮູບເງົາກົມຮູບເງົາ ເຜີຍແຜ່ກົດໝາຍວ່າດ້ວຍຮູບເງົາ

ກົມຮູບເງົາ ເຜີຍແຜ່ກົດໝາຍວ່າດ້ວຍຮູບເງົາ

Published on

ໃນວັນທີ 30 ສິງຫາ 2022 ນີ້, ກົມຮູບເງົາ ກະຊວງຖະແຫລ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ໄດ້ຈັດຕັ້ງເຜີຍແຜ່ເຊື່ອມຊຶມກົດໝາຍ ວ່າດ້ວຍຮູບເງົາ ໂດຍສະເພາະຄວາມໝາຍ, ຄວາມສຳຄັນ ແລະ ຈຸດປະສົງຂອງການສ້າງກົດໝາຍ; ກົດໝາຍວ່າດ້ວຍຮູບເງົາ ປະກອບມີ 10 ພາກ, 12 ໝວດ, 71 ມາດຕາ ເຊິ່ງໄດ້ກຳນົດຫລັກການ, ລະບຽບການ ແລະ ມາດຕະການເພື່ອໃຫ້ວຽກງານກ່ຽວກັບການຄຸ້ມຄອງ ແລະ ຕິດຕາມ ກວດກາວຽກງານຮູບເງົາເຄື່ອນໄຫວເປັນລະບົບ, ມີປະສິດທິພາບ, ປະສິດທິຜົນ ແນໃສ່ຮັບປະກັນໃຫ້ຜະລິດຕະພັນຮູບເງົາມີທັງປະລິມານ ແລະ ຄຸນນະພາບ ມີລັກສະນະຊາດ, ລັກສະນະມະຫາຊົນ ແລະ ລັກສະນະກ້າວໜ້າ, ເສີມຂະຫຍາຍຫົວຄິດປະດິດສ້າງຂອງປະຊາຊົນລາວບັນດາເຜົ່າເຂົ້າໃນການຟື້ນຟູ, ພັດທະນາ ແລະ ການເຜີຍແຜ່ຮູບເງົາ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມຂອງຊາດ.

ທ່ານ ຄຳເພົ້າ ວັນນະວົງ ຫົວໜ້າກົມຮູບເງົາ ໄດ້ຍົກໃຫ້ເຫັນນະໂຍບາຍຂອງລັດ ທີ່ໄດ້ສົ່ງເສີມ ການພັດທະນາວຽກງານຮູບເງົາ ໃຫ້ມີການຂະຫຍາຍຕົວ ແລະ ມີຄວາມເຂັ້ມແຂງ ທັງປະລິມານ ແລະ ຄຸນນະພາບ ດ້ວຍການປະກອບບຸກຄະລາກອນ, ສະໜອງງົບປະມານ ແລະ ພາຫະນະ, ວັດຖຸອຸປະ ກອນເຕັກນິກ ແລະ ເຕັກໂນໂລຊີ ທີ່ທັນສະໄໝ;

ພ້ອມນັ້ນ, ລັດ ຍັງໄດ້ປຸກລະດົມໃຫ້ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ເສີມຂະຫຍາຍພອນສະຫວັນ ໃນການປະດິດຄິດແຕ່ງ, ສະແດງ ແລະ ສ້າງຮູບເງົາ ເພື່ອຮັບໃຊ້ພາຍໃນ ແລະ ສົ່ງອອກຜະລິດຕະພັນຮູບເງົາລາວ ພ້ອມທັງຮັບເອົາຮູບເງົາອັນໂດດເດັ່ນຂອງ ພາກພື້ນ ແລະ ສາກົນ ຢ່າງມີການເລືອກເຟັ້ນ; ຊຸກຍູ້, ສົ່ງເສີມໃຫ້ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ລົງທຶນເຂົ້າໃນວຽກງານຮູບເງົາ ດ້ວຍການສ້າງສະຖານການສຶກສາ, ສ້າງວິຊາຊີບ, ຄົ້ນຄວ້າປະດິດສ້າງໃຫ້ມີຄວາມອຸດົມຮັ່ງມີ, ຫລາຍຮູບຫລາຍສີ, ເປັນເຈົ້າການ ແລະ ມີສ່ວນຮ່ວມໃນການຟື້ນຟູ, ພັດທະນາ, ເຜີຍແຜ່ ແລະ ເຮັດໃຫ້ວຽກງານຮູບ ເງົາກາຍເປັນອຸດສາຫະກຳ. ສຳລັບ ການຂໍອະນຸຍາດຜະລິດຮູບເງົາບຸກຄົນ, ນິຕິບຸກຄົນ ຫລື ການຈັດຕັ້ງ ຢູ່ພາຍໃນ ແລະ ຕ່າງປະເທດ ທີ່ມີຈຸດປະສົງຜະລິດຮູບເງົາ ຢູ່ ສປປ ລາວ ໃຫ້ຍື່ນຄຳຮ້ອງພ້ອມດ້ວຍເນື້ອໃນບົດຮູບເງົາ, ບົດຖ່າຍທຳຮູບເງົາຕໍ່ຂະແໜງການຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເພື່ອກວດກາ ແລະອະນຸຍາດ.

ໂອກາດນີ້, ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີ ກະຊວງ ຖວທ ກ່າວວ່າ: ກົດໝາຍວ່າດ້ວຍຮູບເງົາໄດ້ປະກາດໃຊ້ ໃນປີ 2020 ເຊິ່ງກະຊວງ ຖວທ ໄດ້ເອົາໃຈໃສ່ຊີ້ນຳໃຫ້ກົມກ່ຽວຂ້ອງລົງເຜີຍແຜ່ກົດໝາຍສະບັບນີ້ ເພື່ອໃຫ້ບັນດາຂະແໜງການ ຖວທ ສາມາດຈັດຕັ້ງປະຕິບັດ ເຂົ້າໃນວຽກງານຕົວຈິງ ໃນວຽກງານສ້າງການຜະລິດຮູບເງົາ ເປັນຕົ້ນ ຮູບເງົາເອກະສານ, ຮູບເງົາສາລະຄະດີ, ຮູບເງົາເລື່ອງ ແລະ ຮູບເງົາກາຕູນ ເພື່ອໃຫ້ສອດຄ່ອງກັບແນວທາງນະໂຍບາຍ, ກົດໝາຍ, ມູນເຊື້ອວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງຊາດ, ຂອງເຜົ່າ.

ພ້ອມທັງ ໄດ້ຢ້ຳຄືນໃນການສ້າງຮູບເງົາ ຕ້ອງໃຫ້ເປັນຮູບແບບລັກສະນະຊາດ, ລັກສະນະມະຫາຊົນ ໃຫ້ມີນໍ້າໃຈຮັກຊາດ, ມີຫົວ ຄິດປະດິດສ້າງ ມີຫລາຍຮູບຫລາຍສີ ທັງມີປະສິດທິພາບ, ປະສິດທິຜົນສູງ ເພື່ອຮັບປະກັນການຮັບໃຊ້ຜົນປະໂຫຍດຂອງສັງຄົມ. ນອກນີ້, ໃຫ້ມີການພັດທະນາວຽກງານຮູບເງົາ ໃຫ້ກາຍເປັນອຸດສາຫະກຳ ການຜະລິດຮູບເງົາ ໃຫ້ທັນສະໄໝ.

ຂ່າວ-ພາບ: ຂປລ

ບົດຄວາມຫຼ້າສຸດ

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...