Homeຂ່າວການຊ່ວຍເຫຼືອແຂວງອຸດົມໄຊ ອອກແຈ້ງຂ່າວ ໄພພິບັດນໍ້າຖ້ວມ

ແຂວງອຸດົມໄຊ ອອກແຈ້ງຂ່າວ ໄພພິບັດນໍ້າຖ້ວມ

Published on

ບັນດາພະແນກການອ້ອມຂ້າງແຂວງ, ຫ້ອງການອ້ອມຂ້າງເມືອງ, ອົງການຈັດຕັ້ງພັກ-ລັດທຸກຂັ້ນ, ນັກທຸລະກິດພາຍໃນ, ຊາວຕ່າງດ້າວ, ຜູ້ປະກອບການ ແລະ ຫ້າງຮ້ານຕ່າງໆ ຕະຫຼອດຮອດພໍ່ແມ່ປະຊາຊົນທີ່ດໍາລົງຊີວິດຢູ່ພາຍໃນເມືອງໄຊ ເພື່ອຮັບຊາບ.

ເລື່ອງ:ຊ່ວຍປະກອບສ່ວນວັດຖຸ-ປັດໃຈຕ່າງໆ ເພື່ອບັນເທົາທຸກໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມຢູ່ເມືອງໄຊ ໃນວັນທີ 26 ສິງຫາ 2022. – ອີງຕາມ ຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງເລກທີ່ 331/ຈມ.ມຊ, ລົງວັນທີ 13 ມິຖຸນາ 2022. – ອີງຕາມສະພາບໄພພິບັດນ້ໍາຖ້ວມທີ່ເກີດຂຶ້ນຢ່າງຫນັກຫນ່ວງ ໃນວັນທີ 26 ສິງຫາ 2022.

ອີງຕາມ ການຄົ້ນຄວ້າເຫັນດີເປັນເອກະພາບຂອງຄະນະປະຈໍາພັກເມືອງໄຊ ໃນວັນທີ 27 ສິງຫາ 2022.ເນື່ອງຈາກສະພາບຝົນຕົກຫນັກ ໃນວັນທີ 26 ສິງຫາ 2022 ຜ່ານມານີ້ ເຮັດໃຫ້ປະລິມານນ້ຳກໍໄດ້ເພີ່ມຂຶ້ນ ຢ່າງກະທັນຫັນ ແລະ ໄດ້ໄຫຼສຸເອົາເຮືອນ-ຊານ, ດິນຖະຫຼົ່ມໃສ່ອາຄານສະຖານທີ່ພັກອາໄສ, ຮົ້ວສວນ, ຊັບສິນຕ່າງໆ ລວມທັງຜົນລະປູກຂອງພໍ່ແມ່ປະຊາຊົນບັນດາເຜົ່າ ທີ່ອາໄສຢູ່ລຽບຕາມຮ່ອມຫ້ວຍ ແລະ ລຽບຕາມລ້ອງສາຍນ້ຳກໍ ໄດ້ຮັບຜົນກະທົບຢ່າງຫຼວງຫຼາຍ, ລະບົບນໍ້າລິນ-ນໍ້າປະປາຖືກເປເພ່, ເສັ້ນທາງຄົມມະນາຄົມຖືກຕັດຂາດ, ເສົາໄຟຟ້າ ຫຼັກ, ຂາດແຄນອາຫານ ແລະ ນ້ໍາດື່ມ ຢ່າງຫນັກຫນ່ວງ.

ສະນັ້ນ; ເພື່ອເປັນການແກ້ໄຂບັນຫາດັ່ງກ່າວຢ່າງຮີບດ່ວນ, ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງ ຂໍຖື ເປັນກຽດຢ່າງສູງແຈ້ງຂ່າວມາຍັງບັນດາພະແນກການອ້ອມຂ້າງແຂວງ, ຫ້ອງການອ້ອມຂ້າງເມືອງ, ອົງການຈັດຕັ້ງ: ພັກ-ລັດທຸກຂັ້ນ, ນັກທຸລະກິດພາຍໃນ, ຊາວຕ່າງດ້າວ, ຜູ້ປະກອບການ ແລະ ຫ້າງຮ້ານຕ່າງໆ ຕະຫຼອດຮອດພໍ່ແມ່ ປະຊາຊົນທີ່ດໍາລົງຊີວິດ ແລະ ເຮັດທຸລະກິດຢູ່ພາຍໃນເມືອງໄຊ ຮັບຊາບວ່າ:

ປະຈຸບັນນີ້ ທາງເມືອງໄຊພວກເຮົາ ໄດ້ ຈັດຕັ້ງການປຸກລະດົມ ແລະ ຮັບບໍລິຈາກວັດຖຸປັດໃຈຕ່າງໆ ຈາກທຸກພາກສ່ວນໃນສັງຄົມ ເປັນຕົ້ນແມ່ນ: ເຂົ້າສານອາຫານແຫ້ງ, ນ້ໍາດື່ມ, ຫມີ, ປ່ອງປາ, ທຽນໄຂ, ໄຟສາຍ, ເຄື່ອງນຸ່ງຫົ່ມ ແລະ ສິ່ງທີ່ຈໍາເປັນອື່ນໆ ເພື່ອນໍາໄປມອບ ຊ່ວຍເຫຼືອບັນເທົາທຸກໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ໍາຖ້ວມຢູ່ເມືອງໄຊ ໃນຄັ້ງນີ້, ເຊິ່ງ ສະຖານທີ່ຮັບບໍລິຈາກ ແມ່ນຢູ່ສະໂມສອນປົກຄອງເມືອງໄຊ ຫຼັງເກົ່າ (ບ້ານວັງໄຮ) ຕະຫຼອດ 24 ຊົ່ວໂມງ.

ຫວັງຢ່າງຍິ່ງວ່າຈະໄດ້ຮັບການຮ່ວມໄມ້ຮ່ວມມື ແລະ ປະກອບສ່ວນຊ່ວຍເຫຼືອຈາກທ່ານຕາມຄວາມເຫມາະສົມ.ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງ,ຕິດຕໍ່ພົວພັນ:

1). ທ່ານ ນ ຂັນຄໍາ ແສງສູນລວງ 020 55442294 ແລະ 2). ທ່ານ ໄຊສະຫວັນ ໄຊສົງຄາມ 020 52341555

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...