spot_img
Homeຂ່າວຕ່າງປະເທດງານແຕ່ງດອງຂອງຄົນອິນເດຍເປັນແຫຼ່ງລາຍໄດ້ໃໝ່ຂອງໄທ

ງານແຕ່ງດອງຂອງຄົນອິນເດຍເປັນແຫຼ່ງລາຍໄດ້ໃໝ່ຂອງໄທ

Published on

ໄທກຳລັງເບິ່ງວ່າການແຕ່ງດອງຂອງຄົນອິນເດຍ ໄປແຫຼ່ງລາຍໄດ້ແຫ່ງໃໝ່ທີ່ໄດ້ຈາກການທ່ອງທ່ຽວ ຫຼັງຈາກທີ່ນັກທ່ອງທ່ຽວຊາວຈີນທີ່ສູນເສຍໄປໃນປີນີ້.

ອ້າງອີງຈາກສຳນັກຂ່າວ Nikkei ໄດ້ລາຍງານວ່າ: ທາງການຂອງປະເທດໄທເຊື່ອວ່າ ການແຕ່ງດອງຂອງຄົນອິນເດຍສາມາດເປັນແຫຼ່ງລາຍໄດ້ໃຫ້ກັບພາກທ່ອງທ່ຽວຂອງປະເທດ ໂດຍເຈົ້າໜ້າທີ່ກ່າວວ່າ ນັກທ່ອງທ່ຽວຄົນອິນເດຍເປັນເປົ້າໝາຍຫຼັກຂອງພວກເຂົາໃນປີນີ້.

ການທ່ອງທ່ຽວແຫ່ງປະເທດໄທ (ທທທ) ກ່າວວ່າ ມີນັກທ່ອງທ່ຽວອິນເດຍຈຳນວນ 337.282 ຄົນ ເດີນທາງມາປະເທດໄທໃນຊ່ວງ 7 ເດືອນທຳອິດຂອງປີ 2022 ສະເລ່ຍແລ້ວປະມານ 4.000 ຄົນຕໍ່ມື້ ນັບຕັ້ງແຕ່ວັນທີ 1 ມັງກອນ ທີ່ປະເທດໄທໄດ້ເປີດປະເທດຢ່າງເປັນທາງການ.

(ທທທ) ໄດ້ຈັດງານວາງສະແດງຢູ່ບັນດາເມືອງສຳຄັນຕ່າງໆຂອງອິນເດຍ ເພື່ອສົ່ງເສີມຄວາມສາມາດຂອງປະເທດໄທເອງ ໃນການຈັດງານຂະໜາດໃຫຍ່ໄດ້ ລວມເຖິງງານແຕ່ງດອງ.

ທ່ານ ທະເນດ ເພັດສຸວັນ ຮອງຜູ້ວ່າການຝ່າຍການຕະຫຼາດອາຊີ ແລະ ປາຊີຟິກໃຕ້ ການທ່ອງທ່ຽວແຫ່ງປະເທດໄທ (ທທທ) ໃຫ້ສຳພາດຕໍ່ Nikkei ວ່າ “ນັກທ່ອງທ່ຽວຄົນອິນເດຍເປັນເປົ້າໝາຍຫຼັກໃນປີນີ້”.

​ໃນ​ຂະນະ​ດຽວ​ກັນ, ສະມາຄົມ​ການ​ແຕ່ງດອງໃນ​ໄທ ແລະ ​ອິນ​ເດຍ (TIWA) ກ່າວ​ວ່າ: ປະຫວັດສາດ​ຮ່ວມ​ລະຫວ່າງ​ອິນ​ເດຍ​ ແລະ​ ອາຊີ​ຕາ​ເວັນ​ອອກ​ສຽງ​ໃຕ້, ​ໂດຍ​ສະ​ເພາະ​ກ່ຽວ​ກັບ​ຮີດຄອງ​ປະ​ເພນີ​ທາງ​ສາສະໜາ​ພຸດ​ ແລະ​ ຮິນ​ດູ, ນັ້ນ​ໝາຍ​ຄວາມ​ວ່າ​ໄທ​ຄວນ​ເປັນ​ສະຖານ​ທີ່​ ທີ່​ດຶງ​ດູດ​ໃຈ​ສຳລັບຄູ່​ບ່າວ​ສາວ​​ອິນ​ເດຍ.

ໂດຍການແຕ່ງດອງຂອງຄົນອິນເດຍ ສ່ວນຫຼາຍຈະຈັດຂຶ້ນຢູ່ ພູເກັດ ຫົວຫິນ ຊະອຳ ແລະ ພັດທະຍາ ຍ້ອນມີທິວທັດທີ່ສວຍງາມ ແລະ (ທທທ) ຄາດວ່າ ຈະມີງານແຕ່ງດອງຂອງຄົນອິນເດຍຫຼາຍເຖິງ 400 ງານໃນປີ 2022 ແລະ ຄາດວ່າປະເທດໄທຈະມີນັກທ່ອງທ່ຽວອິນເດຍຫຼາຍເຖິງ 500.000 ຄົນພາຍໃນທ້າຍປີນີ້.

ຄອບຄົວເສດຖີອິນເດຍ ທີ່ຈັດງານແຕ່ງດອງໃນປະເທດໄທມັກຈະເຊົ່າເຮືອບິນເພື່ອບັນທຸກແຂກທີ່ຈະມາຮ່ວມງານຫຼາຍເຖິງ 300 ຄົນ ໂດຍຈອງໂຮງແຮມໄວ້ພັກຫຼາຍມື້.

ໃນອາທິດທີ່ຜ່ານມາ ທ່ານ ອະນຸຊາ ບູລະພະໄຊສີ ໂຄ​ສົກ​ສຳ​ນັກ​ງານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້ກ່າວວ່າ ປະເທດໄທໄດ້ຮັບນັກທ່ອງທ່ຽວຫຼາຍກວ່າ 4 ລ້ານຄົນໃນປີນີ້ ໂດຍມີ 5 ປະເທດທີ່ເຂົ້າມາທ່ຽວໄທ ຫຼາຍທີ່ສຸດແມ່ນ ມາເລເຊຍ, ອິນ​ເດຍ, ລາວ, ສິງ​ກະ​ໂປ ແລະ ​ອັງ​ກິດ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...