Homeຂ່າວທ້ອງຖິ່ນປ່ອຍສັດປ່າຫວງຫ້າມປະເພດລິງ ຄືນສູ່ປ່າໄມ້ທຳມະຊາດ

ປ່ອຍສັດປ່າຫວງຫ້າມປະເພດລິງ ຄືນສູ່ປ່າໄມ້ທຳມະຊາດ

Published on

ໃນວັນທີ 19 ສິງຫາ ຜ່ານມານີ້ ເຈົ້າໜ້າທີ່ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ໄດ້ພິທີປ່ອຍສັດປ່າຫວງຫ້າມ ປະເພດລິງ ຈຳນວນ 2 ໂຕ ຄືນສູ່ທໍາມະຊາດ ຜານາງນອນ, ມີ ທ່ານ ບຸນເມືອງ ໄຊຍະສິດ ເຈົ້າເມືອງ-ເມືອງງອຍ, ພ້ອມດ້ວຍຄະນະ ແລະຫົວໜ້າ-ຮອງຫົວໜ້າຫ້ອງການ, ພະນັກງານ ແລະອົງການປົກຄອງບ້ານໜອງຂຽວ ເຂົ້າຮ່ວມ.

ພິທີ ທ່ານ ບຸນທັນ ວົງໄພບຸນ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ໄດ້ລາຍງານວ່າ: ພາຍຫຼັງໄດ້ຮັບຂໍ້ມູນວ່າມີປະຊາຊົນຈໍານວນໜື່ງ ໄດ້ມີສັດປ່າປະເພດຫວງຫ້າມ ໄວ້ຄອບຄອງທີ່ຜິດຕໍ່ລະບຽບກົດໝາຍ, ເຈົ້າໜ້າທີ່ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ຈື່ງໄດ້ປະສານສົມທົບກັບກອງກວດກາປ່າໄມ້ແຂວງຫຼວງພະບາງ ດຳເນີນການສຶກສາອົບຮົມ ປະຊາຊົນຜູ້ທີ່ໄດ້ຄອບຄອງສັດປ່າຫວງຫ້າມ ປະເພດລີງ ຈຳນວນ 2 ໂຕ ເຊີ່ງເປັນໂຕຜູ້ ແລະໂຕແມ່ ໃຫ້ຄືນພາກສ່ວນທີ່ກ້ຽວຂ້ອງ ເພື່ອຈະໄດ້ຈັດປ່ອຍສັດປ່າຫວງຫ້າມ ໃຫ້ຄືນສູ່ທໍາມາຊາດ.

ຈາກນັ້ນ ທ່ານ ບຸນເມືອງ ໄຊຍະສິດ ໄດ້ຮຽກຮ້ອງໃຫ້ພາກສ່ວນທີ່ກ້ຽວຂ້ອງ ສຶບຕໍ່ເອົາໃຈໃສ່ລົງກວດກາ ການລັກລອບລ່າສັດ ແລະຊື້ຂາຍສັດປ່າ ທີ່ຜິດກົດໝາຍຢ່າງເປັນປົກກະຕິ, ທັງເອົາໃຈໃສ່ຄຸ້ມຄອງ ແລະອານຸລັກສັດປ່າປະເພດຫວງຫ້າມ, ດ້ວຍການປະຕິບັດບັນດາ ຂໍ້ກຳນົດ, ກົດລະບຽບ, ກົດໝາຍ ກ່ຽວກັບການຫ້າມລ່າສັດນ້ຳ-ສັດປ່າ ທີ່ຫວງຫ້າມ ສ້າງສະຕິ ປົກປັກຮັກສາປ່າໄມ້, ສັດນໍ້າ-ສັດປ່າ ແລະສິ່ງແວດລ້ອມໃຫ້ແກ່ປະຊາຊົນບັນດາເຜົ່າ ໄດ້ຮັບຮູ້ ທັງເປັນເຈົ້າການມີສ່ວນຮ່ວມ, ເຮັດໃຫ້ທຳມະຊາດມີຄວາມອຸດົມສົມບູນ ທາງດ້ານສັດນ້ຳ-ສັດປ່າ ເພື່ອໄວ້ໃຫ້ຄົນຮຸ່ນໃໝ່ໄດ້ສຶກສາ ແລະສືບທອດຕະຫຼອດໄປ.

ທີ່ມາ: ຫ້ອງການ ຖວທ ເມືອງງອຍ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...