Homeຂ່າວຕ່າງປະເທດເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ຣັດເຊຍ

ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ – ຣັດເຊຍ

Published on

ສຳນັກຂ່າວຫວຽດນາມລາຍງານວ່າ: ວັນທີ 22 ສິງຫາ 2022 ຄະນະຜູ້ແທນຂັ້ນສູງ ຫວຽດນາມ ນຳໂດຍທ່ານພົນເອກ ໂຕເລິມ ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ເປັນຫົວໜ້າຄະນະເຂົ້າຮ່ວມກອງປະຊຸມປຶກສາຫາລືຂັ້ນສງຄວາມໝັ້ນຄົງ ອາຊຽນ – ຣັດເຊຍ ຄັ້ງທີ 2.

ໄດ້ຕີລາຄາສູງຕໍ່ການຈັດກອງປະຊຸມໃນສະພາບການເມືອງ – ຄວາມໝັ້ນຄົງໂລກ ພວມມີການປ່ຽນແປງ ຈື່ງເພີ່ມທະວີການຮ່ວມມືລະຫວ່າງ ຣັດເຊຍ ແລະ ອາຊຽນ, ທ່ານສະເໜີໃຫ້ ຣັດເຊຍ ຈົ່ງຕັ້ງໜ້າເຂົ້າຮ່ວມບັນດາເວທີປາໄສໂດຍ ອາຊຽນເປັນເຈົ້າພາບຈັດຂຶ້ນ, ສະໜັບສະໜູນບົດບາດເປັນໃຈກາງ ແລະ ຄວາມພະຍາຍາມຂອງອາຊຽນ ໃນການຊຸກຍູ້ການເຈລະຈາ, ຮ່ວມມື ແລະ ຮັບມືກັບບັນດາສິ່ງທ້າທາຍທີ່ເກີດຂຶ້ນ.

ທ່ານ ໂຕເລິມ ເນັ້ນ​ໜັກ​ວ່າ ສອງ​ຝ່າຍ​ຄວນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ ໃນ​ບັນດາ​ບັນຫາ​ຄວາມ​ໝັ້ນຄົງ​ ​ແລະ ສິ່ງ​ທ້າ​ທາຍ​ໃໝ່​ຄື​ການ​ກໍ່​ການ​ຮ້າຍ, ອາ​ຊະ​ຍາ​ກຳ​ຂ້າມ​ຊາດ ​ແລະ ເຕັກ​ໂນ​ໂລ​ີຂັ້ນສູງ.

ອາ​ຊຽນ ​ແລະ ຣັດ​ເຊຍ ​ຄວນ​ສຶກສາ​ຂະຫຍາຍ​ການ​ແລກປ່ຽນ​ຂໍ້​ມູນ​ວິຊາ​ສະ​ເພາະ ​ລະຫວ່າງ​ອົງການ​ປະຕິບັດ​ກົດໝາຍ​ຂອງ​ຕົນ ​ແລະ​ ສ້າງ​ກົນ​ໄກ​ປະສານ​ງານ​ການ​ພົວພັນ​ລະຫວ່າງ ອາ​ຊຽນ-ຣັດ​ເຊຍ​.

ທ່ານຢືນຢັນວ່າ ຫວຽດນາມ ມີຄວາມສະເໝີຕົ້ນສະເໝີປາຍໃນການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ – ຣັດເຊຍ, ປາດຖະໜາຢາກໃຫ້ ຣັດເຊຍ ປະກອບສ່ວນນັບມື້ນັບເພີ່ມຂຶ້ນ, ມີຄວາມຮັບຜິດຊອບ ແລະ ບັນລຸປະສິດທິຜົນໃນບັນດາຄວາມພະຍາມເຈລະຈາ, ຮ່ວມມື ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈຢູ່ບັນດາກົນໄກໂດຍ ອາຊຽນ ເປັນເຈົ້າ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...