Homeຂ່າວພາຍ​ໃນພິທີທໍາລາຍພືດຜັກນໍາເຂົ້າຜິດລະບຽບ ຈໍານວນ 3.914 ກິໂລກຣາມ

ພິທີທໍາລາຍພືດຜັກນໍາເຂົ້າຜິດລະບຽບ ຈໍານວນ 3.914 ກິໂລກຣາມ

Published on

ເຈົ້າໜ້າທີ່ພາສີ ຮ່ວມກັບເຈົ້າຫນ້າທີ່ກັກກັນພືດ ປະຈໍາດ່ານຂົວມິດຕະພາບລາວ-ໄທ ແຫ່ງທີ 1 ຈັດພິທີທໍາລາຍພືດຜັກນໍາເຂົ້າຜິດລະບຽບ ຈໍານວນ 3.914 ກິໂລກຣາມ ຂຶ້ນວັນທີ 22 ສິງຫາ 2022 ຢູ່ສະຖານີກັກກັນພືດດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ພັນໂທ ກິດອນ ກິວົງໄຊ ຮອງຫົວຫນ້າຄະນະຄຸ້ມຄອງດ່ານ ຫົວຫນ້າດ່ານຕໍາຫຼວດກວດຄົນເຂົ້າເມືອງດ່ານສາກົນຂົວມິດພາບລາວ-ໄທ ແຫ່ງທີ 1 ວຽງຈັນ-ຫນອງຄາຍ ທ່ານ ຫນຽວຄໍາ ຄໍາມີນາທີ ຫົວຫນ້າຂະແຫນງປູກຝັງ ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ພ້ອມດ້ວຍຕາງຫນ້າຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ວັນນາ ຄໍາໂພໄຊ ຫົວຫນ້າຫນ່ວຍງານປ້ອງກັນພືດປະຈໍາດ່ານຂົວມິດພາບລາວ-ໄທ ແຫ່ງທີ 1 ລາຍງານວ່າ: ໃນວັນທີ 18 ສິງຫາ 2022 ເຈົ້າຫນ້າທີ່ກັກກັນພືດສາກົນຂົວມິດຕະພາບລາວ-ໄທແຫ່ງທີ 1 ໄດ້ເຮັດບົດບັນທຶກມອບ-ຮັບສິນຄ້າກະສິກໍາທີ່ສາມາດຄວບຄຸມໄດ້ຈາກການ ນໍາເຂົ້າຜິດລະບຽບ ເຊິ່ງເຈົ້າຫນ້າທີ່ກັກກັນພືດໄດ້ປະສານສົມທົບກັບເຈົ້າຫນ້າພາສີສາກົນຂົວມິດຕະພາບລາວ-ໄທແຫ່ງທີ 1 ສາມາດກວດກາ ແລະ ກັກສິນຄ້າປະເພດຜັກນໍາເຂົ້າ ໂດຍລັກລອບເຂົ້າມານໍາດ້ວຍລົດໂດຍສານລະຫວ່າງປະເທດ ສາຍອຸດອນ-ວຽງຈັນ ສາມາດປູກພືດຜັກໄດ້ ເຊັ່ນ: ຜັກບົ່ວ ຫມາກເລັ່ນ ຫມາກບວບ ຫອມປ້ອມ ຫມາກແຕງ ຜັກກາດ ແລະ ພືດຜັກອື່ນໆ ລວມທັງຫມົດ 3.914 ກິໂລກຣາມ ມູນຄ່າ 1.274 ໂດລາສະຫະລັດ ຫຼືປະມານ 19 ລ້ານກີບ ໃນນີ້ ແມ່ນປະເພດພືດຜັກນໍ ເຂົ້າມາຜິດລະບຽບ ບໍ່ມີເອກະສານກ່ຽວຂ້ອງທາງດ້ານກັກກັນພືດ ເປັນຕົ້ນ ບໍ່ມີໃບອະນຸຍາດນໍາເຂົ້າ ແລະ ໃບຢັ້ງຢືນສຸຂະນາໄມພືດຈາກປະເທດຕົ້ນທາງ ເປັນການລະເມີດຕໍ່ກົດຫມາຍປ້ອງກັນພືດ ແລະ ກັກ. ກັນພືດ ຫມວດທີ 1 ວ່າດ້ວຍການນໍາເຂົ້າ ໃນມາດຕາ 33 ຫາ 84 ວ່າດ້ວຍເອກະສານທີ່ຕ້ອງແຈ້ງ ແລະ ກວດກາກ່ອນການນໍາເຂົ້າ ແລະ ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຊ່ວຍວຽກງານຄະນະສະເພາະກິດສົ່ງເສີມການຜະລິດ ແລະ ຊົມໃຊ້ຜະລິດຕະພັນທີ່ຜະລິດຢູ່ ພາຍໃນປະເທດ ແລະ ຄຸ້ມຄອງນໍາເຂົ້າສິນຄ້າອຸປະໂພກ-ບໍລິໂພກ ສະບັບເລກທີ 4360/ກປ.ນວ ດັ່ງນັ້ນ ເຈົ້າຫນ້າທີ່ກ່ຽວຂ້ອງຈຶ່ງໄດ້ປະຕິບັດ ຕາມລະບຽບການທຸກຂັ້ນຕອນໃຫ້ຖືກຕ້ອງ ສອດຄ່ອງ ແລະ ໂປ່ງໄສ.

ໃນປີ 2022 ດ່ານກັກກັນພືດສາກົນຂົວມິດຕະພາບລາວ-ໄທແຫ່ງທີ 1 ກໍຄືເຈົ້າຫນ້າທີ່ກັກກັນພືດ ສາມາດທໍາລາຍພືດຜັກທີ່ລັກລອບນໍາເຂົ້າ ຜິດລະບຽບໄດ້ 2 ຄັ້ງ ໂດຍຄັ້ງທີ 1 ລະຫວ່າງເດືອນມີນາ 2022 ໄດ້ຢືດທໍາລາຍພືດພັກ 1.578 ກິໂລກຣາມ ມູນຄ່າ 848 ໂດລາສະຫະລັດ ແລະ ຄັ້ງຫຼ້າສຸດໃນເດືອນສິງຫາ 2022 ນີ້.

ຂໍ້ມູນ ແລະ ຮູບພາບ: ວຽງຈັນໃໝ່

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...