Homeຂ່າວພາຍ​ໃນລາວ ແລະ ສປປ ເກົາຫຼີ ຫາລືເພື່ອສົ່ງເສີມການຮ່ວມມືດ້ານເສດຖະກິດ-ການຄ້າ-ການລົງທຶນ

ລາວ ແລະ ສປປ ເກົາຫຼີ ຫາລືເພື່ອສົ່ງເສີມການຮ່ວມມືດ້ານເສດຖະກິດ-ການຄ້າ-ການລົງທຶນ

Published on

ໃນວັນທີ 22 ສິງຫາ 2022 ທີ່ຫ້ອງຮັບແຂກກະຊວງ ອຄ ທ່ານ ມະ​ໄລ​ທອງ ກົມມະ​ສິດ  (ອຄ) ໄດ້​ໃຫ້ກຽດຕ້ອນຮັບ​ການເຂົ້າຢ້ຽມພົບປະ ຂອງ ທ່ານ ລີ ຢົງ ຊົນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ເກົາຫຼີ ປະຈຳລາວ  ເນື່ອງ​ໃນ​ໂອກາດທີ່ ​ທ່ານ ມະ​ໄລ​ທອງ ກົມມະ​ສິດ ໄດ້ຮັບຕຳແໜ່ງເປັນລັດຖະມົນຕີກະຊວງ ອຄ ຄົນໃໝ່, ສອງຝ່າຍ ໄດ້ປຶກສາຫາລືກັນ ເພື່ອຊອກຫາຊ່ອງທາງ ແລະ ໂອກາດໃນການສົ່ງເສີມການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ລະຫວ່າງ ສອງປະເທດ.

ສຳລັບດ້ານການຄ້າສອງຝ່າຍ ໃນໄລຍະຜ່ານມາແມ່ນມີມູນຄ່າໜ້ອຍຫຼາຍ ເມື່ອທຽບກັບຫຼາຍປະເທດ ຊຶ່ງໃນ 7 ເດືອນ ຕົ້ນປີ 2022 ມູນຄ່າການຄ້າລະຫວ່າງສອງປະເທດ ສາມາດປະຕິບັດໄດ້ພຽງ 28.467 ໂດລາ ໃນນັ້ນ, ມູນຄ່ານໍາເຂົ້າປະຕິບັດໄດ້ 21.667 ໂດລາ ແລະ ມູນຄ່າສົ່ງອອກ 6.800 ໂດລາ. ດ້ານການລົງທຶນ, ເລີ່ມແຕ່ປີ 2008 ມາຮອດປັດຈຸບັນ ການລົງທຶນຂອງ ສປປ ເກົາຫຼີ ໃນ ສປປ ລາວ ມີພຽງ 1 ຫົວໜ່ວຍວິສາຫະກິດ ແລະ ມູນຄ່າການລົງທຶນ 800 ລ້ານກີບ ໂດຍລົງທຶນໃນຂະແໜງບໍລິການ ສະໜັບສະໜູນ ແລະ ຄຸ້ມຄອງບໍລິຫານ.

ສອງຝ່າຍຕ້ອງໄດ້ຄົ້ນຄວ້າພິຈາລະນາກັບຫຼາຍພາກສ່ວນທີ່ກ່ຽວຂ້ອງ ເພື່ອກໍານົດເນື້ອໃນ ແລະ ວຽກງານທີ່ຈະຮ່ວມມືກັນໃຫ້ລະອຽດຕື່ມ ເພື່ອຊອກຫາຊ່ອງທາງ ແລະ ໂອກາດໃນການສົ່ງເສີມການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ລະຫວ່າງ ສອງປະເທດ ອີກດ້ວຍ.

ລັດຖະບານ ສປປ ລາວ ກໍຄື ຂະແໜງອຸດສາຫະກຳ ແລະ ການຄ້າ ມີຄວາມມຸ່ງໝັ້ນ ທີ່ຈະສະໜັບສະໜູນ ແລະ ສົ່ງເສີມໃຫ້ມີການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ລະຫວ່າງ ສອງປະເທດໃຫ້ມີຄວາມເຂັ້ມແຂງ ແຕ່ກໍຍັງມີຫຼາຍປັດໄຈທີ່ເປັນບັນຫາ ແລະ ອຸປະສັກ ເຊັ່ນ: ໄລຍະທາງ, ບັນຫາດ້ານການຂົນສົ່ງສິນຄ້າ ລວມທັງບັນຫາສາກົນອື່ນໆ ຊຶ່ງແນ່ນອນໃນອະນາຄົດ ສອງຝ່າຍຈະໄດ້ເຮັດວຽກຮ່ວມກັນຫຼາຍຂຶ້ນ ເພື່ອສົ່ງເສີມວຽກງານດັ່ງກ່າວ.

ໃນ​ໂອ​ກາດ​ດຽວ​ກັນ​, ທ່ານ ລີ ຢົງ ຊົນ ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມ ແລະ ຜົນສຳເລັດໃນການປະຕິບັດວຽກງານຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ເກົາຫຼີ ໃຫ້ທ່ານລັດຖະມົນຕີຊາບ, ພ້ອມທັງ ສະແດງຄວາມຊົມເຊີຍຕໍ່ ທ່ານ ມະໄລທອງ ກົມມະສິດ ທີ່​ໄດ້ດຳລົງຕໍາແໜ່ງ ເປັນລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ຄົນ ໃໝ່. ພ້ອມນັ້ນ, ທ່ານ ລີ ຢົງ ຊົນ ຍັງໄດ້ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ ຈະພະ​ຍາຍາມ​ຢ່າງສຸດ​ຄວາມ​ສາ​ມາດ ເພື່ອຊຸກ​ຍູ້​ການພົວ​ພັນ​ຮ່ວມ​ມື​ສອງ​ຝ່າຍ ລາວ – ສປປ ເກົາຫຼີ ໃຫ້ສືບ​ຕໍ່​ໄດ້​ຂະ​ຫຍາຍ​ຕົວ​ຍິ່ງ​ໆຂຶ້ນໃນ​ຕໍ່​ໜ້າ ແລະ ຈະສືບຕໍ່​ສະໜັບສະໜູນຊ່ວຍ​​ເຫຼືອ ສປປ ລາວ ​​ໃນ​ບັນດາ​ໂຄງການ​ຕ່າງໆ ​ແລະ ກິດຈະກຳ​ການ​ຮ່ວມ​ມື​ໃຫ້​ຫຼາຍ​ຂຶ້ນ ​ເພື່ອ​ສົ່ງ​ເສີມ​ການຮ່ວມມືດ້ານເສດຖະກິດ​, ການ​ຄ້າ ແລະ ການລົງທຶນ ​ໃຫ້​ມີ​ບ້າ​ດກ້າວ​ຂະຫຍາຍຕົວ.

ແຫຼ່ງຂ່າວຈາກ ປະຊາຊົນ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...